spot_img
Homeນານາສາລະ10ເຕັກນິກຊ່ວຍໃຫ້ວຽກສຳເລັດກ່ອນເວລາ

10ເຕັກນິກຊ່ວຍໃຫ້ວຽກສຳເລັດກ່ອນເວລາ

Published on

Work-time-001-702x336

1.ສ້າງ​ພະລັງ​ກະຕືລືລົ້ນພະລັງ​ທີ່​ເວົ້າມາ​ນີ້​ສ້າງ​ໄດ້​ບໍ່​ຍາກພຽງແຕ່​​ໃສ່​ຄວາມ​ຮູ້ສຶກ​ກະ​ຕື​ລື​ລົ້ນຫລື​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ເຮັດວຽກ​ນັ້ນພຽງ​ເທົ່າ​ນີ້​ພະລັງ​ກະຕືລືລົ້ນກໍ​ຈະ​ສົ່ງ​ຜົນໃຫ້​​ຢາກ​ເລີ່ມ​ຕົ້ນ​ລົງ​ມື​ເຮັດ​ກ່ອນກໍ​ໝາຍ​ເຖິງ​ໂອ​ກາດ​ທີ່​ວຽກນັ້ນ​ຈະ​ສຳ​ເລັດ​ກໍ​ມີ​ຫລາຍກວ່າ​ຄົົນທີ່​ຍັງ​ບໍ່​ລົງ​ມື​ເຮັດ​

2.ເວົ້າກັບ​ຕົວ​ເອງ​ກ່ອນວຽກຈະ​ສຳເລັດ​ໄວ​ໄດ້​ຕ້ອງ​ມີ​ການ​ວາງ​ແຜນ​ທີ່​ດີຈຶ່ງ​ຄວນ​ເຮັດTo-do list ຈັດ​ລຳ​ດັບ​ສິ່ງ​ທີ່​ຕ້ອງ​ເຮັດເພື່ອ​ທີ່​ຈະ​ບໍ່​ຕ້ອງ​ເຮັດວຽກ​ຊ້ຳ​ໄປ​ຊ້ຳ​ມາຫລື​ຜິດ​ພາດ​ເພາະ​ຫລົງ​ລືມ​ຫຍັງ​ໄປ

3.ບໍ່ຢູ່ລ້າເຖິງແມ່ນວ່າ​ຈະ​ມີ​ເວລາ​ຫລາຍ​ພໍ​ທີ່​ຈະ​ເຮັດວຽກ​ໂດຍ​ບໍ່​ຟ້າວແຕ່​ກໍ​ບໍ່​ຄວນ​ເຮັດ​ໂຕ​ເລິ້ງເຄີຍປ່ອຍ​ເວລາ​ຜ່ານ​ໄປຈົນ​ສຸດ​ທ້າຍ​ກໍ​ຕ້ອງ​ເຮັດ​ຢ່າງ​ຟ້າວຢ່າ​ລືມ​ວ່າ​ທຸກ​ຄົນ​ມີ​ເວລາ​ເທົ່າ​ກັນຢູ່​ທີ່​ວ່າ​ຈະ​ບໍລິຫານ​ມັນ​ແບບໃດ

4.ກຳນົດ​ເສັ້ນ​ຕາຍກະຕຸ້ນ​ໂຕເອງ​ດ້ວຍ​ການ​ກຳນົດDeadlineຂອງ​ແຕ່​ລະ​ຂັ້ນ​ຕອນແລະ​ເຮັດໃຫ້​ໄດ້​ຕາມ​ນັ້ນສຸດ​ທ້າຍ​ກໍ​ຈະ​ເຮັດວຽກ​ສຳເລັດ​ສົມບູນ​ຕາມ​ເວລາ​ທີ່​ຕັ້ງ​ໃຈ​ໄວ້

5.ຮູ້​ຈັກ​ກະ​ຈາຍ​ວຽກຄົນ​ເກັ່ງ​ບໍ່ແມ່ນ​ຄົນ​ເຮັດ​ທຸກ​ຢ່າງ​ໄດ້​ດ້ວຍ​ໂຕ​ຄົນ​ດຽວແຕ່​ເປັນ​ຄົົນທີ່​ຮູ້​ຈັກ​ກະ​ຈາຍ​ວຽກງານ​ໄປ​ຫາຄົົນທີ່​ເກັ່ງ​ໃນ​ແຕ່​ລະ​ສ່ວນເມື່ອ​ວຽກແຕ່​ລະ​ສ່ວນ​ສາມາດ​ເຮັດ​ໄດ້​ພ້ອມ​ກັນວຽກຍ່ອມ​ສຳເລັດ​ໄວ​ກວ່າ​ການ​ລໍຖ້າ​ໃຫ້​ຄົນ​ພຽງ​ຄົນ​ດຽວ​ເຮັດ

6.ຄວານ​ຫາ​ທາງ​ລັດຜົນ​ລັບແບບ​ດຽວ​ກັນສາມາດ​ອອກ​ມາ​ໄດ້​ຈາກ​ຫລາກ​ຫລາຍ​ວິທີດັ່ງ​ນັ້ນຕ້ອງ​ເລືອກ​ວິທີ​ທີ່​ມີ​ປະ​ສິດ​ທິ​ພາບ​ດ້ວຍມີ​ເຄື່ອງ​ມື​ຫລື​ຫົນ​ທາງ​ໃດ​ແນ່ທີ່​ຊ່ວຍ​ໃຫ້​ເຮັດວຽກ​ໄດ້​ໄວ​ຂຶ້ນຕ້ອງ​ຮູ້​ຈັກ​ນຳ​ມາ​ໃຊ້​ໃຫ້ເປັນ​ປະໂຫຍດ

7.ກຳຈັດ​ສິ່ງ​ລົບກວນສິ່ງ​ທີ່​ເຮັດໃຫ້​ບໍ່ມີສະມາທິ​ໄດ້​ງ່າຍ​ທີ່ສຸດ​ຄື:ໂທລະສັບ,ອີ​ເມວແລະ​ວົງ​ສົນທະນາຄວນ​ຈັດ​ສະພາບ​ແວດ​ລ້ອມ​ໃນ​ການເຮັດວຽກງານ​ໃຫ້​ປາສະຈາກ​ສິ່ງເຫລົ້ານີ້ ເພື່ອ​ໃຫ້​ມີສະມາ​ທິ​ກັບ​ງານ​ຢ່າງ​ເຕັມ​ທີ່

8.ແຜນສໍາຮອງ​ເພື່ອແກ້​ໄຂຖ້າມີ​ຫຍັງ​ບໍ່​ເປັນ​ໄປ​ຕາມ​ທີ່​ຄິດ​ໄວ້ຢ່າ​ຝືນ​ເຮັດ​ແບບ​ເກົ່າເພາະ​ຍັງມີ​ວິທີ​ອີກ​​ຫລວງຫລາຍ​ທີ່​ເປັນ​ໄປ​ໄດ້ກັບ​ໂຕ​ໃຫ້​ໄວແລ້ວ​ໄປ​ທາງ​ອື່ນ​ໂດຍ​ໄວ

9.ຢາກ​ສະຫມອງ​ໄວ​ຕ້ອງ​ພັກຄົົນທີ່​ເຮັດວຽກ​​ຈົນ​ບໍ່​ໄດ້​ພັກ​ຜ່ອນ​ນັ້ນແທນ​ທີ່​ວຽກ​ຈະ​ສຳເລັດ​ໄວ​ພັດຜິດ​ພາດເພາະ​ຮ່າງກາຍ​ບໍ່​ພ້ອມການ​ພັກ​ຜ່ອນ​ຢ່າງ​ພຽງ​ພໍ​ຈະ​ຊ່ວຍ​ໃຫ້​ສະຫມອງ​ແລ່ນຄິດ​ວຽກໄວເຮັດວຽກ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ

10.ມີຄວາມຝັນໃນ​ຄວາມ​ສຳ​ເລັດໝັ່ນ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ກັບ​ຕົນ​ເອງແມ່ນ​ວຽກ​ຈະ​ມີ​ອຸປະສັກແຕ່​ຖ້າ​​ຄິດ​ບວກແລະ​ຝັນ​ເຖິງ​ຄວາມ​ສຳ​ເລັດ​ແລ້ວຈະ​ມີ​ພະລັງ​ແລະ​ເຮັດ​ມັນ​ໃຫ້​ສຳ​ເລັດ​ຈົນ​ໄດ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...