spot_img
Homeຂ່າວການສຶກສາໂຮງຮຽນວິຊາຊີບບາງແຫ່ງຍັງຂາດອຸປະກອນການຮຽນທີ່ດີ

ໂຮງຮຽນວິຊາຊີບບາງແຫ່ງຍັງຂາດອຸປະກອນການຮຽນທີ່ດີ

Published on

School machine

ປັດຈຸບັນມີໂຮງຮຽນວິຊາຊີບເກີດຂຶ້ນຫລາຍນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອ ພັດທະນາຊັບພະຍາກອນມະນຸດ ແລະ ສ້າງສືມີແຮງງານຂອງລາວໃຫ້ມີຄຸນນະພາບ ແລະ ປະລິມານ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດາຫົວໜ່ວຍ ທຸລະ ກິດທັງພາຍໃນ ແລະ ຕ່າງປະເທດໄດ້ພຽງພໍ, ເຊິ່ງໃນໄລຍະຜ່ານມາ, ເຖິງວ່າມີການ ພັດທະນາຊັບພະຍາກອນມະນຸດ ແລະ ສ້າງແຮງງານອອກຮັບໃຊ້ສັງຄົມໄດ້ຫລາຍ ກໍຕາມ, ແຕ່ເຫັນວ່າແຮງງານຈຳນວນບໍ່ໜ້ອຍທີ່ຮຽນຈົບຈາກໂຮງຮຽນວິຊາ ຊີບ ຍັງມີຄຸນນະພາບຕ່ຳ ແລະ ເຮັດບໍ່ໄດ້ຕາມຂະແໜງທີ່ຕົນຮຽນມາເຊັ່ນ: ຂະແໜງກົນຈັກ, ເອເລັກໂຕຣນິກ, ໄອທີ ແລະ ອື່ນໆ, ເນື່ອງຈາກວ່າໂຮງຮຽນວິຊາຊີບຫລາຍແຫ່ງຍັງຂາດເຂີນດ້ານອຸປະກອນ ແລະ ເຄື່ອງໄມ້ເຄື່ອງມືທີ່ທັນສະໃໝປະກອບ ເຂົ້າໃນ ການຮຽນຕົວຈິງຕົວຢ່າງຄື: ວິຊາສ້ອມແປງລົດຢູ່ໂຮງຮຽນວິຊາຊີບບາງແຫ່ງຍັງເອົາບົດຮຽນ, ທິດສະດີ ຫລື ກົນໄກຂອງຈັກ ລົດຮຸ່ນເກົ່າມາສິດສອນນັກຮຽນ, ບາງແຫ່ງຍັງເອົາຄອມພີວເຕີແບບເກົ່າມາສອນຕ່າງໆ, ຈຶ່ງເຮັດໃຫ້ຜູ້ທີ່ຮຽນຈົບສ່ວນ ຫລາຍບໍ່ສາມາດຕອບສະໜອງໄດ້ກັບຄວາມຕ້ອງການຂອງຫົວໜ່ວຍທຸລະກິດແຕ່ລະຂະແໜງ, ມັນຈຶ່ງກາຍເປັນພາລະ ຂອງຜູ້ປະກອບການໃນການສານຕໍ່ຍົກລະດັບຄວາມຮູ້ເພີ່ມຕື່ມໃຫ້ແກ່ກຳ ມະກອນ ແລະ ພະນັກງານຂອງຕົນ, ຄືດັ່ງທ່ານຫົວໜ້າຜູ້ຈັດການຝ່າຍຊັບພະຍາກອນມະນຸດຂອງບໍລິສັດລາວໂຕໂຍຕາບໍລິການຈຳກັດໄດ້ໃຫ້ທັດສະນະຕໍ່ນັກຂ່າວພວກເຮົາວ່າ: ພາຍຫລັງໄດ້ຄັດເລືອກເອົາພະນັກງານ-ກຳມະກອນເຂົ້າເຮັດວຽກນຳພວກເຮົາແລ້ວ, ໂດຍສະເພາະຝ່າຍສ້ອມແປງແມ່ນຕ້ອງໄ ດ້ຮັບການຝຶກອົບຮົມຍົກລະດັບດ້ານວິຊາສະເພາະຢູ່ສູນບໍລິການພວກເຮົາຕື່ມອີກປະມານ 2 ປີ ເນື່ອງຈາກຜູ້ທີ່ຮຽນຈົບສ່ວນ ຫລາຍຈະຮູ້ແຕ່ດ້ານທິດສະດີຫລາຍກວ່າຕົວຈິງ, ເພາະວ່າລົດຍົນໃນປັດຈຸບັນແມ່ນມີກົນໄກລະບົບເຄື່ອງຈັກສະຫລັບຊັບ ຊ້ອນ ແລະ ມີຄວາມທັນສະໄໝກວ່າ.    ແນວໃດກໍຕາມ, ສຳລັບການແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ດີກໍຍັງແມ່ນການລົງ ທຶນໃສ່ການປັບປຸງໃນດ້ານທິດສະດີໃຫ້ກົມກຽວກັບພາກປະຕິບັດຕົວຈິງຢູ່ບັນດາໂຮງຮຽນ ຫລື ສູນວິຊາຊີບຕ່າງໆ ແລະ ໃຫ້ສົມຄູ່ກັບການປ່ຽນແປງຕົວຈິງຂອງສັງຄົມ, ນອກຈາກນີ້, ກໍຕ້ອງໄດ້ມີການເພີ່ມທະວີຮ່ວມມືລະຫວ່າງບັນດາບໍລິສັດ, ຜູ້ປະກອບການຜະລິດບໍລິການ ແລະ ໂຮງຮຽນ ຫລື ສູນພັດທະນາວິຊາຊີບຕ່າງໆໄດ້ປະກອບສ່ວນສະໜອງອຸປະກອນເຄື່ອງມືກົນຈັກອັນທັນສະໄໝເຂົ້າໃນການຮຽນ-ການສອນຕົວຈິງໃຫ້ຫລາຍ, ເພື່ອຮັບປະກັນໃຫ້ການສ້າງຊັບພະຍາກອນມະນຸດ ແລະ ແຮງງານທີ່ສີມືດີອອກຮັບໃຊ້ສັງຄົມໄດ້ຢ່າງມີປະສິດທິພາບ ແລະ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດໃນໄລຍະໃໝ່.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...