spot_img
Homeຂ່າວທ້ອງຖິ່ນກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງຊຽງຂວາງໄຂຂຶ້ນ ຢ່າງເປັນທາງການ

ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງຊຽງຂວາງໄຂຂຶ້ນ ຢ່າງເປັນທາງການ

Published on

Untitled-07.05.03

ກອງປະຊຸມ​ໃຫຍ່​ ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ​ແຂວງ​ຊຽງ​ຂວາງ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ຕອນ​ເຊົ້າ​​ວັນ​ທີ 6 ພຶດສະພາ 2015 ນີ້, ຢູ່​ຫ້ອງ​ປະຊຸມ​ສຳນັກງານ​ປົກຄອງ​ແຂວງຊຽງ​ຂວາງ ​ແລະຈະດຳເນີນເປັນເວລາ 3 ວັນ ພາຍໃຕ້ການ​ເປັນ​ປະ​ທານ ຂອງສະຫາຍ ສຈ. ດຣ ສົມ​ກົດ ມັງ​ໜໍ່​ເມກ ​ກຳມະການ​ສູນ​ກາງ​ພັກ, ເລ​ຂາພັກ​ແຂວງ, ​ເຈົ້າ​ແຂວງໆຊຽງ​ຂວາງ, ​ໃຫ້ກຽດເຂົ້າ​ຮ່ວມ​ໃນ​ພິທີ​ ມີ​​ສະຫາຍ ທອງ​ສິງ ທຳ​ມະ​ວົງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ, ມີ​​ເລຂາ​ພັກ​ແຂວງ​ໄຊ​ສົມບູນ ​ແລະແຂວງ​ຫົວ​ພັນ, ມີ​ບັນດາ​ຄະນະ​ປະຈຳ​ພັກ​ແຂວງ, ກຳມະການ​ພັກ​ແຂວງ, ​ແຂກ​ຖືກ​ເຊີນ ແລະຜູ້​ແທນ​ສົມບູນ​ເຂົ້າ​ຮ່ວມ 209 ສະຫາຍ, ຍິງ 23 ສະຫາຍ ​ເຊິ່ງ​ເປັນ​ຕົວ​ແທນໃຫ້​ແກ່​ສະມາຊິກ​ພັກ 13 ພັນ​ກວ່າ​ຄົນ ​ໃນ​ທົ່ວ​ແຂວງ.

ໃນ​ພິທີ ສະຫາຍ ສຈ. ດຣ ສົມ​ກົດ ມັງ​ໜໍ່​ເມກ ​ໄດ້​ຂຶ້ນ​ກ່າວ​ເປີດພິທີຢ່າງ​ເປັນ​ທາງ​ການ ​ເຊິ່ງສະຫາຍ​ໄດ້​ໃຫ້​ຮູ້​ເຖິງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ກອງ​ປະຊຸມໃນ​ຄັ້ງ​ ນີ້​ ທັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ແທນ​ກອງ​ປະຊຸມ ຈົ່ງ​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະບັນດາຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ ​​ ​ໃຫ້​ມີ​ຄວາມ​ອຸດົມສົມບູນ, ພ້ອມ​ດຽວ​ກັນ​ນັ້ນ ສະຫາຍຍັງ​ໄດ້​​ຜ່ານ​​ລາຍ​ງານ​ການ​ເມືອງ ທັງ 2 ພາກ ​ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VI ​ຂອງ​ອົງຄະ​ນະ​ພັກ​ແຂວງ ​ໄລຍະ 5 ປີ ຜ່ານ​ມາ ​ໃນ​ແຕ່ລະ ຂົງ​ເຂດ ​ເປັນ​ຕົ້ນແມ່ນ ​ຂົງ​ເຂດ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ ​ແລະການ​ແກ້​ໄຂ​ຄວາມທຸກ​ຍາກ, ວັດ ທະນະທຳ-ສັງຄົມ, ​ປັບປຸງ​ອຳນາດ​ການ​ປົກຄອງ ​ແລະສ້າງ​ສະຕິ​ເຄົາລົບ​ກົດໝາຍ, ການ​ເສີມ​ສ້າງ​ຄວາມ​ມັກ​ຄີ​ເປັນ​ປຶກ​ແຜ່ນ​ ຂອງ​ປະຊາຊົນ​ບັນດາ​ເຜົ່າ ແລະ​ວຽກ​ງານ​ການ​ພົວພັນ​ຕ່າງປະ​ເທດ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ເຖິງ​ຂໍ້ຄົງຄ້າງ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂໃນຊຸມປີ​ ຕໍ່ໜ້າ. ພ້ອມ​​ນີ້ ​ ຍັງ​ໄດ້​ຮັບ​ຟັງ​ຮ່າງ​ລາຍ​ງານ​ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມໄລຍະ​ຜ່ານ​ມາ ​ແລະວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ຮອດ​ປີ 2025, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII (2016-2020) ​ແຂວງຊຽງ​ຂວາງ ​ເຊິ່ງສະເໜີໂດຍ ສະຫາຍ ດວງ​ຈິດ ຈັ້ງ​ໄຊ​ວ່າງ ຄະນະປະຈຳພັກແຂວງ, ຮອງ​ເຈົ້າ​ແຂວງໆ ຊຽງ​ຂວາງ, ນອກຈາກ​ນັ້ນ ກອງປະຊຸມຍັງຈະໄດ້ຮັບຟັງຄຳຄິດຄຳເຫັນໂອ້ລົມ ຈາກຄະນະພັກຂັ້ນເທິງ ແລະພາກສ່ວນ ຕ່າງ​ໆ.

ກອງປະຊຸມ ຍັງຈະໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະເລືອກເອົາຜູ້ແທນສົມບູນ, ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...