spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ແຂວງຈຳປາສັກ ຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

ປກສ ແຂວງຈຳປາສັກ ຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

Published on

yaba

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງຈຳປາສັກ, ໄດ້ນຳກຳລັງເຂົ້າຈັບເຄືອຂ່າຍຄ້າຢາເສບຕິດ ລາຍໃຫຍ່,ໃນຂະນະທີ່ມີການຊື້ ຂາຍຢາບ້າຢູ່ເຂດບ້ານໂພນສະຫວັນ ເມືອງປາກເຊ ແຂວງຈຳປາສັກ ໂດຍສາມາດ ຈັບຕົວຜູ້ ຕ້ອງຫາໄດ້ຄື: ທ້າວ ຄຳຊ້າງ ອາຍຸ 21 ປີ ຢູ່ບ້ານໂພນງາມ, ທ້າວສີດາ ອາຍຸ 18 ປີຢູ່ບ້ານໂພນສະອາດ ແລະ ນາງເພັດສະໄໝ ອາຍຸ 29 ປີຢູ່ບ້ານສະ ໜາມໄຊ ເມືອງປາກເຊ ພ້ອມຂອງການຢາບ້າ 8 ພັນເມັດ, ຢາໄອອີກຈຳນວນໜຶ່ງ ແລະ ລົດຈັກ ສອງຄັນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ:ພວກກ່ຽວແມ່ນເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ ທີ່ເຈົ້າ ໜ້າທີ່ຕິດຕາມການເຄື່ອນໄຫວມາດົນແລ້ວ ແລະມີຂໍ້ມູນຫລັກຖານແໜ້ນໜາຈຶ່ງສາມາດຈັບຕົວມາດຳເນີນຄະດີຕາມ ລະບຽບກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...