Homeຂ່າວການສຶກສາທະນາຄານລາວກໍ່ສ້າງ ຊຸກຍູ້ກະຊວງສຶກສາທິການ ແລະ ກີລາ ສະພາແຫ່ງຊາດ ລວມມູນຄ່າ 95 ລ້ານກີບ

ທະນາຄານລາວກໍ່ສ້າງ ຊຸກຍູ້ກະຊວງສຶກສາທິການ ແລະ ກີລາ ສະພາແຫ່ງຊາດ ລວມມູນຄ່າ 95 ລ້ານກີບ

Published on

ดาวน์โหลด
ໃນໂອກາດທີ່ທະນາຄານລາວກໍ່ສ້າງ ສະເຫຼີມສະຫຼອງການດຳເນີນທຸລະກິດຢູ່ ສປປ ລາວ ຄົບຮອບ 1 ປີ ທະນາຄານດັ່ງກ່າວ
ໄດ້ມອບເງິນຊຸກຍູ້ກະຊວງສຶກສາທິການ ແລະ ກີລາ 30 ລ້ານກວ່າກີບ ແລະ ສະພາແຫ່ງຊາດ 30 ລ້ານກວ່າກີບ ໃນວັນທີ 1
ມີນານີ້ ຢູ່ໂຮງແຮມດອກຈຳປາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຫວານຢາງ ຜູ້ອຳນວຍການໃຫຍ່ທະນາ
ຄານດັ່ງກ່າວ ແລະ ເຂົ້າຮ່ວມມີທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກີລາ ທ່ານ ສົມ
ພັນ ແພງຄຳ ມີຮອງປະທານສະພາແຫ່ງຊາດ ທ່ານ ຢູຫາວ ໄອສິນເຈຍຫຼໍ ປະທານຄະນະຄຸ້ມຄອງກວດກາທະນາຄານລາວກໍ່
ສ້າງ ຈຳກັດ.
ທ່ານ ຫວານຢາງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນພັກŒລັດຖະບານລາວ ທີ່ໄດ້ໃຫ້ຄວາມສະດວກຕໍ່ການດຳເນີນທຸ
ລະກິດຂອງຕົນໂດຍດີຕະຫຼອດມາ ແລະ ຂອບໃຈລູກຄ້າທີ່ໃຊ້ບໍລິການ ແລະ ເຊື່ອໝັ້ນ ຈາກນັ້ນ ທ່ານ ຢູຫາວ ໄອສິນເຈຍຫຼໍ
ໄດ້ມອບເງິນສົດ 30 ລ້ານໃຫ້ທ່ານ ດຣ. ພັນຄຳ ວິພາວັນ ແລະ ທ່ານ ສົມພັນ ແພງຄຳມີ ນອກຈາກນີ້ຍັງໄດ້ປະມູນພາບຂຽນ
ຂອງທ່ານ ຢູຫາວ ໄອສິນເຈຍຫຼໍ 2 ພາບ ໂດຍຜົນການປະມູນໄດ້ເງິນທັງໝົດ 35 ລ້ານກີບ ເຊິ່ງຈະນຳໄປມອບໃຫ້ກະຊວງສຶກ
ສາທິການ ແລະ ກີລາ ແລະ ສະພາແຫ່ງຊາດ ພາກສ່ວນລະ 17 ລ້ານກວ່າກີບ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...