spot_img
Homeຂ່າວເຫດການສຳ​ເລັດ​ໂຄງການ​ກໍ່ສ້າງ ​ແລະ ຕົກ​ແຕ່ງ ​ສວນ​ອະນຸສາວະລີ ທ່ານ ຫນູ​ຮັກ ພູມ​ສະຫວັນ

ສຳ​ເລັດ​ໂຄງການ​ກໍ່ສ້າງ ​ແລະ ຕົກ​ແຕ່ງ ​ສວນ​ອະນຸສາວະລີ ທ່ານ ຫນູ​ຮັກ ພູມ​ສະຫວັນ

Published on

noohuk

ພິທີມອບ-ຮັບ ແລະ ເປີດການນຳໃຊ້ອະນຸສາວະລີທ່ານ ໜູຮັກ ພູມສະຫວັນ ຢູ່ແຂວງສະ ຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 8 ພຶດສະພານີ້ ຢູ່ບ້ານທ່າເມືອງ ເມືອງໄກສອນ ພົມວິຫານ ແຂວງດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານກຳມະການສູນກາງພັກ, ລັດຖະມົນຕີວ່າການ, ຊ່ວຍວ່າການ, ບັນດາຄະນະ ປະຈຳພັກແຂວງ, ບັນດາເຈົ້າເມືອງ ແລະ ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິພ້ອມຊາວແຂວງ ສະຫວັນນະເຂດເຂົ້າຮ່ວມຢ່າງຫລວງ ຫລາຍ.

ທ່ານ ໜູຮັກ ພູມສະຫວັນ ແມ່ນໜຶ່ງໃນບັນດາຜູ້ນຳຮຸ້ນທຳອິດຂອງການປະຕິວັດລາວທີ່ຕໍ່ ສູ້ຄຽງບ່າຄຽງໄຫລ່ຮ່ວມກັບປະທານ ໄກສອນ ພົມວິຫານ ແຕ່ຫົວທີ, ທ່ານເປັນຜູ້ນຳທີ່ປະເສີດ, ເປັນລູກຮັກຫລານແພງຂອງ ປະຊາຊົນລາວບັນ ດາເຜົ່າ, ເປັນຜູ້ນຳທີ່ມີຄວາມປີຊາສາມາດ, ສະຫລາດສ່ອງໃສ, ອຸທິດເຫື່ອແຮງ, ກຳລັງວັງຊາສະຕິປັນຍາ ຮ່ວມກັບບັນດາທ່ານຜູ້ນຳການປະຕິວັດໃນການຊີ້ນຳຂະບວນການຕໍ່ ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ, ເປັນນັກຮັກ ຊາດທີ່ມີຄວາມສາມາດ, ອົງອາດກ້າຫານ, ມີມານະຈິດ ແລະ ອຸດົມການອັນສູງສົ່ງ, ເດັດຂາດບໍ່ຍອມຈຳນົນຕໍ່ສັດຕູໃນສະ

ຖານະການທີ່ສ່ຽງເປັນສ່ຽງຕາຍ, ຖືກຈັບກຸມຄຸມຂັງ ທ່ານກໍມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ຕໍ່ໄຊຊະນະສຸດທ້າຍ ຂອງການປະຕິວັດ. ໂຄງການກໍ່ສ້າງ ສວນອະນຸສາວະລີຂອງເພິ່ນຢູ່ບ້ານທ່າເມືອງ ເມືອງໄກສອນ ພົມວິຫານ ເຊິ່ງມີເນື້ອ ທີ່ທັງໝົດຫລາຍກວ່າ 9 ພັນຕາແມັດ ແລະ ຈະກາຍເປັນບ່ອນສັກກາລະບູຊາເຄົາລົບນັບຖື, ບ່ອນສຶກສາຮຽນຮູ້ຂອງສະ ມາຊິກພັກ, ພະນັກ ງານ-ລັດຖະກອນ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອ ຕໍ່ທ່ານ ໜູຮັກ ພູມສະຫວັນ ທີ່ເຄົາລົບຮັກຂອງພວກເຮົາ ເຊິ່ງອຳນາດການປົກຄອງ ແລະ ປະຊາຊົນແຂວງສະ ຫວັນນະ ເຂດຈະເຮັດສຸດຄວາມສາມາດໃນການເບິ່ງແຍງດູແລ, ຄຸ້ມຄອງປົກປັກຮັກສາ ແລະ ເສີມຂະ ຫຍາຍຄຸນຄ່າອະນຸສາວະລີ ແຫ່ງນີ້ໃຫ້ເກີດປະໂຫຍດດເກີດໝາກເກີດຜົນສູງສຸດຕາມຄວາມມຸ່ງຫວັງຂອງພັກ-ລັດເຮົາວາງໄວ້.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...