Homeຂ່າວພາຍ​ໃນປະກາດລົດທີ່ໂຊກດີຈາກ ການຕິດສະຕິກເກີລາວໂພສຕ໌ ຄັ້ງທຳອິດ

ປະກາດລົດທີ່ໂຊກດີຈາກ ການຕິດສະຕິກເກີລາວໂພສຕ໌ ຄັ້ງທຳອິດ

Published on

ພາຍຫຼັງທີ່ເວັບໄຊລາວໂພສຕ໌ໄດ້ແຈກສະຕິກເກີ ຊຸດທຳອິດໄປເປັນທີ່ຮຽບຮ້ອຍກໍໄດ້ມີ ແຟນໆຂອງລາວໂພສຈຳນວນຫຼວງຫຼາຍ ສົ່ງຮູບພາບຈຳຫຼາຍເຂົ້າມາສູ່ເວັບໄຊຂອງພວກເຮົາ ດັ່ງນັ້ນ, ມາເຖິງວັນທີ 11 ມິຖຸນາ 2015 ທາງທີມງານການຕະຫຼາດຂອງເວັບໄຊ ຈຶ່ງໄດ້ທຳການຈັບສະຫຼາກເພື່ອແຈກໂຊກ ໃຫ້ແກ່ແຟນໆ ທີ່ໄດ້ຕິດສະຕິກເກີດັ່ງກ່າວ ຈຳນວນ 5 ຜູ້ໂຊກດີ ເຊິ່ງລາຍລະອຽດຮູບແລະປ້າຍລົດທີ່ໂຊກດີ ມີດັ່ງນີ້:

1. ລົດເກັງ ຮຸນໄດ ທະບຽນ ກຜ 3819 ກຳແພງນະຄອນ

2. ລົດຈັກຮອນດ້າ ທະບຽນ ຈອ 8602 ກຳແພງນະຄອນ

3. ລົດຈັກ ຮອນດ້າເວັບ ທະບຽນ ດກ 9856 ກຳແພງນະຄອນ

4. ລົດຈັກ ຮອນດ້ານເວັບ ທະບຽນ ຍຜ 0523 ກຳແພງນະຄອນ

5. ລົດຈັກ ທະບຽນ ຈຂ 2342 ກຳແພງນະຄອນ

ຜູ້ທີ່ເປັນເຈົ້າຂອງລົດທີ່ປາກົດໃນຮູບນີ້ ຂໍໃຫ້ສົ່ງຫຼັກຖານຄື ຖ່າຍຮູບໃບທະບຽນລົດຂອງຕົນ ພ້ອມດ້ວຍເລກບັນຊີທະນາຄານ ສົ່ງເຂົ້າມາທີ່ເຟສບຸກເພຈ ລາວໂພສຕ໌ (www.facebook.com/12laopost) ແລ້ວທີມງານຈະໂອນເງິນລາງວັນຄ່ານ້ຳມັນລົດ 100,000 ກີບ ເຂົາບັນຊີໃຫ້ທ່ານ ຫຼືທ່ານສະດວກມາຮັບດ້ວຍຕົນເອງ ກໍຂໍໃຫ້ຖືໃບທະບຽນລົດທີ່ຖືກລາງວັນ ເຂົ້າຮັບລາງວັນທີ່ສຳນັກຂ່າວ ລາວໂພສຕ໌.ຄອມ ທີ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂທ: 020 77791133.

ຫຼືຖ້າຫາກທ່ານເປັນຄົນໃຈບຸນ ຢາກບໍລິຈາກຕໍ່ໃຫ້ກັບສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ຫຼື ກຸ່ມອາສາຜູ້ໃຫ້ ກໍໄດ້ ຂໍພຽງທ່ານແຈ້ງເຈດຈຳນົງມາ ພ້ອມກັບຖ່າຍຮູບໃບທະບຽນລົດຂອງທ່ານສົ່ງມາຫາທີມງານລາວໂພສຕ໌ ເຮົາຈະຈັດການໃຫ້ ແລະຈະປະກາດລາຍຊື່ຂອງທ່ານເປັນຜູ້ ຊ່ວຍເຫຼືອສັງຄົມຕໍ່ໄປ.

ສຳລັບຜູ້ສົນໃຈຢາກຈະຖືກລາງວັນ ຫຼືຢາກຕິດໂລໂກ້ລາວໂພສຕ໌.ຄອມ ງ່າຍໆ ເມື່ອທ່ານໄດ້ຮັບສະຕິກເກີແລ້ວ ໃຫ້ຕິດໃສ່ລົດຂອງທ່ານ ແລ້ວຖ່າຍຮູບສົ່ງໃຫ້ທີມງານຂອງພວກເຮົາ ຊ່ອງທາງ www.facebook.com/12laopost ຫຼືພວກເຮົາຫາກພົບເຫັນຢູ່ບ່ອນໃດ ຈະຖ່າຍຮູບເອົາມາຈັບສະຫຼາກ ປະກາດຜູ້ໂຊກດີລົງເທິງໜ້າເວັບໄຊ ແລະເພຈ www.facebook.com/12laopost (ເຊິ່ງສະຕິກເກີດັ່ງກ່າວ ທາງທີມງານພວກເຮົາຈະແຈກໃຫ້ລ້າໆ ຜ່ານວິທີການຕ່າງໆ).

ສະແດງຄວາມດີໃຈກັບຜູ້ໂຊກດີ ທີ່ໄດ້ຮັບລາງວັນຄ່ານ້ຳມັນລົດທຸກໆ ທ່ານ ຂໍໃຫ້ທ່ານໂຊກດີອີກໃນຄັ້ງຕໍ່ໆໄປ ຂໍຂອບໃຈທຸກໆ ທ່ານທີ່ຕິດຕາມຜົນງານຂອງທີມຂ່າວ ລາວໂພສຕ໌.ຄອມ ຫວັງວ່າທ່ານຈະໂຊກດີໃນຄັ້ງຕໍ່ໆ ໄປເຊັ່ນດຽວກັນ.

ທີມງານການຕະຫຼາດລາວໂພສຕ໌.ຄອມ

1535736_644924502275695_5384171523923307575_n 10957478_644924438942368_8662716218534456742_n 11206109_644924858942326_6066223507480723570_n 11228898_644924688942343_5762240304665615039_n

11393218_644924362275709_5842326857450792634_n

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...