spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອ່ອນເພຍຕະຫລອດອາດເປັນເພາະໄທລອຍຜິດປົກກະຕິ ຄວນບຳລຸງດ້ວຍ 7 ອາຫານນີ້

ອ່ອນເພຍຕະຫລອດອາດເປັນເພາະໄທລອຍຜິດປົກກະຕິ ຄວນບຳລຸງດ້ວຍ 7 ອາຫານນີ້

Published on

Health110558_1

ພະຍາດ​ໄທ​ລອຍເປັນ​ໜຶ່ງ​ໃນ​ສາ​ເຫດ​ຂອງ​ອາການ​ອ່ອນ​ເພຍ​ຊຳເຮື້ອຖ້າ​ໃຜ​ມີ​ອາການ​ແບບ​ນີ້​ປະຈຳອາດ​ລອງ​ຫາ​ອາຫານ​ຕໍ່ໄປ​ນີ້​ມາ​ລອງ​ກິນ​ເບິ່ງເພື່ອ​ຊ່ວຍ​ບຳ​ລຸງ​ແລະ​ປິ່ນປົວ​ຕ່ອມ​ໄທ​ລອຍໃຫ້​ແຂງ​ແຮງ
ເຊື່ອ​ວ່າ​ທຸກ​ຄົນ​​ຈະ​ຕ້ອງ​ຮູ້​ຈັກ​ພະຍາດ​ໄທ​ລອຍ​ກັນ​ເປັນ​ຢ່າງ​ດີຊຶ່ງ​​ພະຍາດ​ນີ້​ເກີດ​ຈາກ​ຄວາມ​ຜິດ​ປົກກະຕິ​ຂອງ​ຕ່ອມ​ໄທ​ລອຍແບ່ງ​ອອກ​ເປັນ2ປະ​ເພດໄດ້​ແກ່:ປະ​ເພດ​ທີ່​ເກີດ​ການ​ຂາດ​ຮໍ​ໂມນ​ໄທ​ລອຍໃນ​ຮ່າງກາຍກັບພາ​ວະ​ໄທ​ລອຍ​ເປັນ​ພິດທັງ2ຊະນິດ​ນີ້ກໍ​ເປັນ​ສາ​ເຫດ​ສຳຄັນ​ທີ່​ເຮັດໃຫ້​ເກີດ​ອາການ​ອ່ອນ​ເພຍນ້ຳ​ໜັກ​ໂຕ​ເພີ່ມ​ຫລື​ຫລຸດລົງຊຶ່ງ​ວິທີ​ການ​ປິ່ນປົວ​ກໍ​ຈຳ​ເປັນ​ຕ້ອງ​ໃຊ້​ຢາ​ໃນ​ການ​ປິ່ນປົວ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນແລະ​ເປັນ​ວິທີ​ທີ່​ໄດ້​ຜົນດີີ​ທີ່​ສຸດ
ແຕ່​ຖ້າ​​ຕ້ອງ​ການ​ໃຫ້​ການ​ປິ່ນປົວ​ເປັນ​ໄປ​ໄດ້​ດ້ວຍ​ດີ​ຫລາຍ​ຂຶ້ນການ​ເລືອກ​ກິນ​ອາຫານ​ກໍ​ເປັນ​ສ່ວນ​ສຳຄັນ​ທີ່​ຈະ​ເຮັດໃຫ້​ມີ​ອາການ​ທີ່​ດີ​ຂຶ້ນ​ໄດ້​ເຊັ່ນ​ອາຫານ​ທີ່​7ຊະນິດ​ທີ່​​ເປັນ​ອາຫານ​ທີ່​ດີ​ແລະ​ມີ​ປະໂຫຍດ​ຕໍ່​ຮ່າງກາຍ​ຢ່າງ​ແນ່ນ​ອນ

1.ໄອ​ໂອ​ດີນ
ໄອ​ໂອ​ດີນ​ເປັນ​ສານ​ອາຫານ​ສຳຄັນ​ໃນ​ລະບົບ​ການເຮັດວຽກງານ​ຂອງ​ຕ່ອມ​ໄທ​ລອຍ ເພາະ​ຊ່ວຍ​ໃຫ້​ຕ່ອມ​ໄທ​ລອຍຜະລິດ​ຮໍໂມນ​ຕ່າງໆໄດ້ໂດຍ​ອາຫານ​ທີ່​ມີ​ໄອ​ໂອ​ດີນ​ກໍ​ໄດ້​ແກ່ ອາຫານ​ທະ​ເລ​ຈຳ​ພວກປາ,ຫອຍ​ກາບ,ກຸ້ງ,ຫອຍ​ນາງ​ລົມ,ສາ​ຫລ່າຍ​ທະ​ເລ,ໄຂ່,ກະ​ທຽມ ໜໍ່​ໄມ້​ຝຣັ່ງ,ເຫັດແລະ​​ງາເປັນ​ຕົ້ນ
2.ທາດ​ຊີ​ລີ​ນຽມ
ຊີ​ລີ​ນຽມ​ເປັນ​ສານ​ອາຫານ​ທີ່​ຊ່ວຍ​ໃນ​ການເຮັດວຽກງານ​ຂອງ​ຕ່ອມ​ໄທ​ລອຍ​ທີ່​ສຳຄັນ​ອີກ​ຊະນິດ​ໜຶ່ງໂດຍ​ສານ​ຊະນິດ​ນີ້​ຈະ​ເຂົ້າໄປ​ປ້ອງ​ກັນ​ຕ່ອມ​ໄທ​ລອຍ​ຈາກ​ຄວາມ​ຄຽດແລະ​ຍັງ​ຊ່ວຍ​ສ້າງ​ໂປ​ຕີນ​ທີ່​ໃຊ້​ໃນ​ການ​ຄວບ​ຄຸມ​ການ​ສັງ​ເຄາະ​ຂອງ​ຮໍ​ໂມນ​ໃນ​ຮ່າງກາຍຄວບ​ຄຸມ​ລະບົບ​ການ​ເຜົາ​ຜານ​ແລະ​ຄອຍຖ້າ​ປິ່ນປົວ​ລະ​ດັບ​ຂອງ​ຮໍ​ໂມນ​ໄທ​ລອຍໃນ​ຮ່າງກາຍນໍາ​ອີກ​ໂດຍ​ອາຫານ​ທີ່​ມີ​ຊີ​ລີ​ນຽມ​ໄດ້​ແກ່:ປາ​ທູ​ນ້າ,ເຫັດ,ຊີ້ນ​ງົວ,ແກ່ນ​ຕາເວັນ,ເຄື່ອງ​ໃນ​ສັດແລະ​ຖົ່ວ​ເຫລືອງ​

3.ສັງ​ກະສີ
ສັງ​ກະ​ສີ​ເປັນ​ແຮ່ທາດ​ທີ່​ມີ​ຄວາມ​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບ​ລະ​ດັບ​ຮໍ​ໂມນ​ໄທ​ລອຍເພາະ​ພະຍາດ​ໄທ​ລອຍ​ທັງ2ຊະນິດບໍ່​ວ່າ​ຈະ​ເປັນ​ຊະນິດ​ໄຮ​ໂປ​ໄທ​ລອຍ(Hypothyroidism)ຫລືໄຮ​ເປີ​ໄທ​ລອຍ(hyperthyroidism)ຕ່າງ​ກໍ​ມີ​ສາ​ເຫດ​ມາ​ຈາກ​ການ​ຂາດ​ສັງ​ກະ​ສີ​ນຳກັນ​ທັງ​ນັ້ນດັ່ງ​ນັ້ນ​ຜູ້​ປ່ວຍ​ຈຶ່ງ​ຄວນ​ກິນອາຫານ​ທີ່​ມີ​ສັງ​ກະ​ສີ​ໃຫ້​ຫລາຍ​ຂຶ້ນ​ແຕ່​ກໍ​ຄວນ​ຈະ​ຢູ່ໃນ​ປະລິມານ​ທີ່​ພຽງພໍກັບ​ຮ່າງ​ກາຍ
ນອກຈາກນີ້ກໍ່​​ຄວນ​ປຶກ​ສາ​ແພດ​ເຖິງ​ປະລິມານ​ຂອງ​ສັງ​ກະ​ສີ​ທີ່​ສາມາດ​ກິນໄດ້ເພື່ອ​ບໍ່​ໃຫ້​ສົ່ງ​ຜົນ​ກະທົບ​ກັບ​ພະຍາດ​ໄທ​ລອຍໂດຍ​ອາຫານ​ທີ່​ມີ​ສັງ​ກະ​ສີ​ກໍ​ໄດ້​ແກ່:ຊີ້ນ​ງົວ,ໄກ່​ງວງ,ຊີ້ນ​ແກະ,ຫອຍ​ນາງ​ລົມ,ປາ​ຊາ​ດີນ,ຖົ່ວ​ເຫລືອງ,ແກ່ນຕາເວັນ,ຖົ່ວ​ເຫລືອງ​ຜ່າ​ຂີງທັນຍະ​ພືດ​ຕ່າງໆແລະ​ນ້ຳ​ເຊື່ອມ​ເມ​ເປີນ​
4.ທອງ​ແດງ
ການ​ຂາດ​ທາດ​ທອງ​ແດງ​ສຳລັບ​ຜູ້​ທີ່​ປ່ວຍ​ດ້ວຍ​ພະຍາດ​ໄທ​ລອຍບໍ່​ວ່າ​ຈະ​ເປັນ​ແບບ​ພາ​ວະ​ຂາດ​ຮໍໂມນ​ໄທ​ລອຍຫລື​ຜູ້​ປ່ວຍ​ທີ່​ເປັນ​ໄທ​ລອຍ​ເປັນ​ພິດຖື​ເປັນ​ການ​ເພີ່ມ​ຄວາມ​ສ່ຽງ​ພະຍາດ​ຫົວ​ໃຈ​ແລະ​ຄໍ​ເລດ​ເຕີ​ລໍ​ຫລາຍ​ຂຶ້ນເນື່ອງ​ຈາກ​ຮ່າງກາຍ​ຈະ​ບໍ່​ສາມາດ​ຜະລິດ​ຮໍ​ໂມນ​ໄທ​ລອຍ​ເພື່ອ​ໃຊ້​ໃນ​ຮ່າງກາຍ​ໄດ້​ຢ່າງ​ເຕັມທີ່
ທອງ​ແດງ​ມີ​ຄວາມ​ຈຳ​ເປັນ​ຕໍ່​ການ​ຜະລິດ​ຮໍ​ໂມນ​ໄທ​ລອຍດັ່ງ​ນັ້ນ​ທາງ​ທີ່​ດີ​ທີ່ສຸດ​ຄື​ຄວນ​ກິນ​ອາຫານ​ທີ່​ມີ​ແຮ່ທາດ​ທອງ​ແດງ​ຢ່າງ​ພຽງ​ພໍຊຶ່ງ​ກໍ​ມີ​ຢູ່ໃນ​ອາຫານ​ຢ່າງ​ເຊັ່ນ:ຊີ້ນ​ປູ,ຫອຍ​ນາງ​ລົມ,ກຸ້ງ​ລັອບ​ເຕີ,ຖົ່ວ​ເປືອກ​ແຂງ,ຊີ້ນງົວ,ແກ່ນ​ຕາເວັນ,ຖົ່ວ​ຂາວ,ຖົ່ວ​ລູກ​ໄກ່,ຖົ່ວ​ເຫລືອງ ເຫັດ​ຊິ​ທາ​ເກະ,ເຂົ້າ​ບາເລ,ໝາກເລັ່ນແລະ​ດາ​ກ​ຊັອກ​ໂກ​ແລດ

5.ທາດ​ເຫ​ລັກ
ຖ້າ​ຂາດ​ທາດ​ເຫລັກ​ກໍ​ຈະ​ເຮັດໃຫ້​ຄວາມ​ສາມາດ​ໃນ​ການເຮັດວຽກງານ​ຂອງ​ຕ່ອມ​ໄທ​ລອຍຫ​ລຸດລົງດັ່ງ​ນັ້ນ​ຈຶ່ງ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຢ່າງຫລວງ​ຫລາຍ​ທີ່​ຈະ​ຕ້ອງບໍ​ລິ​ໂພກ​ອາຫານ​ທີ່​ມີ​ທາດ​ເຫລັກ​ຢ່າງ​ພຽງ​ພໍອາຫານ​ທີ່​ມີ​ທາດ​ເຫລັກ​ສູງ​ໄດ້​ແກ່,ເຄື່ອງ​ໃນ​ສັດ,ຫອຍ​ນາງ​ລົມ ຫອຍ​ກາບ,ຖົ່ວ​ເຫລືອງ,ຖົ່ວ​ຂາວແລະ​ແກ່ນໝາກອຶ
6.ວິ​ຕາ​ມິນບີ
ວິ​ຕາ​ມິນ​ບີ2ວິ​ຕາ​ມິນ​ບີ3ວິ​ຕາ​ມິນ​ບີ6ເປັນ​ວິ​ຕາ​ມິນ​ຊະນິດ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ​ໂດຍ​ສະເພາະ​ກັບ​ລະບົບ​ການເຮັດວຽກງານ​ຂອງ​ຕ່ອມ​ໄທ​ລອຍວິ​ຕາ​ມິນ​ບີ​ທັງ3ຊະນິດ​ນີ້​ມີ​ໜ້າທີ່​​ສຳຄັນ​ໃນ​ການ​ຊ່ວຍ​ໃຫ້​ຮ່າງກາຍ​ຜະລິດ​ຮໍໂມນT4ຊຶ່ງ​ເປັນ​ໜຶ່ງ​ໃນ​ຮໍ​ໂມນ​ໄທ​ລອຍ​ໃນ​ຮ່າງກາຍຊຶ່ງ​ວິ​ຕາ​ມິນ​ບີ​ເຫລົ່າ​ນີ້​ມັກ​ຈະ​ມີ​ຢູ່ໃນ​ອາຫານ​ຢ່າງ​ເຊັ່ນ:ໄຂ່​ແດງ,ເຄື່ອງ​ໃນ​ສັດ,ປາ,ທັນ​ຍະພືດ​ຊະນິດ​ຕ່າງໆ,ຖົ່ວ​ລັນ​ເຕົາ,ນົມ,ເຫັດແລະ​ເມັດ​ອາວມອ້ນ

7.ສານ​ຕ້າ​ນອາ​ນຸ​ມູນ​ອິດສະ​ລະ
ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ​ກໍ່ຄື​ວິ​ຕາ​ມິນ​ເອ,ວິ​ຕາ​ມິນ​ຊີແລະ​ວິ​ຕາ​ມິນ​ອີມີ​ຫນ້າທີ່​ຊ່ວຍ​ໃຫ້​ຕ່ອມ​ໄທ​ລອຍຕໍ່ສູ້​ກັບ​ພາ​ວະ​ການ​ຖືກ​ທຳລາຍ​ດ້ວຍ​ສານ​ອາ​ນຸ​ມູນ​ອິດສະຫລະແລະ​ປ້ອງ​ກັນ​ການ​ເສື່ອມ​ສະພາບ​ກ່ອນ​ໄວ​ຂອງ​ຕ່ອມ​ໄທ​ລອຍຊຶ່ງ​ອາຫານ​ໂດຍ​ທົ່ວ​ໄປ​ກໍ​ມັກ​ຈະ​ມີ​ສານ​ຕ້າ​ນອານຸ​ມູນ​ອິດສະຫລະແຕ່​ໃນ​ອາຫານ​ທີ່​ມີ​ສູງ​ກໍ​ໄດ້​ແກ່   ໝາກລາແຊັງ,ຫມາກໄມ້​ຕະກູນ​ເບີລີ,ຖົ່ວ​ເປືອກ​ແຂງ,ທັນ​ຍະພືດ​ຊະນິດ​ຕ່າງໆຊາ​ຂຽວ ​ບລັອກ​ໂຄ​ລີ,ໜໍ່​ໄມ້​ຝຣັ່ງ,ຜັກ​ກາດ​ຫອມ,ຜັກ​ກາດນາ,ກາລົດ,ຖົ່ວ​ເຫລືອງ,ໝາກອຶ,ແຄນ​ຕາ​ລູບ,ປາແລະ​ຕັບເປັນ​ຕົ້ນ
ເຖິງວ່າ​ອາຫານ​ເຫລົ່າ​ນີ້​ຈະ​ສາມາດ​ຊ່ວຍ​ສົ່ງ​ເສີມ​ໃຫ້​ລະບົບ​ການເຮັດວຽກງານ​ຂອງ​ຕ່ອມ​ໄທ​ລອຍ​ເຮັດວຽກ​ໄດ້​ດີ​ຂຶ້ນແຕ່​ກໍ​ຄວນ​ທີ່​ຈະ​ປຶກ​ສາ​ແພດ​ໃຫ້​ດີ​ກ່ອນ​ຈະ​ເລີ່ມ​ຕົ້ນ​ກິນເພາະ​ໃນ​ບາງ​ຄົນ​ທີ່​ມີ​ອາການ​ຂອງ​ພະຍາດ​ອື່ນໆຮ່ວມ​ນໍາເຊັ່ນ:ພະຍາດ​ໄຂ​ມັນ​ໃນ​ເສັ້ນ​ເລືອດ​ສູງ ຫລື​ມີ​ລະ​ດັບ​ຄໍ​ເລດ​ເຕີ​ລໍ​ໃນ​ຮ່າງກາຍ​ສູງອາຫານ​ບາງ​ຊະນິດ​ກໍ​ອາດຈະ​ຍິ່ງ​ເຮັດໃຫ້​ອາການ​ຂອງ​ພະຍາດ​ເຫລົ່າ​ນັ້ນ​ຮ້າຍກວ່າເກົ່າ​ໄດ້​

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...