spot_img
Homeນານາສາລະຄວັນຢາສູບອັນຕະລາຍກວ່າທີ່ຄິດສ່ຽງເປັນມະເຮັງປອດ2ເທົ່າ,ພະຍາດຫົວໃຈຈ3ເທົ່າ ກວ່າຄົນສູບເອງ

ຄວັນຢາສູບອັນຕະລາຍກວ່າທີ່ຄິດສ່ຽງເປັນມະເຮັງປອດ2ເທົ່າ,ພະຍາດຫົວໃຈຈ3ເທົ່າ ກວ່າຄົນສູບເອງ

Published on

smoking

ທຸກ​ວັນທີ31ພຶດສະພາຂອງ​ທຸກ​ປີຄືເປັນມື້​ງົດ​ສູບ​ຢາ​ໂລກຫລື World No Tobacco Day ນັ້ນ​ເອງສຳລັບ​ໂທດ​ຫລື​ພິດ​ຮ້າຍ​ຈາກ​ການສູບ​ຢານັ້ນ​ທຸກ​ຄົນ​ຮູ້​ກັນ​ດີ​ຢູ່​ແລ້ວເພາະ​ຫລາຍໆ ອົງກອນ​ກໍ່ປຸກລະດົມ​ເລື່ອງ​ນີ້​ກັນ​ຢູ່​ບໍ່​ຫນ້ອຍແຕ່​ຈະ​ມີ​ໃຜ​ຮູ້​ນຳ​ວ່າ​ຜົນ​ເສຍນອກ​ຈາກ​ຈະ​ເກີດ​ກັບ​ໂຕ​ຄົນ​ສູບ​ເອງ​ແລ້ວຍັງ​ສົ່ງ​ຜົນ​ຕໍ່​ຄົນ​ຮອບ​ຂ້າງທີ່​ໄດ້​ສູ​ດ​ດົມ​ມົນລະພິດ​ຫລື​ຮັບ​ເຄາະ​​ຈາກ​ຄົົນທີ່​ສູບ​ຢາ​ມື​ໜຶ່ງ​ປ່ອຍ​ອອກ​ມາຫລື​ທີ່​ເອີ້ນ​ກັນ​ວ່າ:ຄວັນຢາສູບມື​ສອງ”ນັ້ນ​ເອງ

ຢາສູບມື​ສອງຄື:ຄ​ວັນທີ່​ອອກ​ມາ​ຈາກ​ປາຍ​ມວນ​ຂອງ​ຢາສູບສາມາດ​ຈຳ​ແນກ​ໄດ້​ເປັນ2 ລັກສະນະ​ຄື:

1.ຄ​ວັນທີ່​ເກີດ​ຈາກ​ການ​ເຜົາ​ໄໝ້​ຂອງ​ຢາສູບ

2.ຄ​ວັນທີ່​ເກີດ​ຈາກ​ການ​ຫາຍ​ໃຈ​ອອກ​ຂອງ​ຜູ້​ທີ່​ສູບ​ຢາຊຶ່ງ​ໃນ​ຄວັນຢາສູບ​ສີ​ຂາວ​ນີ້​ມີ​ສານ​ເຄ​ມີ​ຢູ່​ຫລາຍ​ພັນ​ຊະນິດແລະ​ກວ່າ60ຊະນິດ​ທີ່​ໃນ​ວົງ​ການ​ແພດ​ລະ​ບຸ​ໄວ້​ວ່າ​ເປັນ​ສານ​ເຮັດໃຫ້ເກີດມະເຮັງ

ຊຶ່ງ​ຜູ້​ທີ່​ໄດ້​ຮັບຄວັນ​ຢາສູບ​ມື​ສອງນັ້ນ​ຈະ​ໄດ້ຮັບ​ຜົນ​ກະທົບ​ໂດຍ​ກົງຫລື​ອາດຈະ​ຫລາຍກວ່າ​ໂຕຜູ້​ສູບ​ເອງ5-10ເທົ່າ​ເພາະ​ມີ​ຄວາມ​ເຂັ້ນ​ຂຸ້ນ​ຂອງ​ສານ​ພິດ​ຫລາຍ​ກວ່າເນື່ອງ​ຈາກ​ປາຍ​ມວນ​ຢາສູບ​ມີອຸນຫະພູມ​ເຜົາ​ໄໝ້​ຕ່ຳໂດຍ​ໂທດ​ຈາ​ກ​ຢາສູບ​ມື​ສອງ​ສາມາດ​ແບ່ງ​ໄດ້​ເປັນ​ກຸ່ມໆດັ່ງນີ້:ກຸ່ມ​ເດັກ​ນ້ອຍເພາະ​ຮ່າງກາຍ​ຍັງມີ​ພູ​ມຄຸ້ມ​ກັນ​ຕ່ຳແລະ​ບໍ່​ພຽງ​ພໍ​ຕໍ່​ການ​ປ້ອງ​ກັນ​ສານ​ພິດ​ຈາ​ກ​ຢາສູບຈະ​ເພີ່ມ​ຄວາມ​ສ່ຽງ​ຫລາຍ​ຂຶ້ນ​ຖ້າ​ມີ​ຄົນ​ໃນ​ຄອບຄົວ​ສູບ​ຢາເດັກນ້ອຍ ອາດຈະ​ປ່ວຍ​ເປັນພະຍາດ​ທີ່​ກ່ຽວກັບ​ລະບົບ​ທາງເດີນ​ຫາຍ​ໃຈເຊັ່ນ:ຫອບ​ຫືດ,ຫລອດລົມ​ອັກ​ເສບ,ປອດ​ບວມແລະ​ອາດ​ມີ​ສະມັດຖະພາບ​ປອດບໍ່ດີກວ່າ​ເດັກໆທົ່ວ​ໄປ

ກຸ່ມ​ທີ່​ສອງ​ຄື:ກຸ່ມ​ຍິງ​ຖືພາ​ຍິ່ງ​ອັນຕະລາຍ​ຫລາຍ​ໆຖ້າ​ຍິງ​ຖືພາ​ໄດ້ຮັບຢາສູບ​ມື​ສອງໃນ​ປະລິມານ​ຫລາຍ​ອາດ​ເຮັດໃຫ້​ເກີດ​ພາ​ວະ​ລຸລູກ​,ເກີດ​ກ່ອນ​ກຳນົດ​ຫລື​ມົດລູກ​ເປັນ​ພິດ​ໄດ້​ສຳລັບ​ຍິງ​ຖືພາ​ທີ່​ສູບ​ຢານັ້ນ​ພົບ​ວ່າ:ຈະ​ເຮັດໃຫ້​ນ້ຳ​ໜັກ​ມົດລູກ​ເພີ່ມ​ນ້ອຍ​ກວ່າ​ປົກກະຕິຊຶ່ງ​ອາດ​ສົ່ງ​ຜົນ​ກະທົບ​ໃຫ້​ເກີດ​ພາ​ວະ​ແຮ່​ເກາະ​ຕ່ຳແລະ​ລອກ​ໂຕ​ກ່ອນ​ກຳນົດ​ຫລາຍ​ຂຶ້ນລູກ​ທີ່​ເກີດ​ຈາກ​ແມ່​ທີ່​ສູບ​ຢາອາດຈະ​ມີ​ນ້ຳ​ໜັກ​ແລະ​ຄວາມ​ຍາວ​ນ້ອຍ​ກວ່າ​ປົກກະຕິພັດທະນາ​ການ​ທາງ​ສະຫມອງ​ຊ້າ​ກວ່າ​ປົກກະຕິອາດຈະ​ມີ​ຄວາມ​ຜິດ​ປົກກະຕິ​ທາງ​ລະບົບ​ປະສາດ ລະບົບ​ຄວາມ​ຈຳ​ໄດ້

ແລະ​ສຸດ​ທ້າຍ​ບຸກ​ຄົນ​ທົ່ວ​ໄປທີ່​ຕ້ອງ​ຢູ່ໃນ​ບັນ​ຍາ​ກາດ​ທີ່​ຜູ້​ອື່ນ​ສູບ​ຢາ​ຫລື​ແມ່ນ​​ຄູ່​ສົມ​ລົດ​ຂອງ​ຕົນເອງ​ສູບຢາແລ້ວ​ຕ້ອງ​ໄດ້ຮັບ​​​ມື​ສອງ​ຢູ່​ເລື່ອຍ​ໆມີ​ໂອ​ກາດ​ປ່ວຍ​ເປັນ​ພະຍາດ​ມະ​ເຮັງ​ປອດຫລາຍກວ່າ​ຜູ້​ທີ່​ຄູ່​ສົມ​ລົດ​ບໍ່​ສູບ​ຢາ2ເທົ່າພະຍາດ​ຫົວ​ໃຈ3ເທົ່ານອກ​ຈາກ​ນີ້​ກໍ​ຍັງ​ພົບ​ອາການ​ທີ່​ບໍ່​ຮຸນແຮງ​ແຕ່​ສ້າງ​ຄວາມ​ລຳ​ຄານ​ໃນ​ຊີວິດ​ປະຈຳວັນ​ຄື:ຄວັນຢາສູບ​ຈະ​ເຮັດໃຫ້​ມີ​ອາການ​ລະຄາຍ​ເຄືອງ​ຕາ,ເຈັບຫົວ,ຄັດ​ດັງ,ນ້ຳ​ມູກ​ໄຫລແລະ​ຈະ​ເປັນ​ໜັກ​ຂຶ້ນ​ໃນ​ຜູ້​ທີ່​ມີ​ພະຍາດ​ປະຈຳ​ໂຕເປັນ​ຫອບ​ຫືດ,ຫົວ​ໃຈແລະ​ພະຍາດ​ຫລອດລົມ​ອັກ​ເສບແລະ​ທີ່​ສຳຄັນ​ທັນ​ທີ່​ໄດ້ຮັບ​ຄວັນ​ຢາສູບ​ຈະ​ເຮັດໃຫ້​ລະບົບ​ໄຫລ​ວຽນ​ເລືອດ​ມີ​ບັນຫາ​ໄດ້

ຫົນ​ທາງ​ທີ່​ດີ​ທີ່ສຸດ​ໃນ​ການ​ປ້ອງ​ກັນ​ໂຕເອງ​ໃຫ້​ຫ່າງ​ໄກ​ຈາກຄວັນ​ຢາສູບຄື​ຫລີກ​ລ້ຽງ​ສະຖານ​ທີ່​ໆ​ມີຄວັນຢາສູບ​ຫລື​ຖ້າມີ​ຄົນ​ໃກ້​ໂຕຢາສູບຄົງ​ຕ້ອງ​ເຖິງ​ເວລາ​ທີ່​ຫັນ​ມາ​ໂອ້ລົມ​ກັນ​ຢ່າງ​ຈິງ​ຈັງ​ເຖິງ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ຮອບ​ຂ້າງ​ແລະ​ໂຕຄົນ​ສູບ​ເອງຂໍຮ້ອງ​ໃຫ້​ພວກເຂົາຫລຸດແລະເຊົາການ​ສູບ​ຢາແລະ​ຫັນ​ມາ​ໃສ່​ໃຈ​ສຸຂະພາບປັບ​ພຶດຕິກຳ​ການ​ໃຊ້​ຊີວິດ​ປະຈຳວັນກິນອາຫານ​ໃຫ້​ຄົບ5ໝູ່ອອກ​ກຳ​ລັງ​ກາຍ​ຢ່າ​ງສະຫ​ມ່ຳ​ສະເໝີແລະ​ຕັ້ງ​ໃຈ​ກັບ​ໂຕ​ເອງ​ວ່າ​ການ​ງົດ​ການ​ສູບ​ຢາ​ໃນ​ເທື່ອ​ນີ້​ບໍ່​ໄດ້​ເກີດ​ປະໂຫຍດ​ຕໍ່​ໂຕເອງ​ເທົ່າ​ນັ້ນແຕ່​ຍັງ​ເປັນ​ການເຮັດ​ເພື່ອ​ຄົົນທີ່​ຮັກ​ແລະ​ຄອບຄົວ​ນໍາອີກ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...