spot_img
Homeຂ່າວຕ່າງປະເທດສານ​ສະ​ຫະ​ລັດ ຕັດ​ສິນ​ຈຳ​ຄຸກ 6 ປີ ​ໂສ​ເພ​ນີ​ຊັ້ນ​ສູງ ທີ່​ສີດ​ເຮ​ໂຣ​ອີນ​ໃຫ້​ຜູ້​ບໍ​ລິ​ຫານ Google ຈົນ​ຕາຍ!

ສານ​ສະ​ຫະ​ລັດ ຕັດ​ສິນ​ຈຳ​ຄຸກ 6 ປີ ​ໂສ​ເພ​ນີ​ຊັ້ນ​ສູງ ທີ່​ສີດ​ເຮ​ໂຣ​ອີນ​ໃຫ້​ຜູ້​ບໍ​ລິ​ຫານ Google ຈົນ​ຕາຍ!

Published on

aHR0cDovL3BlMS5pc2Fub29rLmNvbS9ucy8wL3VkLzM1OS8xNzk4NjEwLzExMTEuanBn

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້​ວ່າ ນາງ ອະ​ລິກ ແຄັດ​ເທີ​ຣີນ ທິກ​ເຄິນ​ແມນ ອາ​ຍຸ 27 ປີ ເຊິ່ງ​ເປັນ​ສາວ​ຂາຍ​ບໍ​ລິ​ການ​ທາງ​ເພດ ລະ​ດັບ​ລາ​ຄາ​ສູງ ໄດ້ຖືກ​ສານ​ຕັດ​ສິນ​ຕັດ​ອິດ​ສະ​ລະ​ພາບ ເປັນ​ເວ​ລາ 6 ປີ ຈາກ​ເຫດ​ທີ່​ນາງ​ສີດ​ເຮ​ໂຣ​ອີນ ໃຫ້​ກັບ ທ່ານ ຟໍ​ເຣດ ເຮ​ສ ອາ​ຍຸ 51 ປີ ໜຶ່ງ​ໃນ​ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ​ຂອງ​ບໍ​ລິ​ສັດ​ກູ​ເກີ້ນ ຈົນ​ເສຍ​ຊີ​ວິດ​ ໃນ​ຂະ​ນະ​ທີ່​ກຳ​ລັງ​ລ່ອງ​ເຮືອ​ສຳ​ລານ ຢູ່​ໃກ້​ກັບ​ຊາຍ​ຝ​ັ່ງ​ລັດ​ກາ​ລິ​ຟໍ​ເນຍ ເມື່ອ​ເດືອນ​ພະ​ຈິກ​ປີ 2013 ທີ່​ຜ່ານ​ມາ.

ໄອ​ຍະ​ການ​ຜູ້​ກ່າວ​ຟ້ອງ ໄດ້​ພົບ​ຫລັກ​ຖານ​ຈາກ​ກ້ອງວົງ​ຈອນ​ປິດເທິງ​ເຮືອ​ສຳ​ລານ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ນາງ ທິກ​ເຄິນ​ແມນ ບໍ່​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ໃດໆ ທີ່​ຈະໃຫ້​ການ​ຊ່ວຍ​ເຫລືອ​ຜູ້​ເສຍ​ຊີ​ວິດ ຫລັງ​ຈາກ​ທີ່​ໄດ້​ສີດ​ຢາ​ເຮ​ໂຣ​ອີນ​ໃສ່​ແລ້ວ ແຕ່​ຊ້ຳ​ພັດ​ເອົາ​ຕີນ​ຢຽບ​ຮ່າງ​ກາຍ​ຂອງ​ເຂົາຫລາຍ​ຄັ້ງ ພ້ອມ​ກັບ​ກິນ​ວາຍ​ໄປ​ນຳ ກ່ອນ​ທີ່​ນາງ​ຈະ​ອອກ​ຈາກ​ເຮືອ​ໄປ ໂດຍ​ບໍ່​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ຮັບ​ຊາບ​ເຖິງ​ເຫດ​ທີ່​ເກີດ​ຂຶ້ນ.

ແນວ​ໃດ​ກໍ​ຕາມ ທະ​ນາຍ​ຂອງ ນາງ ທິກ​ເຄິນ​ແມນ ໄດ້​ຢືນ​ຢັນ​ວ່າ ນາງ​ບໍ່​ໄດ້​ມີ​ເຈ​ຕະ​ນາ​ທຳ​ຮ້າຍ​ ທ່ານ ຟໍ​ເຣດ ແຕ່​ຢ່າງ​ໃດ ໂດຍ​ການ​ສີດ​ເຮ​ໂຣ​ອີນ​ນັ້ນ ແມ່ນ​ເຮັດ​ຕາມ​ການ​ຮ້ອງ​ຂໍ​ໂດຍ​ສະ​ໝັກ​ໃຈ​ຂອງ​ຜູ້​ກ່ຽວ​ເອງ ເຮັດ​ໃຫ້​ສານ​ຕັດ​ສິນ​ໃຫ້​ນາງ ມີ​ຄວາມ​ຜິດ​ໃນ​ຖານ​ກະ​ທຳ​ການ​ໃຫ້​ຜູ້​ອື່ນ​ເຖິງ​ແກ່​ຄວາມ​ຕາຍ ໂດຍ​ບໍ່​ເຈ​ຕະ​ນາ ເຊິ່ງ​ມີ​ໂທດ​ຕັດ​ອິດ​ສະ​ຫລະ​ພາບ ເປັນ​ເວ​ລາ 6 ປີ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...