spot_img
Homeຂ່າວເຫດການຮອງເຈົ້າແຂວງສາລະວັນ ນຳທີມລົງໃຫ້ການ​ຊ່ວຍ​ເຫລືອ​ເບື້ອງ​ຕົນ ຜູ້ເສຍຫາຍເຫດໄຟໄໝ້ ຕະຫລາດຄົງເຊໂດນ!

ຮອງເຈົ້າແຂວງສາລະວັນ ນຳທີມລົງໃຫ້ການ​ຊ່ວຍ​ເຫລືອ​ເບື້ອງ​ຕົນ ຜູ້ເສຍຫາຍເຫດໄຟໄໝ້ ຕະຫລາດຄົງເຊໂດນ!

Published on

fire burning

ພາຍຫລັງ​ເຫດການ​ໄຟ​ໄໝ້ຕະຫລາດ​ເມືອງ​ຄົງ​ເຊ​ໂດນ ​ເມື່ອ​ຄືນວັນ​ທີ 20 ພຶດສະພາ​ຜ່ານ​ມາ ສົ່ງ​ຜົ​ໃຫ້​ມີ​ຜູ້​ໄດ້​ຮັບ​ຜົນ​ກະທົບ 72 ຄອບຄົວ, ມີ​ຈຳນວນ​ພົນ 234 ຄົນ, ຍິງ 119 ຄົນ, ມີ 60 ຮ້ານ, ມີ​ 106 ຫ້ອງ​ຄື: ຮ້ານ​ຂາຍ​ຄຳ​ມີ 7 ຮ້ານ, ຂາຍ​ເຄື່ອງ​ຍ່ອຍ 39 ຮ້ານ, ຂາຍ​ເຄື່ອງນຸ່ງ​ຫົ່ມ 9 ຮ້ານ, ຂາຍ​ເຄື່ອງ​ກອງ​ບຸນ 4 ຮ້ານ ​ແລະ ຂາຍ​ເຄື່ອງ​​ໃຊ້​ໄຟຟ້າ 1 ຮ້ານ ລວມມູນ​ຄ່າ​ເສຍ​ຫາຍຫລາຍ​ກວ່າ 20 ຕື້​ກີບ, ຕໍ່​ກັບ​​ເຫດການ​ດັ່ງກ່າວ ທາງ​ອຳນາດ​ການ​ປົກຄອງ​ແຂວງ, ​ເມືອງ ​ແລະ ພາກສ່ວນ​ກ່ຽວຂ້ອງ ກໍ​ໄດ້​ລົງ​ຕິດຕາມ​ຢ່າງ​ໃກ້ຊິດ ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ເບື້ອງ​ຕົນ​ຕໍ່​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ເປັນ​​ເງິນ​ຈຳນວນ​ໜຶ່ງ ​ແລະ ​ໃນ​ວັນ​ທີ 22 ພຶ​ດສະພາ​ນີ້,​ ທ່ານ ສີ​ສຸວັນ ວົງ​ຈອມ​ສີ ຮອງ​ເຈົ້າ​ແຂວງໆ​ສາລະ​ວັນ ​ໄດ້​ລົງ​ກວດ​ກາ​ຕິດຕາມ​ເຫດການ​ດັ່ງກ່າວ ​ແລະ ​ໃນ​​ໂອກາດ​ນີ້, ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໄດ້​ສະ​ເໜີ​ຂໍ​ທຶນຮອນໃນ​ເງື່ອນ​ໄຂ​ອັດຕາ​ດອກ​ເບ້ຍ​ຕ່ຳ ​ແລະ ຂໍ້​ຍົກ​ເວັ້ນການ​ເສຍ​ພາສີ​ໃນ​ໄລຍະ​ໜຶ່ງ, ທັງ​ນີ້​ເພື່ອ​ເປັນ​ການ​ຕັ້ງ​​​ໂຕ​ໃໝ່​ຂອງ​ຊາວ​ຄ້າຂາຍທີ່​ໄດ້​ຮັບ​ຜົນ​ກະທົບ ​ເຊິ່ງບັນຫາ​ນີ້ທາງ​ການ​ນຳ​ຂອງ​ເມື​ອງຈະ​ນຳ​ໄປ​ປຶກສາ​ຫາລື​ກັບ​ພາກສ່ວນ​ກ່ຽວ​ຂ້ອງເພື່ອ​ຫາ​ວິທີ​ທາງ​​ແກ້​ໄຂຢ່າງ​ເໝາະ​ສົມ.

 

ແຫລ່ງຂ່າວ: ລາວພັດທະນາ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...