spot_img
Homeນານາສາລະໝາກເຂົ້າ,ໝາກເລັ່ນ,ຊາຂຽວລວມພະລັງ3ແຊບອາຫານສູ້ແດດ

ໝາກເຂົ້າ,ໝາກເລັ່ນ,ຊາຂຽວລວມພະລັງ3ແຊບອາຫານສູ້ແດດ

Published on

Untitled-1

ແສງ​ແດດ​ແລະ​ອາ​ກາດ​ທີ່​ຮ້ອນ​ຂຶ້ນ​ທຸກ​ມື້ມີ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ຜິວ​ໜັງ​ຂອງ​ເຮົາທັງ​ບັນຫາ​ຜິວ​ແຫ້ງ​ຄໍ້າຜິວ​ແດງ,ຜິວ​ໄໝ້,ໄປ​ຈົນ​ເຖິງ​ບັນຫາ​ໃຫຍ່​ກໍ່ຄືມະ​ເຮັງ​ຜິວ​ໜັງການ​ຫລີກ​ລ້ຽງ​ແລະ​ປ້ອງ​ກັນ​ແສງ​ແດດ​ແລະ​ແສງ​ຢູວີ​ຈຶ່ງ​ເປັນ​ເລື່ອງ​ທີ່​ບໍ່​ຄວນ​ເບິ່ງ​ຂ້າມ
ປະຈຸບັນ​ນອກ​ຈາກ​ຈະ​ມີ​ຜະລິດຕະພັນ​ບຳ​ລຸງ​ຜິວ​ແລະ​ປ້ອງ​ກັນ​ແດດ​ຕ່າງໆມາ​ໃຫ້​ເລືອກ​ກັນ​ແລ້ວຍັງມີ​ງານ​ວິ​ໄຈ​ທາງ​ວິທະຍາ​ສາດ​ທີ່​ສາມາດ​ຢືນຢັນ​ໄດ້​ວ່າການ​ກິນ​ອາຫານ​ທີ່​ມີ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ໃນ​ປະລິມານ​ທີ່​ເໝາະ​ສົມຈະ​ຊ່ວຍ​ໃຫ້​ຮ່າງກາຍ​ຕໍ່​ຕ້ານ​ກັບ​ແສງ​ແດດ​ໄດ້​ດີ​ຍິ່ງ​ຂຶ້ນແລະ​ຊ່ວຍ​ປ້ອງ​ກັນ​ຜິວ​ ໄໝ້​ຈາກ​ແສງ​ແດດ​ໄດ້ໂດຍ​ສະເພາະ​ອາຫານ​ທີ່ມີ​ເບ​ຕາ,ແຄ​ໂລ​ທີນ(beta-carotene) ສູງຊຶ່ງ​ພົບ​ຫລາຍ​ໃນ​ຜັກ​ໃບ​ຂຽວ,ກາລົດ,ໝາກເພັດຫມາກໄມ້​ສີ​ເຫລືອງ​ກໍ່ຄືໝາກ​ມ່ວງ,ໝາກ​ໂມ,ໂດຍ​ຈະໃຫ້​ປະ​ສິດ​ທິ​ພາບ​ດີ​ຖ້າ​ມີ​ການ​ກິນ​ອາຫານ​ທີ່​ມີ​ເບ​ຕ້າ,ແຄ​ໂລ​ທີນ​ສູງ​ເຫລົ່າ​ນີ້​ຕໍ່​ເນື່ອງ​ກັນ​ຢ່າງ​ນ້ອຍ10ອາທິດ​ຂຶ້ນ​ໄປ
ສ່ວນ​ສານໄລ​ໂຄ​ປີນ(lycopene) ກໍ​ເປັນ​ສານ​ອີກ​ໂຕ​ໜຶ່ງ​ໃນ​ກຸ່ມ​ແຄ​ໂລ​ທີ​ນອຍ(carotenoid) ຊຶ່ງ​ນອກ​ຈາກ​ຈະ​ເປັນ​ສານ​ຕ້ານ​ມະ​ເຮັງ​ແລ້ວຖ້າ​ກິນ​ຕໍ່​ເນື່ອງ3ເດືອນ​ຂຶ້ນ​ໄປກໍ​ຈະ​ເຫັນ​ຜົນດີີ​ໃນ​ການ​ຊ່ວຍ​ປ້ອງ​ກັນ​ຜິວ​ໄໝ້​ຈາກ​ແສງ​ແດດຊຶ່ງ​ສານ​ໄລ​ໂຄ​ປີນ​ນີ້​ພົບ​ຫລາຍ​ໃນ​ໝາກເລັ່ນແລະ​ໝາກ​ເຂົ້າ

health06-1

ໝາກເຂົ້າ
ສ່ວນ​ໝາກ​ເຂົ້າ​ນັ້ນເປັນ​ຫມາກໄມ້​ທີ່​ອຸດົມ​ດ້ວຍ​ໄລ​ໂຄ​ປີນຊຶ່ງ​ມີ​ປະລິມານ​ສູງ​ກວ່າ​ໝາກເລັ່ນເຖິງ12ເທົ່າ ແລະ​ມີ​ສານ​ໃນ​ກຸ່ມ​ແຄ​ໂລ​ທີ​ນອຍເຊັ່ນ:ເບ​ຕາ,ແຄ​ໂລ​ທີນ​ຫລາຍກວ່າ​ກາລົດ10ເທົ່າມີ​ວິ​ຕາ​ມິນCຫລາຍກວ່າ​ໝາກກ້ຽງ40ເທົ່າມີ​ຊີ​ແຊນ​ທີນ​ຫລາຍກວ່າ​ສາລີ40ເທົ່າອຸດົມ​ດ້ວຍ​ວິ​ຕາ​ມິນEວິ​ຕາ​ມິນAກົດ​ໄຂ​ມັນ​ໂອ​ເມ​ກ້າ3ໂອ​ເມ​ກ້າ6ແລະ​ໂອ​ເມ​ກ້າ9ມີ​ສານ​ຕ້າ​ນອານຸ​ມູນ​ອິດສະຫລະ​ໃນ​ປະລິມານ​ສູງຊ່ວຍ​ເສີມ​ສ້າງ​ພູ​ມ​ຄຸ້ມ​ກັນ​ໃຫ້​ກັບ​ຮ່າງກາຍຊ່ວຍ​ໃນ​ການ​ຊະ​ລໍ​ໄວປ້ອງ​ກັນ​ການ​ເກີດ​ຮອງຮອຍ​ແຫ່ງ​ໄວປ້ອງ​ກັນ​ບັນຫາ​ຜິວ​ແຫ້ງ​ຫຍາບລວມ​ທັງ​ຊ່ວຍ​ປົກ​ປ້ອງ​ຜິວ​ຈາກ​ແສງ​ແດດ
ນອກ​ຈາກ​ນີ້ໃນ​ໝາກ​ເຂົ້າ​ຍັງມີ​ໄລ​ໂຄ​ປີນ​ຊະນິດ​ພິເສດ​ທີ່​ເອີ້ນວ່າໄລ​ໂປ​ແຄ​ໂລ​ທີນ (lipocarotene)ຊຶ່ງ​ເປັນ​ກົດ​ໄຂ​ມັນ​ສາຍ​ຍາວ​ທີ່​ຊ່ວຍ​ດັກ​ຈັບ​ແລະ​ດູດ​ຊຶມ​ແຄ​ໂລ​ທີນໝາກ​ເຂົ້າ​ຈຶ່ງ​ຈັດ​ເປັນ​ແຫລ່ງ​ຂອງ​ໄລ​ໂຄ​ປີນ​ທີ່​ດີ​ທີ່ສຸດ
ສຳລັບ​ການ​ກິນ​ໝາກເລັ່ນ​ຫລື​ໝາກ​ເຂົ້າ​ນັ້ນແນະ​ນຳ​ໃຫ້​ກິນ​ໝາກເລັ່ນ​ຫລື​ໝາກເຂົ້າ​ທີ່​ຜ່ານ​ຄວາມ​ຮ້ອນ ຊຶ່ງ​ຈະ​ມີ​ປະລິມານ​ໄລ​ໂຄ​ປີນ​ສູງ​ກວ່າ​ໃນ​ໝາກສົດເນື່ອງ​ຈາກ​ຄວາມ​ຮ້ອນ​ຈະ​ເຮັດໃຫ້​ຈຸລັງໝາກເລັ່ນ​​ຫລື ​ໝາກເຂົ້າ​ແຕກສ່ວນ​ການ​ບົດ​ກໍ​ຈະ​ຍິ່ງ​ເຮັດໃຫ້​ໄລ​ໂຄ​ປີນ​ອອກ​ມາ​ນອກ​ຈຸລັງ​ໄດ້​ຫລາຍ​ຂຶ້ນແລະ​ສານ​ໄລ​ໂຄ​ປີນ​ໃນ​ທຳມະຊາດ​ເມື່ອ​ຖືກ​ຄວາມ​ຮ້ອນ​ຮ່າງກາຍ​ຈະ​ສາມາດ​ດູດ​ຊຶມ​ໄດ້​ງ່າຍ​ຂຶ້ນ
ຢ່າງໃດ​ກໍ​ຕາມຄວາມ​ຮ້ອນ​ທີ່​ໃຊ້​ປຸງ​ຈະ​ຕ້ອງ​ບໍ່​ສູງ​ຫລາຍ​ແລະ​ບໍ່​ໃຊ້​ຄວາມ​ຮ້ອນ​ເປັນ​ເວລາ​ດົນ​ເກີນ​ໄປ ເພາະ​ຈະ​ເຮັດໃຫ້​ໄລ​ໂຄ​ປີ​ນລະ​ລາຍ​ໄປ​ນັ້ນ​ເອງ

ນອກ​ຈາກ​ນີ້​ຍັງມີ​ຜັກ​ຫມາກໄມ້​ອື່ນໆທີ່​ອຸດົມ​ໄປ​ດ້ວຍ​ໄລ​ໂຄ​ປີນເຊັ່ນ

ໝາກໂມ1ປ່ຽງ(286 ກຣາມ)ມີ​ໄລ​ໂຄ​ປີນ12, 962ໄມ​ໂຄ​ກຣາມ
ໝາກຫຸ່ງ1ໜ່ວຍ(304 ກຣາມ)ມີ​ໄລ​ໂຄ​ປີນ5, 557ໄມ​ໂຄ​ກຣາມ
ໝາກມ່ວງ1ໜ່ວຍ(207 ກຣາມ)ມີ​ໄລ​ໂຄ​ປີນ 6ໄມ​ໂຄ​ກຣາມ
ກາລົດ1ໜ່ວຍ(72 ກຣາມ)ມີ​ປະລິມານ​ໄລ​ໂຄ​ປີນ1ໄມ​ໂຄ​ກຣາມ

Studio shot of tomatoes falling into water

ໝາກເລັ່ນ

ໝາກເລັ່ນອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ແລະ​ແຮ່ທາດ​ຫລາຍ​ຊະນິດເຊັ່ນ:ວິ​ຕາ​ມິນCວິ​ຕາ​ມິນAວິ​ຕາ​ມິນKວິ​ຕາ​ມິນBວິ​ຕາ​ມິນB1ວິ​ຕາ​ມິນB2ແຄ​ຊຽມ,ຟອດ​ຟໍ​ລັດ,ທາດ​ເຫລັກແລະ​ມີ​ສານ​ຈຳ​ພວກ​ໄລ​ໂຄ​ປີນ,ແຄ​ໂລ​ທີ​ນອຍ,ເບ​ຕ້າ,ແຄ​ໂລ​ທີນແລະ​ກົດ​ອະ​ມິ​ໂນເປັນ​ຕົ້ນ
ໝາກເລັ່ນ​ມີ​ສັບ​ພະຄຸນ​ຊ່ວຍ​ບຳ​ລຸງ​ຜິວ​ພັນ​ໃຫ້​ຊຸ່ມ​ຊື່ນ​ສົດ​ໃສ,ບໍ່​ແຫ້ງ​ຫຍາບ,ມີ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ທີ່​ຊ່ວຍ​ຫລຸດ​ແລະ​​ການ​ເກີດ​ຮ່ອງ​ຮອຍ​ແຫ່ງ​ໄວມີ​ການສຶກສາ​ພົບ​ວ່າການ​ກິນ​ໝາກເລັ່ນ​ມື້​ລະ 48-55ກຣາມຫລື​ປະ​ມານ3ບ່ວງຫລື​ກິນ​ນ້ຳ​ໝາກເລັ່ນ​ມື້​ລະ250ຊີ​ຊີຕໍ່​ເນື່ອງ​ກັນ​ຢ່າງ​ນ້ອຍ10ອາທິດ​ຂຶ້ນ​ໄປຈະ​ຊ່ວຍ​ເພີ່ມ​ປະລິມານ​ສານ​ແຄ​ໂລ​ທີ​ນອຍ​ໃນ​ຜິວ​ໜັງແລະ​ອາການ​ແດງ​ຂອງ​ຜິວ​ໜັງ​ຫລັງ​ຈາກ​ຖືກແສງ​ແດດ​ຈະ​ຫນ້ອຍ​ກວ່າ​ກຸ່ມ​ທີ່​ບໍ່​ກິນ​ຊອດ ​ໝາກເລັ່ນ​ເຖິງ 33%
ນອກ​ຈາກ​ນີ້​ຍັງ​ພົບ​ວ່າກຸ່ມ​ທີ່​ກິນ​ໝາກເລັ່ນແສງ​ແດດ​ຈະ​ທຳລາຍ​ໂມ​ເລ​ກຸນ​ຂອງDNAໃນ​ຜິວ​ໜັງ​ຫນ້ອຍ​ກວ່າ​ກຸ່ມ​ທີ່​ບໍ່​ໄດ້​ກິນແລະ​ມີ​ການສ້າງprocollagenຫລາຍກວ່າ​ກຸ່ມ​ທີ່​ບໍ່​ໄດ້​ກິນ

13728198223098

ຊາ​ຂຽວ 
ຊາ​ຂຽວມີ​ສານ​ຕ້າ​ນອານຸ​ມູນ​ອິດສະຫລະ​ຊື່ໂພ​ລີ​ຟີ​ນອນ(pholyphenols)ຊຶ່ງ​ສາມາດ​ຊ່ວຍ​ປົກ​ປ້ອງ​ຜິວ​ໜັງ​ບໍ່​ໃຫ້​ຖືກ​ທຳລາຍ​ຈາກ​ລັງສີ​ຢູວີ​ໄດ້ໂດຍ​ຮ່າງກາຍ​ສາມາດ​ຮັບ​ໂພ​ລີ​ຟີ​ນອນ​ໄດ້​ທັງ​ຈາກ​ການ​ດື່ມແລະ​ການ​ທາ​ຄີມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ຊາ​ຂຽວແລະ​ຍັງມີ​ງານ​ວິ​ໄຈ​ພົບ​ວ່າ​ໂພ​ລີ​ຟີ​ນອນ​ສາມາດ​ປ້ອງ​ກັນ​ມະ​ເຮັງ​ຜິວ​ໜັງ​ໄດ້​ນໍາອີກ​
ຢ່າງໃດ​ກໍ​ຕາມການ​ກິນ​ອາຫານ​ເປັນພຽງ​ວິທີ​ການ​ໜຶ່ງ​ທີ່​ຈະຫ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ທີ່​ຜິວ​ໜັງ​ຖືກ​ທຳລາຍ​ຈາກ​ຄວາມ​ຮ້ອນ​ຂອງ​ແສງ​ແດດດັ່ງ​ນັ້ນ​ການ​ທາ​ຄີມ​ກັນ​ແດດ​ຍັງ​ຄົງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໃຊ້​ເພື່ອ​ເສີມ​ປະ​ສິດ​ທິ​ພາບ​ໃນ​ການ​ປ້ອງ​ກັນ​ແສງ​ແດດ​ໃຫ້​ດີ​ທີ່ສຸດ​ຄຽງຄູ່​ໄປ​ກັບ​ການ​ປະຕິບັດ​ໂຕຄືຫລີກ​ລ້ຽງ​ແສງ​ແດດໂດຍ​ສະເພາະ​ໄລຍະເວລາ10.00-16.00 ໂມງຊຶ່ງ​ເປັນ​ໄລຍະ​ທີ່​ແດດ​ແຮງຫລື​ໃສ່​ອຸປະກອນ​ປ້ອງ​ກັນ​ແສງ​ແດດ​ໃນ​ທຸກ​ເທື່ອ​ທີ່​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ອອກ​ແດດ 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...