spot_img
Homeຂ່າວທ້ອງຖິ່ນກະຊວງສຶກສາທິການແລະກິລາໄດ້ຈັດກິດຈະກຳສ້າງຂະບວນການອອກແຮງງານ

ກະຊວງສຶກສາທິການແລະກິລາໄດ້ຈັດກິດຈະກຳສ້າງຂະບວນການອອກແຮງງານ

Published on

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກິດຈະກຳສ້າງຂະບວນການອອກແຮງງານ
ລວມ ແຂ່ງຂັນສ້າງຜົນງານ ເພື່ອຄຳນັບຮັບຕ້ອນວັນສຳຄັນຂອງຊາດ ກໍ່ຄື ວັນສະຖາປະນາ ສປປ
ລາວ ຄົບຮອບ 40 ປີ ແລະ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ກະຊວງສຶກສາທິການ
ແລະ ກິລາ.

10417499_951180751569529_7226977951332582718_n

ການສ້າງຂະບວນການອອກແຮງງານລວມ ດັ່ງກ່າວໄດ້ມີຂຶ້ນເມື່ອວັນທີ 9 ພຶດສະພາ ຜ່ານມາ ທີ່ສະໜາມກິລາແຫ່ງຊາດ (ຫຼັກ
16) ນະຄອນຫຼວງວຽງ ຈັນ, ນຳພາໂດຍທ່ານ ບົວລານ ສິລິປັນຍາ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ, ມີ
ຄະນະນຳກະຊວງ ພ້ອມດ້ວຍອ້າຍເອື້ອຍນ້ອງພະນັກງານລັດຖະກອນ, 3 ອົງການຈັດຕັ້ງມະຫາຊົນ ຈາກບັນດາກົມ, ຫ້ອງການ,
ສູນ, ສະຖາບັນອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ.

11209649_951180401569564_1677950902018579843_n

11210475_951180851569519_3798051427382849143_n

ສະເພາະການຈັດກິດຈະກຳສ້າງຂະບວນການອອກແຮງງານລວມຄັ້ງນີ້ ເປັນການສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນ
ຂອງຊາດ ຄື: ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ (2 ທັນວາ 1975- 2 ທັນວາ 2015) ແລະ ກອງປະຊຸມໃຫຍ່ ຄັ້ງທີ
VIII ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ເຊິ່ງຂະບວນການອອກແຮງງານລວມ ດັ່ງກ່າວ ໄດ້ມີການຕັດຫຍ້າ ແລະ ອານາໄມບໍລິເວນເກີດຫຍ້າຍາວ ແລະ ຮົກເຮື້ອ ທີ່ເບິ່ງແລ້ວບໍ່ງາມ ຕາ, ບໍ່ເປັນລະບຽບຮຽບຮ້ອຍ ໃຫ້ມີຄວາມສະອາດງາມຕາ ແລະ ສວຍງາມຂຶ້ນກວ່າເກົ່າ.

10931141_951180328236238_1872460884215531271_n

11052481_951180491569555_7160068169484684211_n

11068345_951180541569550_4753875440059941305_n

11218496_972068589491480_68702451825777931

ນອກຈາກນັ້ນ, ການຈັດກິດຈະກຳດັ່ງກ່າວຍັງເປັນການສ້າງສາຍພົວພັນ, ຄວາມສາມັກຄີ ລະຫວ່າງ ຄະນະນຳ ກະຊວງ ແລະ
ອ້າຍເອື້ອຍນ້ອງພະນັກງານລັດຖະກອນ ພາຍໃນ ກະຊວງສຶກສາທິການ ແລະ ກິລາ ໃຫ້ມີຄວາມປອງດອງ ຊ່ວຍເຫຼືອເຊິ່ງກັນ ແລະ
ກັນ, ພ້ອມກັນປະຕິບັດວຽກງານຂອງຂະແໜງການສຶກສາ ໃຫ້ມີຄວາມກ້າວໜ້າ ແລະ ຄຸນະພາບສູງຂຶ້ນເລື້ອຍໆ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...