spot_img
Homeຂ່າວທ້ອງຖິ່ນຊາວໜຸ່ມອຸດົມໄຊສຳເລັດການເປີດຂະບວນການຂໍ້ແຂ່ງຂັນ 4 ບຸກ

ຊາວໜຸ່ມອຸດົມໄຊສຳເລັດການເປີດຂະບວນການຂໍ້ແຂ່ງຂັນ 4 ບຸກ

Published on

ພິທີໄດ້ຈັດຂື້ນໃນຕອນແລງຂອງວັນທີ 11 ມີຖຸນາ 2015 ນີ້, ຢູ່ທີ່ສະໂມສອນຂອງ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ (ສກຂ) ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມສະນິດ ສຸດທິວົງ ຄະນະພັກຮາກຖານ (ສກຂ), ສະຫາຍ ບຸນທັນ ສຸລິຍະວົງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ແກ້ວ ເພັດມະນີ ເລຂາໜ່ວຍຊາວໜຸ່ມ (ສກຂ) ພ້ອມດ້ວຍຄະນະ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍ (ສກຂ) ເຂົ້າຮ່ວມນໍາ ຈຳນວນ 44 ສະຫາຍ,ຍິງ 20 ສະຫາຍ.

ພາຍຫຼັງທາງຄະນະຈັດຕັ້ງໄດ້ຜ່ານຂໍ້ຕົກລົງ ແລະ ໃບອະນຸມັດແລ້ວ ສະຫາຍ ແກ້ວ ເພັດມະນີ ເລຂາໜ່ວຍຊາວໜຸ່ມ (ສກຂ) ໄດ້ຂື້ນຜ່ານແຜນການຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍ ປະຈຳສົກປີ 2014-2015 ເຊິ່ງມີເນຶ້ອໃນຕິດພັນກັບວຽກງານວິຊາສະເພາະຂອງພະນັກງານພາຍໃນໜ່ວຍ, ເມື່ອເຫັນດີເປັນເອກະພາບຮັບຮອງເອົາແຜນການດັ່ງກ່າວແລ້ວ, ຕາງໜ້າແຕ່ລະໜ່ວຍ ກໍໄດ້ພ້ອມກັນຂື້ນຈັບມືແຂ່ງຂັນກັນປະຕິບັດຕາມແຜນການຂໍ້ແຂ່ງຂັນ 4 ບຸກທີ່ວາງໄວ້.


ໃນໂອກາດນີ້ ສະຫາຍ ບຸນທັນ ສຸລິຍະວົງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ໃຫ້ຄໍາໂອວາດ ບາງຕອນສະຫາຍໄດ້ເນັ້ນໜັກວ່າ: ‘’ ການເປີດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງໜ່ວຍຊາວໜຸ່ມ (ສກຂ) ໃນຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສໍາຄັນ ເພາະເປັນການສ້າງຂະບວນການແຂ່ງຂັນວຽກດີພົ້ນເດັ່ນ ພາຍໃນກົມກອງຂອງຕົນ ໂດຍຕິດພັນກັບວຽກງານວິຊາສະເພາະໃຫ້ມີບາດກ້າວດີຂື້ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງແຕ່ລະສະຫາຍ ທັງເປັນການນໍຳເອົາແນວທາງນະໂຍບາຍຂອງພັກມາຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ, ສ້າງຄວາມເຂັ້ມແຂງພາຍໃນໜ່ວຍ ແລະ ເປັນເງື່ອນໄຂທີ່ຊຸກຍູ້ໃຫ້ໜ່ວຍພັກກາຍເປັນໜ່ວຍພັກແຂງຮູ້ນໍາພາຮອບດ້ານ ໂດຍມີກໍາລັງແຮງຊາວໜຸ່ມທີປຽບດັ່ງແຂນຂວາ.‘’


ຈາກນັ້ນ ສະຫາຍ ແກ້ວ ເພັດມະນີ ເລຂາໜ່ວຍຊາວໜຸ່ມ (ສກຂ) ກໍໄດ້ຕ່າງໜ້າໃຫ້ສະມາຊິກພາຍໃນໜ່ວຍ ຂື້ນຮັບຄໍາໂອວາດ ແລະ ກ່າວສະແດງຄວາມຂອບໃຈທີ່ທາງຂັ້ນເທິງໃຫ້ການໃກ້ຊິດຕິດແທດ ພ້ອມທັງປະຕິຍານວ່າ ຈະພ້ອມກັນສູ້ຊົນໃຫ້ໜ່ວຍຊາວໜຸ່ມ (ສກຂ) ກາຍເປັນໜ່ວຍປະສົບຜົນສໍາເລັດ 4 ບຸກຕາມຈຸດປະສົງ.

11390052_1587741751476646_6810816199271523468_n

11390198_1587741694809985_7201331742922716424_n

11421370_1587741891476632_2612488123436933924_n

10405581_1587741534810001_4405669314521539956_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...