Homeຂ່າວເຫດການແຂວງບໍລິຄຳໄຊ ຈັດພິທີມອບ – ຮັບໜ້າທີ່! ” ດຣ. ກອງແກ້ວ ໄຊສົງຄາມ ” ເປັນເຈົ້າແຂວງຜູ້ໃໝ່!

ແຂວງບໍລິຄຳໄຊ ຈັດພິທີມອບ – ຮັບໜ້າທີ່! ” ດຣ. ກອງແກ້ວ ໄຊສົງຄາມ ” ເປັນເຈົ້າແຂວງຜູ້ໃໝ່!

Published on

mop-hup

ພິທີມອບ-ຮັບໜ້າທີ່ເຈົ້າແຂວງບໍລິຄຳໄຊລະຫວ່າງທ່ານ ປ້ານ ນ້ອຍມະນີ ເລຂາ ພັກແຂວງເຈົ້າແຂວງບໍລິຄຳໄຊຜູ້ເກົ່າ ແລະ ທ່ານ ດຣ ກອງແກ້ວ ໄຊສົງຄາມ ເຈົ້າ ແຂວງຜູ້ໃໝ່ ໄດ້ມີຂຶ້ນໃນວັນທີ 28 ພຶດສະພານີ້ ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍການໃຫ້ກຽດເຂົ້າຮ່ວມຂອງຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ໂດຍປະ ຕິບັດຕາມລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການແ ຕ່ງຕັ້ງເຈົ້າແຂວງບໍລິຄຳໄຊສະບັບເລກທີ 061 ລົງວັນທີ 29 ເມສາ 2015 ສຳລັບ ທ່ານ ປ້ານ ນ້ອຍມະນີ ແມ່ນຈະໄປຮັບໜ້າທີ່ໃໝ່ຢູ່ສູນກາງສະຫະພັນກຳມະບານລາວ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ກໍໄດ້ໃຫ້ກຽດໂອ້ລົມຊີ້ນຳວ່າ: ການສັບຊ້ອນໜ້າທີ່ຄັ້ງນີ້, ກໍເພື່ອປັບປຸງໂຄງ ຮ່າງການຈັດຕັ້ງດ້ານບຸກຄະລະກອນຂອງພັກ ແລະ ລັດນັບທັງສູນກາງ ແລະ ທ້ອງຖິ່ນໃຫ້ດີຂຶ້ນກວ່າເກົ່າ ແລະ ສິ່ງສຳຄັນແມ່ນ ອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງໜ້າທີ່ການເມືອງໃນໄລຍະໃໝ່, ສະນັ້ນ ຈຶ່ງຂໍໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນເຈົ້າ ແຂວງບໍລິຄຳໄຊໃໝ່ນີ້, ຈົ່ງໄດ້ສືບຕໍ່ເອົາໃຈໃສ່ການຊີ້ນຳ-ນຳພາຄະນະພັກ-ຄະນະນຳຂອງແຂວງຂັ້ນຕ່າງໆດ້ວຍຄວາມຮັບຜິດ ຊອບສູງ, ເພີ່ມທະວີຄວາມເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກ ານໃຫ້ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກຢ່າງໜັກແໜ້ນເຂັ້ມແຂວງເພື່ອພ້ອມກັນພັດທະນາສ້າງສາແຂວງບໍລິຄຳໄຊໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເທື່ອລະກ້າວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...