spot_img
Homeນານາສາລະເຄັດລັບສຳລັບສັດລ້ຽງແສນຮັກ

ເຄັດລັບສຳລັບສັດລ້ຽງແສນຮັກ

Published on

001-31

ກ່ອນ​ທີ່​ເຮົາ​ຈະ​ເລີ່ມ​ທີ່​ຈະ​ມີ​ສັດ​ລ້ຽງໂດຍ​ສະເພາະ​ໝາ​ແລະ​ແມວເຂົ້າ​ມາ​ໃນ​ຊີວິດ​ເຮົາເຮົາ​ຄວນ​ຕ້ອງ​ສຶກ​ສາ​ເລື່ອງ​ລາວ​ຕ່າງໆເຊັ່ນ:ການ​ເລືອກ​ສັດ​ລ້ຽງ​ມາ​ລ້ຽງກ່ອນ​ອື່ນ​ເຮົາ​ຕ້ອງ​ສຶກ​ສາ​ລັກສະນະ​ຕ່າງໆເປັນ​ພັນ​ໃຫຍ່ເຮົາ​ຄວນ​ມີ​ພື້ນ​ທີ່​ໃນ​ການ​ລ້ຽງ​ເພື່ອ​ໃຫ້​ພວກມັນໄດ້​ອອກ​ກຳ​ລັງກາຍຫລື​ບໍ່​ກໍ​ຕ້ອງ​ພາ​ພວກມັນ​ໄປ​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳຄວນ​ເລືອກ​ໂຕ​ທີ່​ມີ​ສຸຂະພາບ​ແຂງ​ແຮງສ່ວນ​ພັນ​ຂົນ​ຍາວ​ເຮົາ​ຕ້ອງ​ໝັ່ນ​ຖູ​ຂົນ​ໃຫ້​ພວກມັນຢູ່​ສະເໝີເພື່ອ​ຊ່ວຍ​ກຳຈັດ​ຂົນ​ທີ່​ຫລຸດ​ຫລົ່ນແລະ​ຊ່ວຍ​ເບິ່ງແຍງ​ສຸຂະພາບ​ຂົນ​ແລະ​ຜິວ​ໜັງ​ໃຫ້​ດີ​ຢູ່​ສະເໝີ

ການ​ໃຫ້​ການ​ເບິ່ງແຍງເຊັ່ນ:ການ​ພາ​ໄປ​ເຮັດ​ສັກວັກ​ແຊັງ​ຕາມ​ກຳນົດການ​ພາ​ໄປ​ອອກ​ກຳ​ລັງ​ກາຍການ​ອາບ​ນ້ຳ​ຖູ​ຂົນການ​ກວດ​ສຸຂະພາບ​ຢ່າງ​ໜ້ອຍ​ປີ​ລະ1-2 ເທື່ອການ​ເຝິກ​ຂັບ​ຖ່າຍການ​ຈັດ​ບ່ອນນ​ອນ​ໃຫ້ເປັນ​ທີ່​ເປັນ​ທາງໝັ່ນ​ສັງເກດ​ສຸຂະພາບ​ວ່າ​ມີ​ຄວາມ​ຜິດ​ປົກກະຕິ​ຫລື​ບໍ່

ການ​ໃຫ້​ອາ​ຫານເລືອກ​ໃຫ້​ອາຫານ​ທີ່​ມີ​ສານ​ອາຫານ​ຄົບ​ຖ້ວນ​ສົມ​ດຸນເຊັ່ນ:ອາຫານ​ສຳ​ເລັດ​ຮູບ​ຊະນິດ​ເມັດເລືອກ​ອາຫານ​ທີ່​ເໝາະ​ກັບ​​ອາ​ຍຸໃຫ້​ອາຫານ​ເປັນ​ເວລາມີ​ນ້ຳ​ສະ​ອາດ​ຕັ້ງ​ຖິ້ມ​ໄວ້ສິ່ງ​ທີ່​ບໍ່​ຄວນ​ເບິ່ງ​ຂ້າມ​ຄື​ການ​ປ່ຽນ​ອາຫານຕ້ອງ​​ປ່ຽນ​ແລະ​ຄວນ​ມີ​ການ​ປະສົມ​ອາຫານ​ເກົ່າ​ກັບ​ອາຫານ​ໃໝ່ເພື່ອ​ປ້ອງ​ກັນ​ບັນຫາ​ຖອກທ້ອງ

ແລະ​ສິ່ງ​ທີ່​ສຳຄັນ​ທີ່​ບໍ່​ຄວນ​ລືມ​ຄື​ການ​ກຽມ​ຄວາມ​ພ້ອມ​ຂອງ​ຜູ້​ລ້ຽງ​ລວມ​ເຖິງ​ອຸປະກອນ​ຕ່າງໆໃນ​ການ​ເບິ່ງແຍງພ້ອມ​ກັບ​ມອບ​ຄວາມ​ຮັກ​ແລະ​ການ​ເບິ່ງແຍງ​ທີ່​ດີ​ທີ່ສຸດ​ໃຫ້​ພວກມັນ​ຕະຫລອດ​ເວລາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...