Homeຊີວິດແລະຄວາມຮັກຄວາມຫວັງສຸດທ້າຍທີ່ເຫຼືອຢູ່

ຄວາມຫວັງສຸດທ້າຍທີ່ເຫຼືອຢູ່

Published on

maxresdefault

ມີທຽນຢູ່ 4 ເຫຼັ້ມ ເຊິ່ງກຳລັງຈະມອດລົງ ບັນຍາກາດໃນຫ້ອງງຽບຈົນໄດ້ຍິນສຽງ ທຽນທັງ 4 ເຫຼັ້ມ ລົມກັນ

ທຽນເຫຼັ້ມທີ 1ເອີ່ຍປາກຂຶ້ນວ່າ ໂລກເຮົາເອົາແຕ່ຕໍ່ສູ້ຍາດແຍ້ງແຂ່ງຂັນ ຊິງດີຊິງເດັ່ນກັນ ມະນຸດຄິດແຕ່ຈະບຽດບຽນກັນ ບໍ່ມີໃຜຄິດຈະປົກປ້ອງຂ້ອຍເລີຍ ໃນຖານະທີ່ຂ້ອຍເປັນທຽນແຫ່ງສັນຕິພາບ ຂ້ອຍຄົງຕ້ອງຈາກໄປແລ້ວ ແລ້ວທຽນເຫຼັ້ມທີ 1 ກໍດັບມອດລົງ.

ທຽນເຫຼັ້ມທີ 2 ເອີ່ຍປາກຂຶ້ນວ່າ ສ່ວນຂ້ອຍຄືທຽນແຫ່ງຄວາມເຊື່ອ ຂ້ອຍຄົງໝົດປະໂຫຍດທີ່ຈະສ່ອງ ແສງສະຫວ່າງຕໍ່ໄປແລ້ວ ຄົນບໍ່ມີຄວາມເຊື່ອໃຈກັນເລີຍ ຈາກນັ້ນສາຍລົມອັນແຜ່ວເບົາກໍພັດທຽນ ເຫຼັ້ມທີ 2 ດັບມອດລົງ.

ທຽນເຫຼັ້ມທີ 3 ເອີ່ຍປາກຂຶ້ນວ່າ ສ່ວນຂ້ອຍຄືທຽນແຫ່ງຄວາມສຸກ ແຕ່ທຸກມື້ນີ້ ຜູ້ຄົນພັດເອົາຂ້ອຍອອກຈາກໃຈ ບໍ່ມີຄວາມຮັກອັນບໍລິສຸດມອບໃຫ້ກັນ ມີແຕ່ຄວາມເຫັນແກ່ໂຕ ບໍ່ມີໃຜເຂົ້າໃຈຄວາມສຳຄັນຂອງຂ້ອຍ ຂ້ອຍບໍ່ມີກຳລັງພໍທີ່ຈະສ່ອງສະຫວ່າງອອີກຕໍ່ໄປແລ້ວ ລາກ່ອນ ແລ້ວທຽນເຫຼັ້ມທີ 3 ກໍມອດລົງ.

ທຽນເຫຼັ້ມທີ 4 ບໍ່ທັນໄດ້ເອີ່ຍປາກຂຶ້ນ ກໍມີເດັກນ້ອຍເປີດປະຕູເຂົ້າມາໃນຫ້ອງ ເມື່ອເຫັນທຽນທັງ 3 ເຫຼັ້ມມອດລົງ ເດັກນ້ອຍກໍຮ້ອງໄຫ້ເສຍໃຈ ທຽນເຫຼັ້ມທີ 4 ເລີຍເວົ້າຂຶ້ນວ່າ “ຢ່າເສຍໃຈໄປເລີຍ ຂ້ອຍຄືທຽນແຫ່ງຄວາມຫວັງ ແລະຂ້ອຍຍັງສ່ອງສະຫວ່າງຢູ່ ຈັບຂ້ອຍແລ້ວໄປໄຕ້ທຽນທັງ 3 ເຫຼັ້ມແມ໋ະ !”

ເມື່ອເດັກນ້ອຍເອົາທຽນແຫ່ງຄວາມຫວັງ ໄປໄຕ້ທຽນທັງ 3 ເຫຼັ້ມ ແລ້ວທຽນແຫ່ງສັນຕິພາບ ທຽນແຫ່ງຄວາມເຊື່ອ ແລະທຽນແຫ່ງຄວາມຮັກກໍຮຸ່ງຂຶ້ນ.

ເພາະຄວາມຫວັງເຮັດໃຫ້ຊີວິດມີຄວາມໝາຍ ເພາະຄວາມຫວັງເຮັດໃຫ້ຄົນທີ່ນອນໂຊ ພິການຍັງສູ້ຊີວິດຕໍ່ ເພາະຄວາມຫວັງ ເຮັດໃຫ້ຄົນທີ່ກຳລັງປະເຊີນກັບສຶນາມິຂອງບັນຫາ ມີກຳລັງໃຈຢືນຢັດ ຍືນຍົງ ໝັ້ນຄົງຢູ່ໄດ້.

ເພາະສະນັ້ນ ເມື່ອໃດກໍຕາມ ທີ່ມີໃຜຈັກຄົນເລົ່າຄວາມຫວັງໃຫ້ເຮົາຟັງ ຂໍໃຫ້ຮູ້ວ່ານັ້ນອາດຈະເປັນດັ່ງ ທຽນເຫຼັ້ມສຸດທ້າຍ ແລະມັນອາດຈະເປັນຄວາມຫວັງ ທີ່ຫຼາຍກວ່າເພື່ອໂຕຂອງເຂົາເອງ.

ໜ້າທີ່ຂອງເຮົາຄື ບໍ່ວ່າເຮົາຈະຊ່ວຍໄດ້ຫຼືບໍ່ໄດ້ກໍຕາມ ຢ່າໄປດັບມອດຄວາມຫວັງ ຫຼືຄວາມຝັນຂອງໃຜ  ກະລຸນາຊ່ວຍກັນຮັກສາຄວາມຫວັງ ຂອງທຸກໆ ຄົນທີ່ຮູ້ຈັກ.

ເພາະນັ້ນອາດຈະເປັນຄວາມຫວັງສຸດທ້າຍ ຂອງໃຜບາງຄົນແລະອີກຫຼາຍໆຄົນ ທີ່ຢູ່ອ້ອມຂ້າງ ຈົ່ງເປັນຄວາມຫວັງແລະກຳລັງໃຈ ແກ່ຄົນທີ່ເຮົາຮັກແລະບຸກຄົນອ້ອມຂ້າງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...