Homeຂ່າວການສຶກສາອຸດົມໄຊທົບທວນການຈັດຕັ້ງປະຕິບັດກິດຈະກໍາໂຄງການການສຶກສາຂັ້ນພື້ນຖານອົງການແພລນ

ອຸດົມໄຊທົບທວນການຈັດຕັ້ງປະຕິບັດກິດຈະກໍາໂຄງການການສຶກສາຂັ້ນພື້ນຖານອົງການແພລນ

Published on

ພິທີໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມສະໂມສອນຂອງພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໃນວັນທີ 11 ມີຖຸນາ 2015 ນີ້, ເພື່ອທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ໂຄງການການສຶກສາຂັ້ນພື້ນຖານໃນໄລຍະເຄີ່ງສະໄໝ ແລະ ວາງທິດທາງແຜນການ ປະຈໍາປີ 2015-2016
ເຂົ້າຮ່ວມມີ ທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສືກສາທິການ ແລະ ກິລາ, ທ່ານ ສົມໄຊ ອິນທະສອນ ຜູ້ຈັດການອົງການແພລນ, ທ່ານ ນິກ ໄອແອນສັນ ທີ່ເປິກສາອົງການແພລນປະຈໍາລາວ, ທ່ານ ພຸດທາ ຄໍາພັນທອງ ຫົວໜ້າໂຄງການການສຶກສາຂັ້ນພື້ນຖານອົງການແພລນປະຈໍາແຂວງອຸດົມໄຊ, ວິຊາການຜູ້ຮັບຜິດຊອບວຽກງານໂຄງການນີ້ຈາກກະຊວງສຶກສາ ທິການ ແລະ ກິລາ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການຂັ້ນແຂວງ ແລະ ບັນດາເມືອງເປົ້າໝາຍຂອງໂຄງການ 2 ເມືອງຄື: ເມືອງຮຸນ ແລະ ເມືອງປາກແບງ ເຂົ້າຮ່ວມນໍາ.

ທ່ານ ນາງ ຫວັດມະນີ ສ້ອຍວຽງວົງ ຮອງຫົວໜ້າຂະແໜງປະຖົມ-ອະນຸບານພະແນກສຶກສາທິການ ແລະ ກິລາໄດ້ຂື້ນຜ່ານຈຸດປະສົງ ແລະ ວາລະດໍາເນີນກອງປະຊຸມ, ຈາກນັ້ນທ່ານ ໂອວາດ ຈັນທະວົງ ກໍໄດ້ມີຄໍາຄິດຄໍາເຫັນ ເຊິງທ່ານໄດ້ຍົກໃຫ້ເຫັນພາລະບົດບາດຂອງອົງການແພລນຕໍ່ກັບການພັດທະນາການສຶກສາ ເປັນຕົ້ນແມ່ນໄດ້ຊ່ວຍເຮັດໃຫ້ຍຸດທະສາດການສຶກສາຂັ້ນປະຖົມແບບບັງຄັບຍັບເຂົ້າໃກ້ກັບຜົນສໍາເລັດເທື່ອລະກ້າວ, ອັດຕາເຂົ້າຮຽນສຸດທິ, ອັດຕາເລື່ອນຂັ້ນ, ຈົບຊັ້ນເພີ່ມຂື້ນ, ອັດຕາຄ້າງຫ້ອງ ແລະ ປະລະການຮຽນຫຼຸດລົງ ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ ຂອງເມືອງເປົ້າໝາຍໂຄງການ, ເຫັນວ່າມີໝາກຜົນດີຂື້ນ ແລະ ໃນຕໍ່ໜ້າໂຄງການນີ້ຍັງຈະໄດ້ເພີ່ມເມືອງງາເຂົ້າມາເປັນເປົ້າໝາຍໃໝ່ຂອງໂຄງການຕື່ມອີກ, ທັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຊ່ວຍກັນປະກອບຄໍາຄິດຄໍາເຫັນ ແລະ ວາງທິດທາງແຜນການຮ່ວມກັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ.

ທ່ານ ນິກ ໄອແອນສັນ ລາຍງານຜົນການປະເມີນການຈັດຕັ້ງປະຕິບັດກິດຈະກໍາການສົ່ງເສີມການສຶກສາຂັ້ນພື້ນຖານຂອງອົງການແພລນທີ່ໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງເປົ້າໝາຍຍົກໃຫ້ເຫັນຈຸດດີຜົນງານຫຼາຍດ້ານ.
ຈາກນັ້ນ, ແຕ່ລະເມືອງໄດ້ຜັດປ່ຽນກັນຂື້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດຂອງຕົນໃນໄລຍະຜ່ານມາ ແລະ ສົນທະນາຮ່ວມກັນໃນກິດຈະກໍາທີ່ຕົນໄດ້ຈັດຕັ້ງປະຕິບັດຜ່ານມາ ເປັນຕົ້ນແມ່ນ:
– ສົ່ງເສີມ ບົດບາດຍິງ-ຊາຍ ໃຫ້ເດັກໄດ້ເຂົ້າເຖິງການສຶກສາ ແລະ ປູກຈິດສຳນຶກ.
– ປັບປຸງຄຸນນະພາບການຮຽນ-ການສອນ.
– ປັບປຸງຄຸນນະພາບການບໍລິຫານ ແລະ ຄວາມສອດຄ່ອງ.
-ສະໜອງອຸປະກອນຮັບໃຊ້ຈໍານວນໜຶ່ງເພື່ອເພີ່ມປະສິດທິພາບໃຫ້ກັບວຽກງານຂອງໂຄງການ
– ການອອກຂ່າວວິທະຍຸກະຈາຍສຽງ (ລາຍການໄວໜຸ່ມພາກພາສາມົ້ງ ແລະ ກຶມມຸ)
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ ຈັດແບ່ງອອກເປັນກຸ່ມເພື່ອຊ່ວຍກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ແລະ ວາງທິດທາງແຜນການຮ່ວມກັນ ໃນການກະກຽມຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ຂອງໂຄງການໃນ ປີ 2015-2016, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງໂຄງການດໍາເນີນໄປດ້ວຍດີ ແລະ ມີປະສິດທິພາບດີຂື້ນໃນຕໍ່ໜ້າ, ກອງປະຊຸມຄັ້ງນີ້ດໍາເນີນໄປໃຊ້ເວລາ 2 ວັນ ຮອດວັນທີ 12 ມີຖຸນາ ຈຶ່ງສໍາເລັດ.

 

11391280_1587714648146023_4243144491157864088_n

11393148_1587714588146029_2774105788832889162_n

11406771_1587714528146035_5243496020792916987_n

10501998_1587715558145932_1942680796348424548_n

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...