spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ຫລາຍພາກສ່ວນ ກວດພົບນ້ຳມັນເຄື່ອງກາຊ້າງປອມ ວາງຈຳໜ່າຍ!

ເຈົ້າໜ້າທີ່ຫລາຍພາກສ່ວນ ກວດພົບນ້ຳມັນເຄື່ອງກາຊ້າງປອມ ວາງຈຳໜ່າຍ!

Published on

20150601160205

ທ້າຍ​ເດືອນ​ພຶດສະພາ 2015 ຜ່ານ​ມາ ບໍລິສັດ ທິ​ລິ​ກິດ​ແອນ​ກິບບິນສ໌​ລາວ ຈຳກັດ ໄດ້​ຮ່ວມ​ກັບພະ​ແນກ​ວິທະຍາສາດ ແລະ ເຕັກໂນ​ໂລ​ຊີ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ເຈົ້າ​ໜ້າທີ່​ກ່ຽວຂ້ອງຈາກ​ຫຼາຍ​ພາກສ່ວນ ໄດ້​ລົງ​ກວດກາ​ສິນຄ້າ​ປອມ​ແປງ​ໃນ​ຂົງເຂດນະຄອນຫຼວງ​ວຽງ​ຈັນ ໂດຍ​ສະເພາະແມ່ນ​ນ້ຳມັນ​ເຄື່ອງ​ກາ​ຊ້າງຂອງ​ບໍລິສັດ ສະຫຍາມ​ຄູ​ໂບ​ຕ້າຄໍ​ໂປ​ເຣ​ຊັນ ຈຳກັດ.

ໃນ​ການ​ດຳເນີນ​ການ​ຄັ້ງ​ນີ້ ທາງ​ເຈົ້າ​ໜ້າທີ່ໄດ້​ມີ​ການ​ປຶກສາຫາລື​ກັນ​ ໂດຍ​ມີ​ນັກວິຊາການຂອງ​ບໍລິສັດ ທິ​ລິ​ກິດ​ແອນ​ກິບບິນສ໌​ລາວ ຈຳກັດ ໄດ້​ມາ​ອະທິບາຍ​ເຖິງ​ຄວາມ​ແຕກ​ຕ່າງ​ຂອງສິນຄ້າລະຫວ່າງຂອງ​ແທ້ ແລະ ປອມ​ແປງ ​ຄື​ນ້ຳມັນ​ເຄື່ອງ​ກາ​ຊ້າງ ຫາກ​ເບິ່ງ​ຜິວ​ເຜີນ​ອາດ​ຈະ​ບໍ່​ຮູ້​ວ່າອັນ​ໃດ​ແທ້​ອັນ​ໃດ​ປອມ ​ແຕ່​ກໍ່​ມີຫຼາຍ​ຈຸດ​ທີ່​ໃຫ້​ພວກ​ເຮົາ​ໄດ້​ສັງເກດ ນັກວິຊາການ​ຍັງ​ໄດ້​ແຈ້ງຕື່ມ​ອີ​ກວ່າ ​ສິນຄ້າ​ປອມ​ແປງ​ຫາກໄປ​ນຳ​ໃຊ້​ກັບ​ເຄື່ອງ​ຈັກ​ຄູ​ໂບ​ຕ້າແລ້ວ ຈະ​ເຮັດ​ໃຫ້​ອາຍຸ​ການ​ໃຊ້ງານ​ຂອງ​ເຄື່ອງ​ຈັກ​ຫຼຸດ​ໜ້ອຍ​ລົງ ເຊິ່ງ​ຈະ​ສະແດງ​ໃຫ້​ເຫັນ​ເຄື່ອງ​ຈັກມີ​ອາຍຸ​ໃຊ້​ງານ​ໄດ້ 20 ປີ ແຕ່​ຖ້າໃຊ້​ສິນຄ້າ​ປອມ​ແປງ​ອາດ​ຈະ​ເຫຼືອ ອາຍຸ​ການ​ໃຊ້​ງານ​ໄດ້ 10 ປີ​ເທົ່ານັ້ນ.

ສະນັ້ນ ຈຶ່ງ​ຢາກ​ແນະນຳ​ຜູ້​ໃຊ້ເຄື່ອງ​ຈັກ​ການ​ກະສິກຳ​ຂອງ​ບໍ​ລິສັດ ສະຫຍາມ​ຄູ​ໂບ​ຕ້າຄໍ​ໂປ​ເຣຊັນ ຈຳກັດ ເລືອກ​ຊື້​ນ້ຳມັນ​ເຄື່ອງ ແລະ ອາ​ໄຫຼ່​ຂອງ​ແທ້​ຈຳໜ່າຍຂອງ​ບໍລິສັດ​ນັ້ນ ເພື່ອ​ຄວາມໝັ້ນ​ໃຈ​ວ່າ​ຈະ​ໄດ້​ຮັບ​ສິນຄ້າ​ທີ່​ດີ ແລະ ມີ​ຄຸນະພາບ​ຈາກ​ຜູ້​ຜະລິດໂດຍ​ກົງ.

ຈາກ​ນັ້ນ ຄະນະ​ປະຕິບັດ​ງານໄດ້​ລົງ​ກວດກາ​ກຸ່ມ​ເປົ້າ​ໝາຍ​ທີ່​ມີ​ຢູ່ 16 ຮ້ານ ໃນ​ຂົງເຂດ​ນະຄອນຫຼວງ​ວຽງ​ຈັນ ແລະ ໄດ້​ພົບ​ສິນຄ້າປອມ​ແປງ​ແຕ່​ພຽງ 2 ຮ້ານ ເພາະກ່ອນ​ໜ້າ​ນີ້​ ໄດ້​ມີ​ການ​ແຈ້ງ​ການກ່ອນ​ທີ່​ຈະ​ລົງ​ມາ​ກວດ ເຮັດ​ໃຫ້​ຜູ້ລະເມີດ​ມີ​ຄວາມ​ເຂົ້າໃຈ ແລະ ປະຕິບັດ​ຕາມ​ເປັນ​ຢ່າງ​ດີ ສ່ວນສິນຄ້າ​ປອມ​ແປງ​ທີ່​ພົບ​ເຫັນ​ໃນຄັ້ງ​ນີ້​ ແມ່ນ​ມີ​ພຽງ​ນ້ຳມັນ​ເຄື່ອງ​ກາ​ຊ້າງ ຈຳນວນ 12 ຕຸກ ທາງ​ເຈົ້າໜ້າທີ່​ຈຶ່ງ​ໄດ້​ເຮັດ​ບົດ​ບັນທຶກ​ຕໍ່​ຜູ້​ລະເມີດ ພ້ອມ​ຢຶດ​ສິນຄ້າ​ປອມ​ແປງດັ່ງກ່າວ​ ໄວ້​ເພື່ອ​ທຳລາຍ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...