spot_img
Homeນານາສາລະວິທີລະງັບຄວາມຮ້າຍດັບອາລົມຮ້ອນໄດ້ພຽງແຕ່ຕ້ອງເຮັດຕາມນີ້

ວິທີລະງັບຄວາມຮ້າຍດັບອາລົມຮ້ອນໄດ້ພຽງແຕ່ຕ້ອງເຮັດຕາມນີ້

Published on

angry1

ເວລາ​ຮ້າຍເຮັດ​ຈັ່ງໃດ​ດີບັນຫາ​ທີ່​ຄິດ​ບໍ່​ຕົກລອງ​ມາ​ເບິ່ງ​ວິທີ​ກຳຈັດ​ຄວາມ​ຮ້າຍດັບ​ອາລົມ​ຮ້ອນຄວບ​ຄຸມ​ຄວາມ​ຮ້າຍ​ໃຫ້​ຢູ່​​ດ້ວຍ​ວິທີ​ເຫລົ່າ​ນີ້

ຄວາມ​ຮ້າຍອາລົມ​ໃນ​ແງ່​ລົບ​ທີ່​ສົ່ງ​ຜົນ​ເສຍ​ທັງ​ຕໍ່​ຮ່າງກາຍ​ແລະ​ຈິດ​ໃຈທີ່​ຫລາຍ​ຄົນ​ຕ້ອງ​ເຄີຍ​ພົບ​ພໍ້ຊຶ່ງ​ຖ້າ​ເຮົາ​ບໍ່​ສາມາດ​ຄວບ​ຄຸມ​ຄວາມ​ຮ້າຍ​ໄດ້​​ແຕ່​ຈະ​ມີ​ຜົນ​ຮ້າຍ​ນໍາມາແລະ​ຖ້າ​ຍິ່ງ​ປ່ອຍ​ໃຫ້​ຄວາມ​ຮ້າຍ​ນັ້ນ​ຢູ່​ກັບ​ເຮົາ​ດົນ​ໆກໍ​ອາດຈະ​ກາຍ​ເປັນ​ນິ​ໄສ​ທີ່​ໃຜ​ພົບກໍ​​ບໍ່ຢາກ​ຢ່າງ​ເຂົ້າ​ໃກ້ຖ້າ​ບໍ່​ຢາກ​ໃຫ້​ຊີວິດ​ພັງ​ຕ້ອງ​ມາ​ເບິ່ງ​ວິທີ​ລະ​ງັບ​ຄວາມ​ຮ້າຍ​ທີ່​ເລີ່ມ​ຕົ້ນ​ໄດ້​ດ້ວຍ​ໂຕ​ເຮົາ​ເອງ ​ພຽງແຕ່​ໃຈ​ເຢັນ​ລົງ​ເທົ່າ​ນັ້ນຮັບຮອງ​ວ່າ​ທຸກ​ຢ່າງ​ດີ​ຂຶ້ນ​ແນ່ນ​ອນ

1.ຄວບ​ຄຸມ​ລົມ​ຫາຍ​

ເມື່ອໃດ​ທີ່​ເຮົາກຳ​ລັງ​ເລີ່ມ​ຮູ້ສຶກ​ຮ້າຍ​ກ່ອນທີ່ຈະ​ປ່ອຍ​ໃຫ້​ໂຕເອງ​ຂາດ​ສະຕິ​ຈົນ​ສະແດງ​ອາລົມ​ດ້ານ​ຮ້າຍ​ໆອອກ​ມາລອງ​ຢຸດ​ຢູ່​ຊື່ໆແລ້ວ​ຫາຍ​ໃຈ​ເຂົ້າອອກ​ເລິກ​ໆຄວບ​ຄຸມ​ລົມ​ຫາຍ​ໃຈ​ໃຫ້​ເຂົ້າອອກ​ຊ້າ​ໆຢ່າ​ງສະຫມ່ຳ​ສະເໝີພ້ອມ​ກັບ​ນັບ1-10ຊ້າ​ໆຈະ​ຊ່ວຍ​ເຮັດໃຫ້​​ໃຈ​ເຢັນ​ລົງ​ໄດ້ຫລື​ຖ້າ​ຈະໃຫ້​ດີລອງ​ເຮັດ​ສະ​ມາ​ທິ

2.ຢຸດ​ເພື່ອ​ໃຫ້​ເວລາ​ກັບ​ຕເອງ

ເວລາ​ທີ່​ເຮົາຮ້າຍສິ່ງ​ທີ່​ຄວນ​ຈະ​ເຮັດ​ຄື​ການ​ຢຸດ​ພັກ​ໄລຍະໜຶ່ງເພື່ອ​ເຮົາ​ມີ​ເວລາ​ຢູ່​ກັບ​ໂຕ​ເອງ ແລະ​ເຮັດໃຫ້​ໂຕເອງ​ໄດ້​ສະຫງົບ​ສະຕິ​ອາລົມ​ລົງຫລື​ຖ້າ​ໃຜ​ກຳ​ລັງ​ຢູ່​ທ່າມ​ກາງ​ຕົ້ນ​ເຫດ​ທີ່​ເຮັດໃຫ້​ເຮົາຮູ້ສຶກ​ຮ້າຍ​​ພຽງແຕ່​ຍ່າງ​ອອກ​ມາ​ຢູ່​ຄົນ​ດຽວ​ໄລຍະໜຶ່ງ​ຈົນ​ເລີ່ມ​ໃຈ​ເຢັນ​ແລ້ວ​ຈຶ່ງຄ່ອຍ​ກັບ​ເຂົ້າໄປ​ປະເຊີນ​ໜ້າ​ໃໝ່​ອີກ​ເທື່ອໜຶ່ງແບບ​ນີ້​ຈະ​ຊ່ວຍ​ເຮັດໃຫ້​ໃຈ​ເຢັນ​ລົງ​ໄດ້​ຫລາຍໆ​

3.ຜ່ອນ​ຄາຍ​ກ້າມ​ຊີ້ນ

ຮ່າງກາຍ​ຂອງ​ເຮົາ​ເວລາ​ທີ່​ຮ້າຍ​ນັ້ນກ້າມ​ຊີ້ນ​ສ່ວນ​ຕ່າງໆໃນ​ຮ່າງກາຍ​ກໍ​ຈະ​ເຄັ່ງ​ຄຽດ​ຕາມ​ໄປ​ນໍາດັ່ງ​ນັ້ນ​ວິທີ​ລະ​ງັບ​ຄວາມ​ຮ້າຍ​ອີກ​ວິທີ​ທີ່​ງ່າຍໆຄື​ການ​ຜ່ອນ​ຄາຍ​ກ້າມ​ຊີ້ນ​ໂດຍ​ການ​ຍືດ​ເສັ້ນ​ຍືດ​ສາຍເໜັງຕີງ​ໂຕ​ບິດ​ຊ້າຍ​ບິດ​ຂວາ​ໜ້ອຍໜຶ່ງຈະ​ຊ່ວຍ​ໃຫ້​ກ້າມ​ຊີ້ນທີ່​ເຄັ່ງ​ຄຽດ​ຈາກ​ອາລົມ​ຮ້າຍ​ຄ່ອຍ​ໆຜ່ອນ​ຄາຍ​ຂຶ້ນ​ແລະ​ເຮັດໃຫ້​ເຢັນ​ໃຈ​ລົງ​

4.ຄິດ​ທົບ​ທວນ​ໃຫ້ດີ

ຖ້າ​​ຍັງ​ພໍ​ມີ​ສະຕິ​ຢູ່​ນຳ​ໃນ​ລະຫວ່າງ​ທີ່​ຮ້າຍລອງ​​ກັບ​ໄປ​ຄິດ​ເຖິງ​ສາ​ເຫດ​ທີ່​ເຮັດໃຫ້​ໃຈຮ້າຍ ລອງ​ຄິດ​ເຖິງ​ເຫດ​ແລະ​ຜົນ​ແບບໃຈເຢັນວິທີ​ນີ້​ຈະ​ຊ່ວຍ​ເຮັດໃຫ້​ໃຈ​ເຢັນ​ແລະ​ຜ່ອນຄາຍ​ຄວາມ​ຮ້າຍ​ລົງ​ໄດ້​ຢ່າງ​ຊ້າ​ໆແຖມ​ຍັງ​ຊ່ວຍ​ເຮັດໃຫ້​ມີ​ເຫດຜົນ​ຫລາຍ​ຂຶ້ນ​ນໍາອີກ​

5.ຄິດ​ເຖິງ​ສິ່ງ​ທີ່​ເຮັດໃຫ້​​ຮູ້ສຶກ​ສະບາຍ​ 

ຖ້າ​​ໃຜທີ່​ຕົກ​ຢູ່ໃນ​ສະຖານນະການ​ທີ່​ບໍ່​ສາມາດອອກ​ໄປ​ເພື່ອ​ສະຫງົບ​ສະຕິ​ອາລົມ​ໃຫ້ລອງ​ຄິດ​ຮອດ​ສິ່ງ​ທີ່​ເຮັດໃຫ້​ເຈົ້າ​ຮູ້ສຶກ​ຜ່ອນ​ຄາຍ​ເຊັ່ນ​ສະຖານ​ທີ່​ທີ່​​ໄປ​ພັກ​ຮ້ອນເຮືອນ​ທີ່​​ເຄີຍ​ຢູ່​ສະໄໝ​ເດັກນ້ອຍໆລອງ​ຄິດ​ເຖິງ​ລາຍ​ລະອຽດ​ນ້ອຍ​ໆກ່ຽວກັບ​ສະຖານ​ທີ່​ເຫລົ່າ​ນັ້ນບອກ​ໄດ້​ເລີຍ​ວ່າ​ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ອາລົມ​ເຢັນ​ລົງ​ໄດ້​ໃນ​ເວລາ​ພຽງ​ບໍ່ດົນ

6.ເບິ່ງ​ໂລກ​ໃນ​ແງ່ດີ 

ຄວາມ​ຮ້າຍ​ເກີດ​ຂຶ້ນ​ຈາກ​ການ​ເບິ່ງ​ໂລກ​ໃນ​ແງ່ລົບສະ​ນັ້ນ​ຈະ​ກຳຈັດ​ຄວາມ​ຮ້າຍ​ໄດ້​ກໍ​ຕ້ອງ​ປ່ຽນ​ມຸມ​ຂອງ​ຄວາມ​ຄິດພຽງແຕ່​ຫັນ​ມາ​ເບິ່ງ​ເລື່ອງ​ທີ່​ຮ້າຍ​ໃນ​ແງ່​ບວກ​ເບິ່ງລອງ​ຄິດວ່າ​ສິ່ງ​ທີ່ເກິດຂື້ນ​ນັ້ນ​ອາດຈະ​ມີ​ເຫດຜົນ​ທີ່​ຈຳ​ເປັນຈົນເຮັດໃຫ້​ເກີດ​ເລື່ອງ​ແບບ​ນີ້​ຂຶ້ນເບິ່ງ​ຫາ​ແງ່​ດີ​ຂອງ​ສິ່ງ​ທີ​ເກີດ​ຂຶ້ນ​ນີ້ແມ່ນ​ບາງ​ເລື່ອງ​ອາດຈະ​ບໍ່​ດີ​ເທົ່າ​ທີ່​ຄວນ​ແຕ່​ກໍ​ຄວນ​ບອກ​ຕົນເອງ​ວ່າ​ດີ​ແລ້ວ​ທີ່​ເກີດ​ເລື່ອງ​ເຫລົ່າ​ນີ້​ຂຶ້ນເພາະ​ຖ້າ​ບໍ່​ເກີດ​ຂຶ້ນ​ກໍ​ອາດຈະ​ມີ​ເລື່ອງ​ຮ້າຍແຮງ​ກວ່າ​ນີ້​ເກີດ​ຂຶ້ນ​ກໍ່ໄດ້

7.ປຶກສາໃຜ​​ທີ່ເຮົາໄວ້ໃຈ

​ຖ້າ​ຮູ້ສຶກ​ກັງ​ວົນ​ໃຈ​ກ່ຽວກັບ​ບັນຫາ​ທີ່ເກີດຂື້ນຊຶ່ງ​ເຮັດໃຫ້​​ຮູ້ສຶກ​ຮ້າຍ​ການ​ຫັນ​ໜ້າ​ໄປ​ປຶກ​ສາ​ໃຜ​​ຄົົນໜຶ່ງທີ່​ເຈົ້າ​ໄວ້​ໃຈ​ກໍ​ສາມາດ​ຊ່ວຍ​ໃຫ້​ບັນຫາ​ເຫລົ່າ​ນັ້ນ​ດີຂຶ້ນເພາະ​ຫລາຍໆເທື່ອ​ການ​ທີ່​ຈະ​ເຮັດໃຫ້​ໃຈ​ເຢັນ​ລົງ​ນັ້ນຄຳ​ປອບໃຈ​ກໍ​ບໍ່​ໄດ້​ຊ່ວຍ​ໃຫ້​​ເຊົາ​ຮ້າຍ​ໄດ້​ສະເໝີ​ໄປແຕ່​ຄຳ​ເວົ້າ​ທີ່​ຈິງ​ໃຈ​ແລະ​ຄຳ​ແນະ​ນຳ​ທີ່​ດີ​ຕ່າງ​ຫາກ​ທີ່​ສຳຄັນ

8.ອອກ​ກຳ​ລັງ​ກາຍ

ການ​ປົດປ່ອຍ​ຄວາມ​ຮ້າຍ​ອີກ​ວິທີ​ໜຶ່ງ​ທີ່​ດີ​ຕໍ່​ສຸຂະພາບ​ຈິດ​ແລະ​ດີ​ຕໍ່​ຮ່າງກາຍ​ກໍ​ຄື​ການ​ອອກ​ກຳ​ລັງ​ກາຍຖ້າ​​ຮູ້ສຶກ​ໃຈຮ້າຍໃຜ​ຄົນໜຶ່ງລອງ​ປົດປ່ອຍ​ອອກ​ມາ​ຜ່ານ​ການ​ອອກ​ກຳ​ລັງ​ກາຍ ວິທີ​ນີ້ນອກ​ຈາກ​ຈະ​ຊ່ວຍ​ເຮັດໃຫ້​​ສະບາຍ​ໃຈ​ຂຶ້ນ​ແລ້ວ​ກໍ​ຍັງ​ຊ່ວຍ​ໃຫ້​ສຸຂະພາບ​ແຂງ​ແຮງ​ນໍາອີກ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...