Homeສຸຂະພາບ ແລະ ສີ່ງແວດລ້ອມ8 ສຸດຍອດອາຫານຕ້ານພະຍາດຫົວໃຈ

8 ສຸດຍອດອາຫານຕ້ານພະຍາດຫົວໃຈ

Published on

corner_37

ພະຍາດ​ຫົວ​ໃຈເປັນ​ອີກ​ພະຍາດ​ໜຶ່ງ​ທີ່​ມີ​ຄວາມ​ສຳພັນ​ກັບ​ເລື່ອງ​ອາຫານ​ການ​ກິນຂ້ອນ​ຂ້າງ​ຫລາຍຖ້າ​ໃນ​ແຕ່​ລະ​ມື້​ປະກອບ​ດ້ວຍ​ອາຫານ​ຈາກ8ກຸ່ມ​ຕໍ່ໄປ​ນີ້ກໍ​ຈະ​ເປັນ​ການ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຫົວ​ໃຈ​ໄດ້​ອີກ​ທາງ​ໜຶ່ງ

ປາ​ທະ​ເລ​ຫລື​ປາ​ນ້ຳ​ຈືດທີ່​ມີ​ໄຂ​ມັນ(Oily Fish)ເຊັ່ນ:ປາ​ທູ​ນ້າ,ປາ​ແຊວມອນ,ປາ​ຄໍ່,ປາ​ດຸກ ຈະ​ມີ​ກົດ​ໄຂ​ມັນ​ໂອ​ເມ​ກ້າ3(EPA ແລະ DHA)ຢູ່​ຫລາຍຊ່ວຍຫ​ລຸດ​ລະ​ດັບ​ຄໍ​ເລດ​ເຕີ​ລໍ​ເພີ່ມ​ຄວາມ​ປັບໂຕ​​ໃຫ້​ກັບ​ຫລອດ​ເລືອດເຮັດໃຫ້​ການ​ໄຫລ​ວຽນ​ຂອງ​ເລືອດ​ດີ​ຂຶ້ນແລະຫ​ລຸດ​ຄວາມ​ສ່ຽງ​ຈາກ​ການ​ອຸດ​ຕັນ​ຂອງ​ຫລອດ​ເລືອດ

ໃຊ້​ນ້ຳ​ມັນ​ພືດ​ທີ່​ມີ​ກົດ​ໄຂ​ມັນ​ບໍ່​ອີ່ມ​ໂຕ​ຕຳແໜ່ງ​ດຽວ​ສູງເຊັ່ນ:ນ້ຳ​ມັນ​ໝາກ​ກອກ,ນ້ຳ​ມັນ​ລຳ​ເຂົ້າປະກອບ​ອາຫານ​ແທນ​ນ້ຳ​ມັນ​ພືດ​ທີ່​ມີ​ກົດ​ໄຂ​ມັນ​ອີ່ມ​ໂຕ​ສູງ​ກໍ່ຄືນ້ຳ​ມັນ​ໝາກ​ພ້າວ,ນ້ຳ​ມັນ​ປາມ,ກໍ​ຈະ​ຊ່ວຍ​ຫລຸດ​ຄໍ​ເລດ​ເຕີ​ລໍ​ໂຕ​ຮ້າຍ(LDL-C)ລົງ​ໄດ້ໂດຍ​ທີ່​ບໍ່​ຫລຸດ​ຄໍ​ເລດ​ເຕີ​ລໍ​ໂຕ​ດີ (HDL-C)

ຜັກຫມາກໄມ້​ຫລາຍສີຈະໃຫ້​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ຈຳນວນ​ຫລາຍຊ່ວຍ​ປ້ອງ​ກັນ​ການ​ເກີດ​ອອກ​ຊິ​ເດ​ຊັນ​ຂອງLDL-Cທີ່​ຈະ​ເຮັດໃຫ້​ຝາ​ຫລອດ​ເລືອດ​ໜາ​ໂຕ​ຂຶ້ນຈົນ​ເປັນ​ສາ​ເຫດ​ຂອງ​ຫລອດ​ເລືອດ​ຫົວ​ໃຈ​ຕີບ​ໄດ້

ໄຟ​ເບີລທີ່​ໄດ້​ຈາກ​ທັນ​ຍະພືດ​ທີ່​ບໍ່​ຂັດ​ສີເຊັ່ນ:ເຂົ້າ​ກ້ອງ,ເຂົ້າ​ໂອ໊​ດ,ເຂົ້າວີດລວມ​ທັງ​ຊີ​ລຽວ​ຈາກ​ທັນ​ຍະພືດ​ຕ່າງໆແລະ​ເຂົ້າໜົມ​ປັງໂຮນ​ວີດຈະ​ຊ່ວຍ​ໃຫ້​ຫົວ​ໃຈ​ແຂງ​ແຮງແລະ​ປ້ອງ​ກັນ​ຄວາມ​ສ່ຽງ​ຈາກ​ພະຍາດ​ຫົວ​ໃຈ​ວາຍ​ໄດ້​ຫລາຍກວ່າ​ໄຟ​ເບີລ​ຈາກ​ຜັກ​ແລະໝາກໄມ້​

ຖົ່ວ​ເມັດ​ແຫ້ງເຊັ່ນ:ຖົ່ວ​ດິນ,ອັນ​ມອນ,ນອກ​ຈາກ​ມີ​ກົດ​ໄຂ​ມັນ​ບໍ່​ອີ່ມ​ໂຕ​ຕຳແໜ່ງ​ດຽວ​ຂ້ອນ​ຂ້າງ​ສູງ​ທີ່​ຊ່ວຍ​ຫລຸດLDL-Cແລ້ວຍັງ​ກົດ​ອະ​ມິ​ໂນ​ອາ​ຈິ​ນີນ​ສູງຊຶ່ງ​ຊ່ວຍ​ເສີມ​ສ້າງ​ການເຮັດວຽກງານ​ຂອງ​ຫລອດ​ເລືອດແລະ​ຊ່ວຍຫ​ລຸດ​ຄວາມ​ດັນ​ເລືອດ

ວິ​ຕາ​ມິນ​ອີ​ຈາກ​ອາຫານ​ທຳມະຊາດຈະ​ເຮັດ​ຫນ້າທີ່​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ໄດ້​ດີກວ່າ​ວິ​ຕາ​ມິ​ອີ​ໃນ​ຮູບ​ອາຫານ​ເສີມຊ່ວຍ​ປ້ອງ​ກັນ​ການ​ເກີດ​ອອກ​ຊິ​ເດ​ຊັນ​ຂອງLDL-Cຈຶ່ງ​ຊ່ວຍ   ຫ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ອຸດ​ຕັນ​ໃນ​ຝາ​ຫລອດ​ເລືອດ​ແດງອາຫານ​ທີ່​ອຸດົມ​ໄປ​ດ້ວຍວິ​ຕາ​ມິນ​ອີໄດ້​ແກ່ອາ​ໂວ​ຄາ​ໂດ,ຜັກ​ສີ​ຂຽວ​ແກ່,ທັນ​ຍະພືດ​ບໍ່​ຂັດ​ສີແລະ​ນ້ຳ​ມັນ​ພືດໂດຍ​ສະເພາະ​ນ້ຳ​ມັນ​ລຳ​ເຂົ້າມີ​ວິ​ຕາ​ມິນ​ອີ​ເຖິງ2ກຸ່ມຄື:ໂທ​ໂຄ​ຟີ​ລອນ​ແລະ​ໂທ​ໂຄ​ໄຕ​ອີນ​ອລ

ສະ​ໝຸນ​ໄພ​ແລະ​ເຄື່ອງ​ເທດເຊັ່ນ:ກະ​ທຽມ​ສົດຈະ​ມີ​ສານ​ອັນ​ລິ​ຊິນ​ຊ່ວຍຫ​ລຸດ​ລະ​ດັບ​ຄໍ​ເລດ​ເຕີ​ລໍ​ໃນ​ເລືອດແລະ​ສານ​ແຄບ​ໄຊ​ຊິນ​ໃນ​ໝາກເຜັດຈະ​ຊ່ວຍ​ຫລຸດການ​ເກາະ​ໂຕ​ຂອງ​ລິ່ມ​ເລືອດ​ແລະ​ເພີ່ມ​ການ​ລະ​ລາຍ​ລິ່ມ​ເລືອດຊຶ່ງ​ເປັນ​ສາ​ເຫດ​ສຳຄັນ​ທີ່​ເຮັດໃຫ້​ເກີດ​ພາ​ວະ​ຫົວ​ໃຈ​ວາຍ

ອາຫານ​ທີ່​ມີPlant Sterols ຫລື Phytosterols ສູງໄດ້​ແກ່ທັນຍະ​ພືດ​ແລະ​ຖົ່ວ​ຕ່າງໆ ເຊັ່ນ:ງາ,ດັງ​ເຂົ້າ,ແກ່ນ​ຕາເວັນ,ຖົ່ວ​ພິດ​ຕາ​ຊິ​ໂອລວມ​ທັງ​ນ້ຳ​ມັນ​ພືດ​ບາງ​ຊະນິດ​ເຊັ່ນນ້ຳ​ມັນ​ລຳ​ເຂົ້າປະລິມານ​ພຽງ1ບ່ວງ​​ຈະ​ມີ Phytosterols ສູງ​ເຖິງ 250 ມິລິ​ກຣາມຊຶ່ງ Phytosterolsຈະ​ຊ່ວຍຫ​ລຸດ​ການ​ດູດ​ຊຶມ​ຄໍ​ເລດ​ເຕີ​ລໍ​ໃນ​ລຳ​ໄສ້​ນ້ອຍເຮັດໃຫ້​ລະ​ດັບ​ຄໍ​ເລດ​ເຕີ​ລໍ​ລວມ​ແລະLDL-Cຫລຸດ​ລົງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...