spot_img
Homeຂ່າວພາຍ​ໃນບານເຕະລາວໃນຊີເກມບໍ່ເຫຼືອຫຍັງໃຫ້ລຸ້ນມີພຽງບານໂລກທີ່ຍັງມີລຸ້ນ

ບານເຕະລາວໃນຊີເກມບໍ່ເຫຼືອຫຍັງໃຫ້ລຸ້ນມີພຽງບານໂລກທີ່ຍັງມີລຸ້ນ

Published on

ເປັນໄປຕາມຄາດໝາຍທີ່ວາງໄວ້ ກັບຜົນງານຂອງທັບນັກກິລາທີມຊາດລາວ ຊຸດຊີເກມ ຄັ້ງທີ 28 ທີ່ຕົກຮອບເປັນທີ່ຮຽບຮ້ອຍ ເຖິງແມ່ນວ່າ ຈະສາມາດເອົາຊະນະ ຕີມໍ ເລສເຕ 3-2 ປະຕູ ແລະ ບຣູໄນ 2-1 ປະຕູ ໄປແບບຫວຸດຫວິດ ກໍ່ຕາມ ແຕ່ກໍ່ຖືວ່າ ຜົນງານຂ້ອນຂ້າງທີ່ຈະດີ ເມື່ອມີເຖິງ 6 ຄະແນນ ແລະ ຍັງເຫຼືອອີກ 1 ນັດ ທີ່ຈະພົບກັບ ມາເລເຊຍ ໃນວັນທີ 11 ມິຖຸນານີ້ ຖ້າເອົາຊະນະໄດ້ ກໍ່ຄືຈະກັບບ້ານດ້ວຍຄວາມພາກພູມໃຈ ທີ່ສ້າງຜົນງານດີສົມຄວນເຖິງແມ່ນຈະຕົກຮອບກໍ່ຕາມ, ແຕ່ກົງກັນຂ້າມໃນມື້ດຽວກັນທີມຊາດລາວ ຊຸດໃຫຍ່ ກໍ່ກຽມຈະລົງສູ່ສະໜາມນັດທຳອິດ ພົບກັບ ທີມຊາດມຽນມາ ໃນການແຂ່ງຂັນເຕະບານໂລກ 2018 ຮອບຄັດເລືອກ ໂຊນເອເຊຍ ກຸ່ມ G

ສຳລັບ ຕາຕະລາງແຂ່ງຂັນຂອງທີມຊາດລາວ ຊຸດເຕະບານໂລກ 2018 ຮອບຄັດເລືອກ ໂຊນເອເຊຍ ກຸ່ມ G ປະກອບມີ ໃນວັນທີ 11 ມິຖຸນາ 2015 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສປປ ລາວ ພົບກັບ ມຽນມາ ເວລາ 19:00 ໂມງ, ໃນວັນທີ 16 ມິຖຸນາ 2015 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສປປ ລາວ ພົບກັບ ເລບານອນ ເວລາ 19:00 ໂມງ, ໃນວັນທີ 3 ກັນຍາ 2015 ທີ່ສະໜາມກິລາແອນສັນ ສ ເກົາຫຼີ ສປປ ລາວ ພົບກັບ ສ ເກົາຫຼີ ເວລາ 20:00 ໂມງ, ໃນວັນທີ 8 ກັນຍາ 2015 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສປປ ລາວ ພົບກັບ ຄູເວດ ເວລາ 19:00 ໂມງ, ໃນວັນທີ 13 ຕຸລາ 2015 ສປປ ລາວ ພົບກັບ ມຽນມາ (ບໍ່ລະບຸສະໜາມ ແລະ ເວລາ ເຈົ້າບ້ານຂອງມຽນມາ), ໃນວັນທີ 12 ພະຈິກ 2015 ທີ່ສະໜາມກິລາຄາມິລເລ ຊາມຸນ ເລບານອນ ສປປ ລາວ ພົບກັບ ເລບານອນ ເວລາ 17:00 ໂມງ, ໃນວັນທີ 17 ພະຈິກ 2015 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສປປ ລາວ ພົບກັບ ສ ເກົາຫຼີ ເວລາ 19:00 ໂມງ ແລະ ໃນວັນທີ 24 ມີນາ 2015 ທີ່ສະໜາມກິລາອາ-ຮາມາດິ ຄູເວດ ສປປ ລາວ ພົບກັບ ຄູເວດ ເວລາ18:35 ໂມງ, ເຊິ່ງເຊື່ອວ່າຜົນງານຂອງທີມຊາດລາວ ຈະດີກວ່າຕອນອຸ່ນເຄື່ອງ ເມື່ອລົງສະໜາມແຂ່ງຂັນຕົວຈິງ.

11401348_1637808166432357_7082802907868102085_n

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...