spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພະຍາດຫລອດເລືອດສະຫມອງຮັບມືໄວຫລຸດອຳພາດແລະເສຍຊີວິດໄດ້

ພະຍາດຫລອດເລືອດສະຫມອງຮັບມືໄວຫລຸດອຳພາດແລະເສຍຊີວິດໄດ້

Published on

2ca6921a-9364-4878-8fad-ea96b7593abe

ພະຍາດ​ຫລອດ​ເລືອດ​ສະຫມອງອັນຕະລາຍ​ເຖິງ​ຊີວິດ ຫລື​ອາດ​ກາຍ​ເປັນ​ອຳ​ມະພຶກ,ອຳ​ມະພາດແນະນໍາ​ໃຫ້​ສັງເກດ​ອາການດ້ວຍ​ຕົນເອງ​ຕາມ​ຫລັກFASTຖ້າ​ພົບ​ຄວາມ​ຜິດ​ປົກກະຕິຄວນ​ຮີບ​ພົບ​ແພດ​ໂດຍ​ໄວຫລຸດ​ອັດຕາ​ພິ​ການ​ຫລື​ເສຍຊີວິດໄດ້

ວັນທີ່24ພຶດສະພາຂອງ​ທຸກ​ປີອົງການ​ອະນາໄມ​ໂລກ​ກຳນົດ​ໃຫ້ເປັນ​ມື້​ອຳ​ມະພຶກ,ອຳ​ມະພາດ​ໂລກຫລືມື້​ຫລອດ​ເລືອດ​ສະຫມອງເພື່ອ​ປຸກລະດົມໃຫ້​ປະຊາຊົນ​ເກີດ​ຄວາມ​ຕື່ນ​ໂຕໃນ​ການ​ປ້ອງ​ກັນພະຍາດ​ຫລອດ​ເລືອດ​ສະຫມອງຫລື​ທີ່​ເອີ້ນວ່າ​ພະຍາດ​ອຳ​ມະພຶກ,ອຳ​ມະພາດ

ພະຍາດ​ຫລອດ​ເລືອດ​ສະຫມອງເປັນ​ສາ​ເຫດ​ການ​ເສຍຊີວິດ​ອັນ​ດັບ3ຮອງ​ຈາກ​ພະຍາດ​ມະ​ເຮັງ​ແລະ​ພະຍາດ​ຫົວ​ໃຈ​ຕາມ​ລຳ​ດັບແລະ​ຍັງ​ພົບ​ວ່າ​ເປັນ​ພະຍາດ​ທີ່​ພົບ​ເລື້ອຍໆ​ທີ່ສຸດ​ຂອງ​ພະຍາດ​ທາງ​ລະບົບ​ປະສາດຊຶ່ງ​ເປັນ​ສາ​ເຫດ​ຂອງ​ການ​ເສຍຊີວິດ​ຫລື​ຄວາມ​ພິ​ການ ແບ່ງ​ເປັນ2ປະ​ເພດຄື:ຫລອດ​ເລືອດ​ສະຫມອງ​ຕີບ​ຫລື​ອຸດ​ຕັນເປັນ​ສາ​ເຫດ​ສ່ວນ​ໃຫຍ່​ທີ່​ເຮັດໃຫ້​ເກີດ​ພະຍາດ​ຫລອດ​ເລືອດ​ສະຫມອງພົບ​ໄດ້​ປະ​ມານ​ຮ້ອຍ​ລະ80ແລະ​ຫລອດ​ເລືອດ​ສະຫມອງ​ແຕກ​ຫລື​ຈີກ​ຂາດພົບ​ໄດ້​ປະ​ມານຮ້ອຍ​ລະ 20

ຖ້າປະຊາຊົນ​ຮູ້​ຈັກ​ເບິ່ງແຍງ​ຕົນເອງແລະ​ໝັ່ນ​ສຳ​ຫລວດ​ຄວາມ​ຜິດ​ປົກກະຕິ​ຂອງ​ຮ່າງກາຍ​ຢູ່​ສະເໝີຈະ​ສາມາດ​ປ້ອງ​ກັນ​ແລະ​ຫລຸດ​ຄວາມ​ຮຸນແຮງ​ຂອງ​ພະຍາດ​ດັ່ງ​ກ່າວ​ໄດ້ໂດຍ​ປັດ​ໄຈ​ສ່ຽງ​ທີ່​ເຮັດໃຫ້​ເກີດ​ພະຍາດ​ຫລອດ​ເລືອດ​ສະຫມອງໄດ້​ແກ່ພາ​ວະ​ຄວາມ​ດັນ​ເລືອດ​ສູງ ເບົາ​ຫວານ,ໄຂ​ມັນ​ໃນ​ເລືອດ​ສູງ,ອາ​ຍຸ​ທີ່​ຫລາຍ​ຂຶ້ນ​ຫລອດ​ເລືອດ​ຈະ​ເສື່ອມ​ໄປ​ນໍາ​ການ​ສູບຢາຂາດ​ການ​ອອກ​ກຳ​ລັງ​ກາຍ​ທີ່​ເໝາະ​ສົມພາ​ວະ​ນ້ຳ​ໜັກ​ເກີນແລະ​ພົບ​ວ່າ​ເພດ​ຊາຍ​ມີ​ຄວາມ​ສ່ຽງ​ຕໍ່​ພະຍາດ​ດັ່ງ​ກ່າວ​ສູງ​ກວ່າ​ເພດ​ຍິງທັງ​ນີ້​ອາການ​ເຕືອນ​ສຳຄັນ​ທີ່​ສັງເກດ​ໄດ້​ດ້ວຍ​ຕົນເອງ​ຕາມ​ຫລັກ​ທີ່​ຈື່ໄດ້​ງ່າຍ​ຄື F A S T

F=FACEຊາ​ຫລື​ອ່ອນ​ແຮງ​ທີ່​​ໜ້າຕາ​ມົວ​ເບິ່ງເຫັນ​ຮູບຊ້ອນ​ຫລື​ເຫັນ​ເຄິ່ງ​ດຽວ

A =ARMອາການ​ແຂນ​ຂາ​ອ່ອນ​ແຮງ​ຂ້າງ​ໃດຂ້າງ​ໜຶ່ງ

S=SPEECHປາກ​ບ້ຽວ,ເວົ້າ​ບໍ່​ແຈ້ງ,ເວົ້າ​ລຳ​ບາກ,ເວົ້າ​ບໍ່​ໄດ້

T=TIMEເວລາ​ທີ່​ຈະ​ຕ້ອງ​ຟ້າວ​ໄປ​ໂຮງໝໍ​ໃຫ້​ໄວ​ທີ່​ສຸດ

ອາການ​ເຫລົ່າ​ນີ້ມັກ​ເກີດ​ຂຶ້ນ​ຢ່າງ​ຮຸນແຮງ​ໃນ​ຄົນທີ່​ມີ​ພາ​ວະ​ສະຫມອງຂາດ​ເລືອດ​ແບບ​ຊົ່ວ​ຄາວອາດ​ມີ​ອາການ​ເຕືອນ​ເຫລົ່າ​ນີ້​ເກີດ​ຂຶ້ນ​ຊົ່ວ​ຂະນະ​ແລ້ວ​ຫາຍ​ໄປ​ເອງຫລື​ອາດ​ເກີດ​ຂຶ້ນ​ໄດ້​ຫລາຍ​ເທື່ອ​ກ່ອນ​ຈະ​ມີ​ອາການ​ສະຫມອງ​ຂາດ​ເລືອດ​ແບບ​ຖາວອນສິ່ງ​ທີ່​ສຳຄັນ​ຄື​ຜູ້​ປ່ວຍ​ຕ້ອງ​ສັງເກດ​ຄວາມ​ຜິດ​ປົກກະຕິ​ຂອງ​ຮ່າງ​ກາຍຖ້າ​ພົບ​ອາການ​ຂ້າງ​ຕົ້ນຕ້ອງ​ຟ້າວ​ໄປ​ພົບ​ໝໍໂດຍ​ໄວ​ທີ່ສຸດຈະ​ສາມາດ​ຊ່ວຍ​ປິ່ນປົວ​ຊີວິດ​ແລະຫ​ລຸດ​ຄວາມ​ພິ​ການ​ທີ່​ຈະ​ເກີດ​ຂຶ້ນເນື່ອງ​ຈາກ​ຈຸລັງ​ສະຫມອງ​ຂາດ​ເລືອດ​ພຽງ1ນາ​ທີຈະ​ມີ​ຈຸລັງສະຫມອງ​ຕາຍ​ປະ​ມານ1 ລ້ານ​ຈຸລັງຖ້າ​ໄດ້ຮັບ​ການ​ປິ່ນປົວ​ຊ້າອາດ​ເຮັດໃຫ້​ເກີດ​ຄວາມ​ພິ​ການ​ຫລາຍ​ຂຶ້ນສຳລັບ​ແນວ​ທາງ​ເພື່ອ​ຫລຸດ​ຄວາມ​ສ່ຽງ​ພະຍາດ​ຫລອດ​ເລືອດ​ສະຫມອງຄື:ກິນ​ອາຫານ​ໃຫ້​ຄົບ5ໝູ່ ຫລີກ​ລ້ຽງ​ອາຫານ​ລົດ​ເຄັມ​,ໄຂ​ມັນ​ສູງ,ຄວບ​ຄຸມ​ລະ​ດັບ​ຄວາມ​ດັນ​ເລືອດ,ໄຂ​ມັນແລະ​ນ້ຳ​ຕານ​ໃນ​ເລືອດ​ໃຫ້​ຢູ່ໃນ​ລະດັບປົກກະຕິອອກ​ກຳ​ລັງ​ກາຍ​ຢ່າ​ງສະຫ​ມ່ຳ​ສະເໝີຫລີກ​ລ້ຽງ​ເຄື່ອງ​ດື່ມ​ແອວກໍຮໍ,ງົດ​ສູບ​ຢາລວມ​ເຖິງ​ກວດ​ສຸຂະພາບ​ປະຈຳ​ປີ​ເພື່ອ​ຄົ້ນ​ຫາ​ປັດ​ໄຈ​ສ່ຽງ ໃນ​ກໍລະນີ​ທີ່​ມີ​ປັດ​ໄຈ​ສ່ຽງ​ຫລື​ຜູ້​ທີ່​ເປັນ​ພະຍາດ​ນີ້​ຢູ່​ແລ້ວຕ້ອງ​ປິ່ນປົວ​ແລະ​ກິນ​ຢາ​ຢ່າ​ງສະ  ຫ​ມ່ຳ​ສະເໝີປະຕິບັດ​ໂຕພາຍໃຕ້​ຄຳ​ແນະ​ນຳ​ຂອງ​ໝໍຢ່າງ​ເຄັ່ງຄັດ​ແລະ​ຮີບ​ໄປ​ພົບ​ໝໍທັນ​ທີ​ຖ້າ​ພົບ​ອາການ​ຜິດ​ປົກກະຕິ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...