spot_img
Homeນານາສາລະດື່ມກາເຟແບບໃດໂດຍບໍ່ເສຍສຸຂະພາບ

ດື່ມກາເຟແບບໃດໂດຍບໍ່ເສຍສຸຂະພາບ

Published on

CXTF37-coffee_2677787b

ພະນັກງານຫ້ອງການຫລາຍ​ຄົນເຊົ້າ​ມາ​ກໍ​ກາ​ເຟ​ໜຶ່ງ​ຈອກຕົກ​ສວາຍໆ​ຢາກນອນ​ອາດຈະ​ມີ​​ອີກ​ໜຶ່ງຈອກຫລື​ຖ້າ​ຄືນໃດ​ຕ້ອງ​ຢູ່​ເຮັດ​ໂອ​ທີຫລື​ກຽມ​ພີ​ເຊນຈົນ​ເດິກອາດຈະ​ມີ​ຈອກທີ່​ສາມ ເຊື່ອ​ວ່າ​ທຸກ​ຄົນ​ຮູ້​ດີ​ວ່າ​ການ​ດື່ມ​ກາ​ເຟ​ຫລາຍ​ເກີນ​ໄປ​ເປັນ​ຜົນ​ເສຍ​ຕໍ່​ຮ່າງກາຍ​ທັງ​ນອນ​ບໍ່​ຫລັບ,ຫົວ​ໃຈ​ເຕັ້ນ​ໄວ​ຜິດ​ປົກກະຕິຫລື​ທີ່​ບາງ​ຄົນ​ເກີດ​ອາການ​ມື​ສັ່ນ,ໃຈ​ສັ່ນ​ແລ້ວ​ຍັງ​ເຮັດໃຫ້​ຜູ້​ປ່ວຍ​ພະຍາດ​ຫົວ​ໃຈ​ແລະ​ຄວາມ​ດັນ​ເລືອດ​ສູງ​ມີ​ອາການ​ຫລາຍ​ຂຶ້ນ​ນໍາອີກ​ແຕ່​ຖ້າ​ເປັນ​ຄໍ​ກາ​ເຟ​ໂຕແທ້ໆບໍ່​ອາດ​ຫລີກ​ລ້ຽງ​ການ​ດື່ມ​ກາ​ເຟ​ໄດ້​ເລຍມື້ນີ້ມີ​ວິທີ​ດື່ມ​ກາ​ເຟ​ແບບໃດ​ໃຫ້​ບໍ່​ ເສຍ​ສຸຂະ​ພາບ​ມາ​ຝາກ​

1.ເລືອກ​ກາ​ເຟ​ທີ່​ມີ​ຄຸນນະພາບ​ສູງ
ບາງ​ຄົນ​ອາດ​ບໍ່​ຮູ້ວ່າ​ກາ​ເຟ​ຖື​ເປັນ​ໜຶ່ງ​ໃນ​ພືດ​ທີ່​ມີ​ການ​ໃຊ້​ຢາ​ຂ້າ​ແມງ​ໃນ​ການປູກຝັງ​ຫລາຍ​ທີ່ສຸດ​ຊະນິດ​ໜຶ່ງ​ເລີຍ​ເພາະ​ສະ​ນັ້ນ​ເຮົາ​ເລືອກ​ກາ​ເຟ​ຄຸນນະພາບ​ສູງ​ໂດຍ​ສະເພາະ​ຢ່າງ​ຍິ່ງ​ພວກ​ທີ່​ເປັນorganicແລ້ວ​ນອກ​ຈາກ​ເຮົາ​ຈະ​ຫລີກ​ລ້ຽງ​ສານ​ຕົກ​ຄ້າງ​ຈາກ​ຢາ​ຂ້າ​ແມງ​ໄດ້​ແລ້ວເຮົາ​ຍັງ​ໄດ້​ໂບ​ນັດ​ຄື​ກິ່ນ​ແລະ​ລົດ​ຊາດ​ທີ່​ດີກວ່າ​ນໍາອີກ​

2.ເລືອກ​ເຄື່ອງ​ເຮັດ​ກາ​ເຟ​ຄຸນນະພາບ​ສູງ
ຖ້າ​ນ້ຳ​ຮ້ອນ​ຈາກ​ການ​ຕີ​ກາ​ເຟ​ໄຫລ​ຜ່ານ​ເຄື່ອງ​ເຮັດ​ກາ​ເຟ​ທີ່​ເຮັດ​ຈາກ​ພາ​ສຕິ​ກອາດ​ເຮັດໃຫ້​ສານ​ເຄ​ມີ​ຈາກ​ພາສຕິກ​ໄຫລ​ລົງ​ໄປ​ປະສົມ​ໃນ​ກາ​ເຟ​ໄດ້ແລະ​ການ​ຮັບ​ສານ​ເຄ​ມີ​ປະ​ເພດ​ນີ້​ຫລາຍໆ​ຈະ​ເຮັດໃຫ້​ລະບົບ​ຮໍໂມນ​​ຜິດ​ປົກກະຕິເພາະ​ສະ​ນັ້ນ​ຖ້າ​​ເລືອກ​ເຄື່ອງ​ເຮັດ​ກາ​ເຟ​ແບບ​ເອດ​ເພດ​ໂຊ​ທີ່​ມີ​ຄຸນນະພາບ​ສູງຜ່ານ​ການ​ຮັບຮອງ​ຄວາມ​ປອດ​ໄພ​ຮຽບຮ້ອຍ​ກໍ​ໝົດ​ກັງ​ວົນ​ເລື່ອງ​ນີ້​ໄປ​ໄດ້​ເລີຍ​

3.ເລືອກ​ດື່ມ​ໃຫ້​ຖືກ​ເວລາ
ເວລາ​ທີ່​ດື່ມ​ກາ​ເຟ​ຄວນ​ເລືອກ​ເປັນ​ໄລຍະ​ກ່ອນ14.00ໂມງຖ້າ​ດື່ມ​ຫລັງ14.00ໂມງອາດ​ເຮັດໃຫ້​ຮ່າງກາຍ​ມີ​ບັນຫາ​ນອນ​ບໍ່​ຫລັບແລະ​ພະຍາຍາມ​ເລືອກ​ກາ​ເຟ​ທີ່​ມີ​ເບດ​ເປັນ​ເອດ​ເພດ​ໂຊເຊັ່ນ:ອາເມລິ​ກາ​ໂນ່,ຄາ​ປູ​ຊິ​ໂນ່,ຫລື​ລາ​ເຕ້ແທນ​ກາ​ເຟ​ປົກກະຕິຫລື​ແບບ 3-in-1 ເພາະ​ຈະ​ມີ​ປະລິມານ​ຄາ​ເຟ​ອີນ​ແລະ​ນ້ຳ​ຕານ​ຫນ້ອຍ​ກວ່າ

4.ເລືອກ​ດື່ມ​ພ້ອມ​ກັບ​ກິນ​ອາຫານ​ທີ່ດີ
ຄົນອັງ​ກິດພວກເຂົາ​ຍັງມີAfternoon Teaພ້ອມ​ຂອງ​ວ່າງ​ໜ້າ​ກິນບໍ່​ໄດ້​ມີ​ພຽງ​ເພາະ​ໂຊງາມ​​ດອກແຕ່​ມັນ​ມີ​ປະໂຫຍດ​ນໍາອີກການ​ດື່ມ​ກາ​ເຟ​ກັບ​ອາຫານ​ທີ່​ມີ​ໂປ​ຕີນ,ໄຂ​ມັນແລະ​ຄາລໂບ​ໄຮ​ເດດອາຫານ​ຫລື​ຂອງ​ວ່າງ​ເຫລົ່າ​ນີ້​ຈະ​ຊ່ວຍ​ໃຫ້​ຮ່າງກາຍ​ຄ່ອຍໆ​ຮັບ​ຄາ​ເຟ​ອີນ​ຊ້າໆເທື່ອລະ​ຫນ້ອຍ​ເທື່ອລະ​ຫນ້ອຍແລະ​ດົນ​ຂຶ້ນ​ໂດຍ​ທີ່​ເຮົາ​ບໍ່​ຕ້ອງ​ອັດ​ເຂົ້າໄປ​ອີກ​ຫລາຍໆ​ຈອກຮູ້​ແບບນີ້​ແລ້ວ​ເທື່ອ​ໜ້າ​ກິນ​​ກາ​ເຟ​ໄປ​ພ້ອມໆ​ກັບ​ໄຂ່​1ໜ່ວຍຄຸກ​ກີ​1ອັນຫລື​ແຊນ​ວິດ​1​ຫໍ່​ຈະດີກ່ວາ

5.ເລືອກ​ດື່ມ​ກາ​ເຟ​ກ່ອນ​ອອກ​ກຳ​ລັງ​ກາຍ
ຖ້າ​ຢາກ​ອອກ​ກຳ​ລັງ​ກາຍ​ເພື່ອ​ລະ​ລາຍ​ໄຂ​ມັນ​ລອງ​ຈິບ​ກາ​ເຟ​ກ່ອນ​ໜ້ອຍໜຶ່ງນອກ​ຈາກ​ຈະ​ຊ່ວຍ​ເຜົາ​ຜານ​ໄຂ​ມັນ​ໄດ້​ໄວ​ຂຶ້ນ​ແລ້ວຍັງ​ຊ່ວຍ​ເພີ່ມ​ອັດຕາ​ການ​ເຜົາ​ຜານ​ພະລັງ​ງານ​ໃນ​ຮ່າງກາຍ​ໃຫ້​ສູງ​ຂຶ້ນ​ນໍາອີກ​

6.ເລືອກ​ດື່ມ​ກາ​ເຟ​ບໍ່​ໃສ່​ນ້ຳ​ຕານ,ຄີມ​ທຽມ,ຫລື​ອື່ນໆ​ດີ​ທີ່​ສຸດ
ຖ້າ​​ຕິດ​ກາ​ເຟ​ຫລາຍ​ແທ້ໆຢາກ​ໃຫ້​ລອງ​ດື່ມ​ກາ​ເຟ​ດຳ​ທີ່​ບໍ່​ໃສ່​ນ້ຳ​ຕານ,ຄີມ​ທຽມ,ນົມຫລື​ອື່ນໆ ແລ້ວ​ດື່ມ​ໃນ​ປະລິມານ​ຫນ້ອຍ​ໆ​ກິນ​ຊ້າ​ໆ​ໃຫ້​ພໍ​ຮູ້ສຶກ​ຕື່ນເພາະ​ຄົນ​ສ່ວນ​ໃຫຍ່​ບໍ່​ໄດ້​ກິນກາ​ເຟ​ແລ້ວ​ຈະ​​​ຫາວ​ນອນບໍ່​ສົດ​ໃສຫລື​ໃຜ​ທີ່​ຕິດ​ຄາ​ເຟ​ອີນ​ອາດ​ມີ​ອາການ​ມື​ສັ່ນກະ​ວົນ​ກະ​ວາຍ ຫງຸດ​ຫງິດ​ໄດ້ລອງ​ດື່ມ​ພຽງ​ມື້​ລະ​ຈອກແລະ​ກິນ​ຊ້າ​ໆ​ເບິ່ງ​

ເຖິງແມ່ນ​ກາ​ເຟ​ຈະ​ພໍ​ມີ​ປະໂຫຍດ​ຢູ່​ນຳແຕ່​ເຮົາ​ກໍ​ຢາກ​ແນະ​ນຳ​ໃຫ້​ດື່ມ​ຫນ້ອຍ​ໆບໍ່​ຈຳ​ເປັນ​ກໍ​ບໍ່​ຕ້ອງ​ດື່ມ​ທຸກ​ມື້ຖ້າ​ຢາກນອນ​ກໍ​ປ່ຽນ​ມາ​ນອນ​ໃຫ້​ໄວ​ຂຶ້ນຫລື​ຫາ​ຫມາກໄມ້​ສົດ​ມາກິນ​ເພື່ອ​ເພີ່ມ​ຄວາມ​ສົດ​ຊື່ນ​ແຈ່ມ​ໃສ​ໃນ​ຕອນ​ເຊົ້າ​ຈະ​ດີກວ່າ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...