Homeຂ່າວຕ່າງປະເທດແຜ່ນດິນໄຫວ 6.0 ທີ່ເກາະບໍນຽວ ປະເທດມາເລເຊຍ ຕອນເຊົາມື້ນີ້! ຍັງບໍ່ມີລາຍງານຄວາມເສຍຫາຍ!

ແຜ່ນດິນໄຫວ 6.0 ທີ່ເກາະບໍນຽວ ປະເທດມາເລເຊຍ ຕອນເຊົາມື້ນີ້! ຍັງບໍ່ມີລາຍງານຄວາມເສຍຫາຍ!

Published on

EyWwB5WU57MYnKOuXxyIgPkmIPhdINUxckRV28x9ZDq827nKe5gbgp

ໃນເວລາ 06:15 ໂມງ ຂອງວັນທີ 5 ມິຖຸນາ 2015 ນີ້ ຕາມເວລາໃນທ້ອງຖິ່ນ ໄດ້ເກີດແຜ່ນດິນໄຫວຂະໜາດ 6.0 ທີ່ເກາະບໍນຽວ ລັດຊາບາ ປະເທດມາເລເຊຍ ໂດຍບໍ່ມີເຕືອນໄພສຶນາມິ ແລະ ຍັງບໍ່ມີລາຍງານຄວາມເສຍຫາຍ.

ສຳນັກຂ່າວຕ່າງປະເທດ ລາຍງານໃນຕອນເຊົ້າຂອງມື້ນີ້ (5 ມິຖຸນາ) ວ່າ ສຳນັກງານທໍລະນີວິທະຍາຂອງສະຫະລັດອາເມຣິກາ ຫລື USGS ໄດ້ລາຍງານວ່າ ເກີດເຫດແຜ່ນດິນໄຫວທີ່ມາເລເຊຍ ຂະໜາດ 6.0 ແມັກນິຈູດ ທີ່ຄວາມເລິກຈາກຜິວໂລກລົງໄປປະມານ 10 ກິໂລແມັດ ໂດຍມີຈຸດສູນກາງຢູ່ຫ່າງຈາກເມືອງ Ranau ໄປປະມານ 19 ກິໂລແມັດ ແລະ ຫ່າງຈາກເມືອງໂຄຕາລິນາບາລູ ໃນລັດຊາບາ ໄປ 54 ກິໂລແມັດ.

ຈົນຮອດໃນຂະນະນີ້ ແມ່ນຍັງບໍ່ທັນມີລາຍງານຄວາມເສຍຫາຍ ທີ່ເກີດຈາກເຫດແຜ່ນດິນໄຫວດັ່ງກ່າວນີ້ເທື່ອ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...