spot_img
Homeຂ່າວທ້ອງຖິ່ນອຸນຸບານລ້ອງເດື່ອແຂວງອຸດົມໄຊຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

ອຸນຸບານລ້ອງເດື່ອແຂວງອຸດົມໄຊຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ

Published on

ອະນຸບານລ້ອງກໍເດື່ອແຂວງອຸດົມໄຊ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນຄົບຮອບ 36 ປີ, ຢູ່ທີ່ເດີ່ນຂອງໂຮງຮຽນຕົນເອງ.
ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2015 ນີ້, ເພື່່ອນໍາພາເດັກນ້ອຍມ່ວນຊື່ນດ້ວຍການຈັດກິດຈະກໍາ, ຫຼີ້ນເກມ, ຟ້ອນ, ຮ້ອງເພງ ແລະ ຖາມ-ຕອບຄວາມຮູ້ຮອບຕົວ, ນອກຈາກນີ້ ຍັງໄດ້ມອບໃບຢັ້ງຢືນຈົບຊັ້ນອະນຸບານ 3 ໃຫ້ໃຫ້ເດັກນັກຮຽນອະນຸບານ 3 ທີ່ສຳເລັດການສຶກສາໃນຂັ້ນຂອງຕົນ, ມອບຂອງຂວັນລາງວັນປະເພດທີ 1, 2 ແລະ 3 ໃຫ້ເດັກນ້ອຍອະນຸບານທີ່ຍາດໄດ້ປະເພດດີເດັ່ນແຕ່ອະນຸບານ 1 ຈົນຮອດ ອະນຸບານ 3 ຕື່ມອີກ.

ການຈັດງານໃນຄັ້ງນີ້ກໍເພືື່ອແນ່ໃສ່ສຶກສາອົບຮົມເດັກໃຫ້ເປັນຄົນຮູ້ຜູ້ດີ, ທັງເປີດໂອກາດໃຫ້ເດັກໄດ້ມີໂອກາດພົບປະແລກປ່ຽນກິດຈະກໍາຮ່ວມກັນໝົດທຸກຄົນດ້ວຍຄວາມເບີກບານມ່ວນຊື່ນ, ທັງໃຫ້ຜູ້ປົກຄອງເດັກຮັບຮູ້ ແລະ ເຂົ້າໃຈເຖິງສິດທິພື້ນຖານຂອງເດັກນ້ອຍ , ການສະເຫຼີມສະຫຼອງວັນເດັກເຫັນວ່າມີຄວາມຄຶກຄື້ນເປັນພິເສດເດັກຫຼາຍຄົນໄດ້ມີສ່ວນຮ່ວມໃນການສະຫຼອງວັນເດັກຂອງຕົນ.

ເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ນາງ ສີມອນ ພະເທບມຸງຄຸນ, ຜູ້ອໍານວຍການໂຮງຮຽນອະນຸບານລ້ອງກໍເດື່ອ, ທ່ານ ນາງ ຫວັດມະນີ ສ້ອຍວຽງວົງ ຮອງຫົວໜ້າຂະແໜງປະຖົມ-ອະນຸບານ ພະແນກສຶກສາທິການ ແລະ ກິລາ, ພ້ອມນີ້ ຍັງມີຜູ້ຕ່າງໜ້າຈາກຫ້ອງການສຶກສາທິການ ແລະ ກິລາເມືອງໄຊ, ສະມາຄົມພໍ່ແມ່ນັກຮຽນ, ຄູອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

11391108_1582695075314647_3780877846489916775_n

11351224_1582693825314772_2077737750755262113_n

11268973_1582692511981570_5271711236229989798_n

11229369_1582693111981510_311474456590262000_n

11169242_1582693588648129_6832169948353813689_n

11114730_1582692651981556_590022014249111799_n

10438344_1582692591981562_2501378798726118811_n

10502028_1582692728648215_4285079469713172640_n

10559839_1582693585314796_2627896443251782379_n

11072181_1582692625314892_8787535274551307140_n

11109431_1582695098647978_1103933906771955652_n

10410899_1582693141981507_4311960504397688186_n

10356264_1582694135314741_5998009389616462318_n

17677_1582693685314786_9113517462362166914_n

11393052_1582694138648074_8029395180901722120_n

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...