spot_img
Homeຂ່າວທ້ອງຖິ່ນນາ​ຊາຍ​ທອງ ຄວບ​ຄຸມການ​ລະ​ບາດ ພ​ະ​ຍາດ​ປາກ​ເປື່ອຍ​ລົງ​ເລັບໃນ​ສັດ ໄດ້​ແລ້ວ!

ນາ​ຊາຍ​ທອງ ຄວບ​ຄຸມການ​ລະ​ບາດ ພ​ະ​ຍາດ​ປາກ​ເປື່ອຍ​ລົງ​ເລັບໃນ​ສັດ ໄດ້​ແລ້ວ!

Published on

Buffalo58

ຕາມ​ການ​ໃຫ້​ສຳພາດຂອງຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງເມືອງ ນາຊາຍ ທອງຕໍ່ນັກຂ່າວພວກເຮົາ ​ໃນ​ວັນ​ທີ 18 ພຶດສະພານີ້​ວ່າ: ພາຍຫລັງ​ທີ່​ມີ​ການລະບາດ ພະຍາດ​ສັດ​ (ປາກ​ເປື່ອຍ​ລົງ​ເລັບ) ຢູ່ 2 ບ້ານ​ຂອງເມືອງ ນາຊາຍ ທອງ ນະຄອນລວງວຽງ ຈັນມາ​ແຕ່​ວັນທີ 20 ເມສາຜ່ານມາ, ​ທາງ​ໜ່ວຍງານລ້ຽງສັດ ແລະ ການປະມົງຂອງຕົນກໍ​ໄດ້​ສົມທັບກັບ ພະແນກລ້ຽງສັດ ແລະ ການປະມົງ ນະຄອນຫຼວງ ແລະ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ, ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງ ເພື່ອ​ລົງ​ຊ່ວຍ​ປິ່ນ ປົວສັດທີ່ຕິດເຊື້ອພະຍາດ, ພ້ອມ​ທັງ​ສະໜອງ​ຢາ​ປິ່ນປົວ​ ແລະ ແນະນຳ​ວິທີ​ການ​ຮັກສາ​ສຸຂະພາບ​ສັດ​​, ​ແຍກ​ສັດ​ທີ່​ຕິດ​ເຊື້ອ​ອອກ​ຈາກ​ຝູງ, ຫ້າມ​ບໍ່​ໃຫ້​ປະຊາຊົນ​​ເຄື່ອນຍ້າຍສັດ,​ ເພື່ອ​ບໍ່​ໃຫ້​ພະຍາດ​ແຜ່​ລະບາດ​ໄປ​ສູ່​ເຂດ​ອື່ນ​ ແລະ ມາ​ຮອດ​ປັດຈຸບັນ ​ສາມາດ​ຄວບ​ຄຸມ​ການລະບາດ​ຂອງ​ພະຍາດ​ດັ່ງກ່າວ​ຄັ້ງນີ້​ໃຫ້ ​ກັບ​ມາ​ຢູ່​ໃນ​ເກນ​ປົກກະຕິ​ແລ້ວ, ສັດທີ່ຕິດເຊື້ອໄດ້ຮັບການປິ່ນ ປົວຫາຍດີທັງໝົດ, ສ່ວນ​ສາ​ເຫດ​ຂອງ​ການ​ກໍ່​ໃຫ້​ເກີດ​ພະຍາດ​ສັດ​ລະບາດ​ຄັ້ງນີ້​ແມ່ນ​ຍ້ອນ​ ການເຄື່ອນຍ້າຍສັດທີ່ເປັນພະ ຍາດຈາກເຂດ ອື່ນມາຜ່ານເຂດນີ້.

ຫົວໜ້າໜ່ວຍງານລ້ຽງສັດ ແລະ ການປະມົງເມືອງນາຊາຍທອງ ​ໃຫ້​ຮູ້​ອີກ​ວ່າ: ການລະບາດ​ຂອງ​ພະຍາດ​ສັດ​​​ຄັ້ງນີ້​ເຮັດ​ໃຫ້​ງົວ-ຄວາຍ​ຂອງ​ປະຊາຊົນ​ ຕິດເຊື້ອພະຍາດ 100 ກວ່າໂຕ, ບໍ່ມີສັດຕາຍ, ໃນນັ້ນມີງົວ 70 ກວ່າໂຕ, ຄວາຍ 20 ກວ່າໂຕ, ເຖິງຢ່າງໃດກໍຕາມເພື່ອ​​ເປັນ​ການ​ເຝົ້າລະວັງ ​ແລະ ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ​ບໍ່​ໃຫ້​ເກີດ​ຂຶ້ນອີກ ທາງຫົວໜ້າ ຫນ່ວຍງານລ້ຽງສັດ ແລະ ການປະມົງເມືອງນາຊາຍທອງ​ກໍ​ໄດ້​ຕິດຕາມ​ເຝົ້າລະວັງ​ສັດລ້ຽງ​ຂອງ​ປະຊາຊົນ​ ຢູ່ບ້ານທີ່ມີ ການລະບາດ ແລະ ບ້ານໃກ້ ຄຽງຮ່ວມກັບເຂົາເຈົ້າ, ​ເພື່ອ​ສາມາດ​ຕອບ​ໂຕ້​​ໄດ້​ທັນ​ຫາກ​ມີ​ການລະບາດ​ຂອງ​ພະຍາດ​ສັດ​ ເກີດຂຶ້ນເມືອງນາຊາຍທອງ ເກີດການລະບາດຂອງພະ ຍາດສັດ (ປາກເປື່ອຍລົງເລັບ) ຄັ້ງຫຼ້າສຸດແມ່ນປີ 2008.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...