spot_img
Homeນານາສາລະແກ້​ນິ​ໄສ​ຂີ້​ຫຶງ!! (ສຳລັບ​ສາວ ໆ)

ແກ້​ນິ​ໄສ​ຂີ້​ຫຶງ!! (ສຳລັບ​ສາວ ໆ)

Published on

1



1
. ບອກ​ລາວແຕ່ທຳອີດໂລດວ່າເຈົ້າ​ຂີ້​ຫຶງ:  ບໍ່​ຕ້ອງ​ອາຍ ບອກ​ລາວວ່າ​ເຈົ້າ​ຈະ​ພະຍາຍາມ ແກ້​ນິ​ໄສ​ນີ້ຢູ່ ​ແຕ່​ຂໍ​ໃຫ້​ລາວ​ເຂົ້າໃຈ ​ດ້ວຍການ​ບອກ​ຕົງ​ໆ ຈະ​ເຮັດໃຫ້​ລາວ​​ລະ​ວັງ​ຕົວ ບໍ່​ເຮັດຫຍັງ​ໃຫ້​ເຈົ້າ​ຫຶງ ເມື່ອ​ເຈົ້າ​ເຫັນ​ເຂົາ​ເຮັດຫຍັງ​ທີ່​ຈະ​ເລີ່ມ​ຮູ້ສຶກ​ຫຶງ ໃຫ້​ຮີບ​ບອກ​ໄປ​ເລີຍ​ ທີ່​ລາວເຮັດ​ແນວ​ນັ້ນ​ກັບ​ຜູ້ຍິງ​ຄົນ​ອື່ນ ເຮົາບໍ່​ມັກ​ໃຫ້​ເຮັດ​ແບບ​ນີ້​ເລີຍ ລາວ ເຖິງ​ຄວາມ​ຮູ້ສຶກ ບໍ່ແມ່ນ​ເວ້າໃຫ້ລາວ
2. ອົດ​ທົນ ​ບໍ່​ເວົ້າ​ຈາ​ສຽດສີ ບໍ່ເວົ້າໃສ່​ເມື່ອ​ຮູ້ສຶກ​ຫຶງ​ຫວງ
3. ຢ່າ​ເອີ່ຍ​ປາກ​ຖາມ​ເຖິງ​ຜູ້ຍິງ​ທີ່​ເຈົ້າ​ຫຶງ​ຫວງ: ໃນ​ທຳນອງ​ວ່າ ລາວໜ້າ​ຮັກ​ກວ່າ​ຂ້ອຍ ເພາະ​ນັ້ນ​ໝາຍ​ເຖິງ ແຟນຂອງເຈົ້າຈະ ສ້າງ​ຄວາມ​ຮູ້ສຶກ​ແລ້ວ​ວ່າ​ ແມ່ຍີງຄົນນັ້ນເປັນ​ຄູ່​ແຂ່ງ​ກັບ​ເຈົ້າ ແລະ​ ຍີງຄົນນັ້ນມີ​ຄວາມ​ສຳຄັນ ຕໍ່​ຄວາມ​ຮູ້ສຶກ​ເຮົາ ຈຶ່ງ​ບໍ່​ໜ້າ​ຈະ​ນຳ​ມາ​ໃສ່​ໃຈ​

4. ຢ່າບັງຄັບລາວ​ໃຫ້​ສັນຍາ​ກັບ​ເຈົ້າ: ຫລື​ເຮັດຫຍັງ​ທີ່​ເປັນ​ການ​ພິສູດ​ວ່າ ລາວຮັກ​ເຈົ້າ ໃນ​ຍາມ​ທີ່​ເຈົ້າ​ຫຶງ ເພາະ​ມັນ​ຈະ​ເຮັດໃຫ້​ລາວ​ຮູ້ສຶກ​ວ່າ​ເຈົ້າ​ບໍ່​ໄວ້​ໃຈ​ລາວ
5. ຢ່າ​ໄປວຸ້ຍວາຍແມ່ຍິງ​ທີ່​ເຈົ້າ​ສົງ​ໄສ:  ຢູ່​ເສີຍໆ ໃນ​ເຂດ​ແດນ​ຂອງ​ເຈົ້າ ຍິ່ງ​ຖ້າ​ເຈົ້າ​ໃຈ​ຮ້ອນ ລົງ​ມື​ເຮັດຫຍັງ​ໄປ ​ຈະ​ເຮັດໃຫ້​ເຫດການ​ຕ່າງໆ ຈະ​ວຸ້ຍວາຍໄປ​ກັນ​ໃຫຍ່​ຈາກ​ນ້ອຍ​ໆ  ກາຍ​ເປັນ​ເລື່ອງ​ໃຫຍ່ໂຕ ​ ຢ່າ​ເຮັດ​ຢ່າງ​ນັ້ນ​

6. ຢ່າ​ຂູ່​ວ່າ​ຈະ​ເລີກ​ກັບ​ລາວ: ເພາະ​ຖ້າ​ບອກ​ເລີກ​ກັນ​ເລື້ອຍໆ ມັນ​ບໍ່​ດີ​ດອກ ເກີດ​ມື້​ໃດ​ມື້​ໜຶ່ງລາວ​ເລີກ​ກັບ​ເຈົ້າ​ແທ້ໆ ລະ​ຈະ​ເຮັດ​ຢ່າງໃດ​ລະ​

7. ສ້າງ​ຄວາມຫມັ້ນ​ໃຈ​ໃນ​ຕົວ​ເອງ:  ຢ່າ​ລຸດ​ຄ່າ​ຕົວ​ເອງ ຢ່າ​ຄິດວ່າ​ແມ່ຍີງ​ຄົນ​ນັ້ນ ດີກວ່າ ງາມກວ່າ ເພາະ​ແຟນ​ຂອງ​ເຈົ້າ ມັກເຈົ້າ​ຢ່າງ​ທີ່​ເຈົ້າ​ເປັນ​
8. ຕ້ອງ​ຄິດ​ຢູ່​ສະເໝີ​ວ່າ ເຈົ້າ​ບໍ່​ອາດ​ເປັນ​ເຈົ້າ​ຂອງ​ໃຜ: ຄົນ​ໜຶ່ງ​ໄດ້​ຕະຫລອດ​ໄປ​ ບໍ່​ຄວນ​ທີ່​ຈະ​ຢຶດ​ຕິດ ເພາະ​ໂລກ​ນີ້​ກໍ​ບໍ່​ແນ່ນອນ
9. ຢ່າ​ພະຍາຍາມ​ນຳ​ຄຸມລາວ​ໃນ​ຊ່ວງ​ທີ່​ເຈົ້າ​ເລີ່ມ​ຫຶງ​ຫວງ ການ​ນຳຄຸມ​ເຮັດໃຫ້​ລາວ​ອຶກ​ອັດ ​ອາດຈະ​ຄິດ​ຫາ​ແຟນ​ໃໝ່​ແທ້ ໆ ກໍ​ໄດ້

10. ບໍ່​ເຮັດ​ໂຕ​ຂີ້​ຫຶງ​ ໃນ​ເລື່ອງ​ເລັກນ້ອຍ​ຢູ່​ຕະຫລອດ​ເວລາ ເຊັ່ນ ຍິ້ມ​ກັບ​ຍິງ​ອື່ນ​ກໍ​ຫຶງ​ ເຈົ້າ​ຄວນ​ຫຶງ​ໃນ​ສະຖານນະການ​ທີ່​ຄວນ​ຈະ​ຫຶງ ຈຶ່ງ​ຈະ​ເຮັດໃຫ້​ຜູ້​ຊາຍ​ເກີດ​ຄວາມ​ເກງ​ໃຈ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...