Homeນານາສາລະໃບເຕີຍມີດີທີ່ບໍ່ແມ່ນພຽງແຕ່ກິ່ນຫອມ

ໃບເຕີຍມີດີທີ່ບໍ່ແມ່ນພຽງແຕ່ກິ່ນຫອມ

Published on

f6

ສຳລັບ “ເຕີຍ​ຫອມ” ນັ້ນທຸກ​ຄົນ​ໜ້າ​ຈະ​ຮູ້​ຈັກ​ກັນ​ດີ​ແມ່ນບໍ່ໂດຍ​ສະເພາະ “ໃບ​ເຕີຍ” ທີ່​ມັກ​ຖືກ​ນຳ​ມາ​ປະສົມ​ໃນ​ອາຫານເພື່ອ​ໃຫ້​ອາຫານ​ມີ​ກິ່ນ​ຫອມ​ເປັນຕາແຊບແຖມ​ຍັງ​ຊ່ວຍ​ແຕ່ງ​ສີ​ຂຽວ​ໃຫ້​ກັບ​ຂະໜົມ​​ນຳອີກຊຶ່ງ​ຄົນ​ທົ່ວ​ໄປ​ອາດຈະ​ຮູ້​ວ່າ​ປະໂຫຍດ​ຂອງ “ເຕີຍ​ຫອມ” ມີ​ພຽງ​ເທົ່າ​ນີ້ແຕ່​ແທ້ໆ ແລ້ວ ນອກ​ຈາກ “ເຕີຍ​ຫອມ”ຈະ​ມີ​ດີ​ທີ່​ຄວາມ​ຫອມ​ແລ້ວຍັງມີ​ສັບ​ພະຄຸນ​ທາງ​ຢາ​ທີ່​ດີ​ຕໍ່​ສຸຂະພາບ​ແຝງ​ຢູ່​ໂດຍ”ໃບ​ເຕີຍ​ຫອມ100ກຣາມຈະໃຫ້​ພະລັງ​ງານ​ເຖິງ35ກິ​ໂລ​ແຄ​ລໍ​ລີແລະ​ຍັງມີ​ຄຸນຄ່າ​ທາງ​ໂພສະ​ນາ​ການ​ອີກ​ຫລວງຫລາຍບໍ່​ວ່າ​ຈະ​ເປັນ

ນ້ຳ 85.3 ກຣາມ
ຄາລໂບ​ໄຮ​ເດດ 4.6 ກຣາມ
ໂປ​ຕີນ 1.9 ກຣາມ
ໄຂ​ມັນ 0.8 ກຣາມ
ກາກ 5.2 ກຣາມ
ແຄ​ຊຽມ 124 ມິລິ​ກຣາມ
ຟອດ​ຟໍ​ລັດ 27 ມິ​ລິ​ກຣາມ
ເຫລັກ 0.1 ມິ​ລິ​ກຣາມ
ເບ​ຕ້າ-ແຄ​ໂລ​ທີນ 2.987 ໄມ​ໂຄ​ກຣາມ
ວິ​ຕາ​ມິນ​ບີ 2 0.20 ມິລິ​ກຣາມ
ໄນ​ອະ​ຊີນ 1.2 ມິລິ​ກຣາມ
ວິ​ຕາ​ມິນ​ຊີ 8 ມິລິ​ກຣາມ

​ສັບ​ພະຄຸນ​ສຸດ​ແສນ​ຈະ​ໜ້າ​ອັດສະຈັນ​ຂອງ​ເຕີຍ​ຫອມ​ກັນ​ນຳນອກ​ຈາກ​ຈະ​ນຳ”ໃບ”ມາ​ໃຊ້​ປະສົມ​ອາຫານແຕ່ງ​ກິ່ນໃຫ້​ສີ​ຂຽວ​ແລ້ວຜົນ​ການສຶກສາ​ລິດ​ທາງ​ເພ​ສັດ​ວິທະຍາຍັງ​ພົບ​ວ່າ “ເຕີຍ​ຫອມ” ມີ​ລິດ​ທາງ​ຢາ​ນຳອີກດັ່ງນີ້

ໃບ
ໃຊ້​ເປັນ​ຢາ​ບຳ​ລຸງ​ຫົວ​ໃຈເພາະ​ໃບ​ເຕີຍ​ມີ​ລິດ​ລຸດ​ອັດຕາ​ການ​ເຕັ້ນ​ຂອງ​ຫົວ​ໃຈຈຶ່ງ​ຊ່ວຍ​ບຳ​ລຸງ​ຫົວ​ໃຈ​ໄດ້​ຢ່າງ​ດີວິທີ​ກິນ​ຄືໃຊ້​ໃບ​ສົດ​ປະສົມ​ໃນ​ອາຫານແລ້ວ​ກິນຫລື​ນຳ​ໃບ​ສົດ​ມາ​ຄັ້ນ​ນ້ຳ​ກິນເທື່ອ​ລະ 2-4 ບ່ວງ
ຊ່ວຍ​ແກ້ຢາກນໍ້າເນື່ອງ​ຈາກ​ໃບ​ເຕີຍ​ມີ​ກິ່ນ​ຫອມ​ເຢັນຖ້າ​ນຳ​ມາ​ປະສົມ​ນ້ຳ​ກິນຈະ​ຊ່ວຍ​ດັບ​ຜ່ອນຄາຍຄວາມຮ້ອນກິນ​ແລ້ວ​ຮູ້ສຶກ​ຊື່ນ​ໃຈແລະ​ຊຸ່ມ​ຄໍ​ໄດ້​ເປັນ​ຢ່າງ​ດີວິທີ​ກິນຄືນຳ​ໃບ​ເຕີຍ​ສົດ​ມາ​ລ້າງ​ໃຫ້​ສະ​ອາດນຳ​ມາ​ຕຳ​ຫລື​ປັ່ນ​ໃຫ້​ລະອຽດແລ້ວ​ຕື່ມນ້ຳ​ໜ້ອຍໜຶ່ງຄັ້ນ​ເອົາ​ແຕ່​ນ້ຳ​ດື່ມ
ປິ່ນປົວພະຍາດ​ຫັດຫລືພະຍາດ​ຜິວ​ໜັງໂດຍ​ນຳ​ໃບ​ເຕີຍ​ມາ​ຕຳ​ແລ້ວ​ມາ​ທາ​ເທິງ​ຜິວ
​ຮາກ​ແລະ​ລຳ​ຕົ້ນ
ໃຊ້​ປິ່ນປົວພະຍາດ​ເບົາ​ຫວານເພາະ​ຮາກ​ແລະ​ລຳ​ຕົ້ນ​ຂອງ​ເຕີຍ​ຫອມ​ນັ້ນມີ​ລິດ​ຫລຸດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດວິທີ​ກິນ​ກໍ​ຄືໃຊ້​ຮາກ1ກຳ​ມື​ນຳ​ໄປ​ຕົ້ມ​ເປັນ​ນ້ຳ​ດື່ມທຸກ​ເຊົ້າ-ແລງ
ໃຊ້​ເປັນ​ຢາ​ຂັບ​ຍ່ຽວໂດຍ​ການ​ນຳ​ຕົ້ນ​ເຕີຍ​ຫອມ1ຕົ້ນຫລື​ຮາກເຄິ່ງ​ກຳ​ມືໄປ​ຕົ້ມ​ກັບ​ນ້ຳ​ດື່ມ
ນອກ​ຈາກ​ນີ້ເຕີຍ​ຫອມຍັງ​ຊ່ວຍ​ແກ້​ອ່ອນ​ເພຍດັບ​ພິດ​ໄຂ້ແລະ​ຊູ​ກຳ​ລັງ​ໄດ້​ນຳອີກ​ເຫັນ​ສັບພະຄຸນ​ຫລວງຫລາຍ​ຂະໜາດ​ນີ້​ແລ້ວຕ້ອງ​ບອກວ່າ​ບໍ່​ທຳມະດາ​ແທ້ໆສຳລັບ​​ພືດ​ສີ​ຂຽວ​ໃບ​ຍາວ​ຊະນິດ​ນີ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...