Homeນານາສາລະເລືອກແວ່ນກັນແດດແບບໃດໃຫ້ຖະໜອມສາຍຕາ

ເລືອກແວ່ນກັນແດດແບບໃດໃຫ້ຖະໜອມສາຍຕາ

Published on

l_135582469187

ບໍ່​ວ່າ​ລະດູ​ໃດ​ບ້ານເຮົາ​ກໍ​ຍັງ​ສາມາດ​ສຳ​ຜັດ​ກັບ​ແສງ​ແດດ​ໄດ້​ສະເໝີແວ່ນ​ກັນ​ແດດ​ຈຶ່ງ​ເປັນ​ອີກ​ໜຶ່ງ​ຕົວເລືອກ​ທີ່​ຫລາຍ​ຄົນ​ນິຍົມ​ຊື້​ມາ​ສວມ​ໃສ່ນອກ​ຈາກ​ຈະ​ປ້ອງ​ກັນ​ການ​ຖືກ​ທຳ​ຮ້າຍ​ຈາກ​ລັງສີ​ຢູ​ວີ​ໃນ​ແສງ​ແດດ​ແລ້ວໜຸ່ມ​ສາວ​ຫລາຍ​ຄົນ​ເລືອກ​ທີ່​ຈະ​ໃສ່​ແວ່ນ​ກັນ​ແດດ​ເພື່ອ​ເສີມ​ສ້າງ​ບຸກຄະລິກ​ໃຫ້​ເບິ່ງ​ດີ​ແລະ​ທັນ​ສະໄໝ​ມື້​ນີ້​ມີ​ວິທີ​ການ​ເລືອກ​ຊື້​ແວ່ນ​ກັນ​ແດດ​ທີ່​ຖືກ​ຕ້ອງເພື່ອ​ປົກ​ປ້ອງ​ແລະ​ຖະ​ໜອມ​ດວງ​ຕາ​ຂອງ​ເຮົາ

ສິ່ງ​ທີ່​ຄວນ​ໃຫ້​ຄວາມ​ສຳຄັນ​ຄື​ເລນຊຶ່ງ​ມີ​ທັງ​ເລນທີ່​ເຮັດ​ຈາກ​ແກ້ວ​ແລະ​ເລນ​ທີ່​ເຮັດ​ຈາກ​ຢາງຂໍ້​ແຕກ​ຕ່າງ​ລະຫວ່າງ​ເລນ​ສອງ​ຊະນິດ​ນີ້​ຄືເລນ​ແກ້ວ​ຈະ​ແຂງ​ກວ່າ​ແລະ​ເກີດ​ຮອຍ​ຂີດ​​ໄດ້​ຍາກ​ກວ່າແຕ່​ໜັກສ່ວນ​ເລນ​ຢາງ​ຈະ​ເບົາ​ກວ່າ​ແລະ​ທົນ​ຕໍ່​ແຮງ​ກະ​ທົບໄດ້​ຫລາຍກວ່າແຕ່​ເກີດ​ຮອຍ​ຂີດ​ໄດ້​ງ່າຍຈຶ່ງ​ມີ​ການ​ເຄືອບ​ສານ​ບາງ​ຊະນິດ​ເພື່ອ​ປ້ອງ​ກັນ​ຮອຍ​ຂີດ​ເຮັດໃຫ້​ມີ ​ລາ​ຄາ​ແພງເລນ​ແວ່ນ​ຕາ​ທີ່​ດີ​ນັ້ນ​ເມື່ອ​ເຮົາ​ເບິ່ງ​ເສັ້ນ​ຊື່​ຜ່ານ​ເລນ​ຂ້າງ​ໃດ​ຂ້າງ​ໜຶ່ງແລ້​ວ​ຍັບ​ແວ່ນ​ເລື່ອນ​ເຂົ້າ​ເລື່ອນ​ອອກ​ຊ້າ​ໆເສັ້ນ​ຊື່​ນັ້ນ​ຈະ​ຕ້ອງບໍ່​ຄົດ​ບ້ຽວ

ສີ​ຂອງ​ເລນ​ທີ່​ເໝາະ​ສົມ​ທີ່ສຸດ​ຄື​ແດງ,ເທົາ,ຂຽວ,ນ້ຳ​ຕານເພາະ​ຈະ​ບໍ່​ເຮັດໃຫ້​ການ​ເບິ່ງ​ສີ​ຢ່າງ​ເຊັ່ນ​ສີ​ໄຟ​ສັນ​ຍານ​ຈະລາຈອນ​ຜິດ​​ໄປສ່ວນ​ເລນ​ສີ​ເຂັ້ມ​ທີ່​ບໍ່​ໄດ້​ເຄືອບ​ສາ​ນກອງ​ຫລື​ປ້ອງ​ກັນ​ລັງສີ​ຍູ​ວີ​ບໍ່​ສາມາດ​ປົກ​ປ້ອງ​ດວງ​ຕາ​ຈາກ​ອັນຕະລາຍ​ຂອງ​ລັງສີ​ຢູວີ​ໄດ້ແຕ່​ຈະ​ຍິ່ງ​ເຮັດໃຫ້​ດວງ​ຕາ​ໄດ້ຮັບ​ແສງ​ຢູ​ວີ​ຫລາຍ​ຂຶ້ນ​ກວ່າ​ເກົ່າເພາະ​ເວລາ​ຢູ່ໃນ​ທີ່​ມືດ​ຮູມານ​ຕາ​ຂອງ​ເຮົາ​ຈະ​ຂະຫຍາຍ​ຕົວ​ຫລາຍ​ຂຶ້ນເຮັດໃຫ້​ດວງ​ຕາ​ໄດ້ຮັບ​ລັງສີ​ຢູວີ​ຫລາຍ​ຂຶ້ນ​

ວິທີ​ສັງເກດ​ວ່າ​ແວ່ນ​ກັນ​ແດດ​ທີ່​ຊື້​ປ້ອງ​ກັນ​ລັງສີ​ຢູ​ວີ​ໄດ້ຫລື​ບໍ່ເບິ່ງ​ໄດ້​ຈາກ​ຖ້າ​ມີ​ຂໍ້ຄວາມ ‘400 UV Protection’ລະ​ບຸ​ຢູ່ສະແດງ​ວ່າ​ມີ​ການ​ເຄືອບ​ສານ​ປ້ອງ​ກັນ​ລັງສີ​ຢູວີ​ໃນ​ລະ​ດັບ​ທີ່​ປອດ​ໄພເພາະ​ລັງສີ​ຢູວີ​ມີ​ຄວາມ​ຍາວ​ຄື້ນ200-400ນາ​ໂນ​ແມັດແລະ​ໂຕເລກ400ມາ​ຈາກ400ນາ​ໂນ​ແມັດຊຶ່ງ​ເປັນ​ໄລ​ຍະ​ທີ່​ລັງສີ​ຢູ​ວີ​ສ່ອງ​ຜ່ານ​ບໍ່​ເຖິງ​ຫລື​ເປັນ​ໄລ​ຍະ​ທີ່​ປ້ອງ​ກັນ​ລັງສີ​ຢູ​ວີ​ໄດ້100%ຕາມ​ເກນ​ມາດຕະຖານ​ທີ່​ໃຊ້​ໃນ​ຢູ​ໂຣບ​,ອາເມ​ລິ​ກາ​ແລະ​ອີກ​ຫລາຍໆ ປະເທດຫລື​ຖ້າ​ມີ​ສັນຍະລັກCEກາ​ຮັບຮອງ​ມາດຕະຖານ​ຜະລິດຕະພັນ​ຈາກ​ຢູໂຣບ​ກຳ​ກັບ​ຢູ່ກໍ​ຖື​ເປັນ​ການ​ກາ​ລັນ​ຕີ​ຄຸນນະພາບ​ເຊັ່ນ​ກັນ

ໃນ​ການ​ເລືອກ​ຮູບ​ຊົງ​ຂອງ​ແວ່ນ​ນອກ​ຈາກ​ເລື່ອງ​ຂອງ​ຄວາມ​ໂກ້ຫລື​ຄວາມ​ມັກ​ສ່ວນ​ໂຕ​ແລ້ວຄວນ​ເລືອກ​ໃຫ້​ເໝາະ​ສົມ​ກັບ​ຮູບ​ໜ້າໂດຍ​ບໍ່​ຄວນ​ເລືອກ​ແວ່ນ​ກັນ​ແດດ​ທີ່​ຄັບ​ເກີນ​ໄປ​ຈົນ​ອຶດ​ອັດ​ຫລື​ເຈັບ​ທີ່​ຫົວແຕ່​ກໍ​ຕ້ອງ​ບໍ່​ຫລົມຈົນ​ຕົກ​ມາ​ຢູ່​ບ່ອນດັງເຮັດໃຫ້​ເວລາ​ເບິ່ງ​ຕ້ອງ  ຫ​ລຸດ​ສາຍ​ຕາ​ລົງ​ຕ່ຳເພາະ​ອາດ​ເຮັດໃຫ້​ປວດ​ຕາ​ຫລື​ເຈັບ​ຫົວ​ໄດ້ເວລາ​ທີ່​ໃສ່ແວ່ນ​ກັນ​ແດດ​ແລ້ວຕ້ອງ​ມີ​ແສງ​ລອດ​ຜ່ານ​ເຂົ້າ​ດວງ​ຕາ​ນ້ອຍ​ທີ່ສຸດທັງ​ຈາກ​ທາງເທິງ​ແລະ​ທາງ​ລຸມແຕ່​ບໍ່​ຕ້ອງ​ໃກ້​ເຖິງ​ຂະໜາດ​ເວລາ​ໃສ່​ແລ້ວ​ເລນ​ເຂົ້າ​ມາ​ຕິດ​ຂົນ​ຕາ

ການ​ຊື້​ແວ່ນ​ກັນ​ແດດ​ຈາກ​ຮ້ານ​ທີ່​ມີ​ທີ່​ຢູ່​ແນ່ນອນມີ​ລາຍ​ລະອຽດ​ຂໍ້​ມູນ​ຜູ້​ຜະລິດແລະ​ມີ​ໃບ​ຮັບ​ປະ​ກັນ​ຄຸນນະພາບຍິ່ງ​ສ້າງ​ຄວາມຫມັ້ນ​ໃຈ​ໃຫ້​ກັບ​ຜູ້​ໃຊ້​ໄດ້​ຫລາຍກວ່າຊຶ່ງ​ແວ່ນ​ກັນ​ແດດ​ນັ້ນມີ​ກຳນົດ​ອາ​ຍຸ​ການ​ໃຊ້​ງານ​ພຽງ2-3 ປີເພາະ​ສະ​ນັ້ນ​ເວລາ​ຊື້​ຕ້ອງ​ສຶກ​ສາ​ຂໍ້​ມູນວັນທີ່​ຜະລິດ​ຈາກ​ຄູ່​ມື​ຫລື​ໃບ​ຮັບຮອງໃຜ​ທີ່​ກຳ​ລັງ​ຊອກຫາ​ແວ່ນ​ກັນ​ແດດຢ່າ​ລືມ​ວ່າ​ແວ່ນ​ກັນ​ແດດ​ທີ່​ດີ​ຕ້ອງ​ເຮັດ​ຫນ້າທີ່​ປົກ​ປ້ອງ​ແລະ​ຖະ​ໜອມ​ສາຍ​ຕາ​ຂອງ​ເຮົາ​ນໍາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...