Homeນານາສາລະຄວາມຈິງທີ່ຫລາຍຄົນບໍ່ເຄີຍຮູ້ອັນຕະລາຍຈາກການກິນໂຢເກີດ

ຄວາມຈິງທີ່ຫລາຍຄົນບໍ່ເຄີຍຮູ້ອັນຕະລາຍຈາກການກິນໂຢເກີດ

Published on

n20140307102046_17497

ອາຫານ​ທີ່​ສາວໆທີ່​ຮັກ​ສຸຂະພາບ​ມັກ​ກິນ​ເປັນ​ອັນ​ດັບ​ຕົ້ນໆກໍ່ຄືໂຢເ​ກີດຫລາກ​ຫລາຍ​ລົດ​ຊາດທີ່​ມີ​ສ່ວນ​ປະສົມ​ທີ່​ເຮັດ​ມາ​ຈາກ​ນົມ​ຫລາກ​ຫລາຍ​ຊະນິດບໍ່​ວ່າ​ຈະ​ເປັນ​ນົມ​ສົດຫລື​ນົມ​ຂາດ​ມັນ​ເນີຍແລະ​ນຳ​ແບັກ​ທີ​ເຣຍ​ແລກ​ໂຕ​ບາ​ຊິ​ລັສ​ແລະ​ສເຕບ​ໂຕ​ຄອກ​ຄັລ​ໄປ​ໝັກ​ເຊື້ອ ເພື່ອ​ໃຫ້​ເກີດ​ກະ​ບວນ​ການ​ຍ່ອຍ​ນ້ຳ​ຕານ​ແລກ​ໂຕດ​ໃຫ້ເປັນ​ກົດ​ແລກ​ຕິກເຮັດໃຫ້​ເກີດ​ລົດ​ຊາດ​ສົ້ມ​ໃນ​ໂຢເ​ກີດທີ່​ເຮັດໃຫ້​ກິນ​ໄດ້​ງ່າຍແລະ​ມີ​ການ​ປຸງ​ແຕ່ງ​ລົດ​ຊາດ​ໃຫ້​ແຊບຂຶ້ນ

ສາວໆສ່ວນ​ໃຫຍ່​ຄິດວ່າການ​ກິນໂຢເກີດສາມາດຊ່ວຍ​ໃນ​ເລື່ອງ​ຂອງ​ສຸຂະພາບແລະ​ກິນແລ້ວ​ຊ່ວຍ​ໃຫ້​ລະບົບ​ຂັບ​ຖ່າຍ​ດີ​ຂຶ້ນໃຜ​ບອກ​ດີ​ເຮົາ​ກໍ​ວ່າ​ດີ​ນໍາແຕ່​ຍັງມີ​ຫລາຍ​ຄົົນທີ່​ຍັງ​ບໍ່​ຮູ້​ວ່າແທ້ໆ​ແລ້ວໂຢ​ເ​ກີດທີ່​ສາວໆນິຍົມ​ກິນ​ເພື່ອ​ສຸຂະພາບ​ນັ້ນມີ​ອັນຕະລາຍ​ແຝງ​ມາ​ນໍາ

1.ຊາວ​ອາຊີແພ້​ນົມແລະໂຢເກີດ

50-80%ຂອງ​ຊາວ​ອາຊີ​ແພ້​ໂປ​ຕີນ​ໃນ​ນົມ​ງົວຄົົນທີ່​ແພ້​ໜ້ອຍ​ອາດ​ຮູ້ສຶກ​ວ່າ​ກິນໂຢເກີດແລ້ວ​ຂັບ​ຖ່າຍ​ດີແຕ່​ທີ່​ຈິງ​ເປັນ​ເພາະ​ໂປ​ຕີນ​ໃນ​ນ້ຳ​ນົມ​ເຂົ້າໄປ​ເຮັດໃຫ້​ເຍື່ອ​ຫຸ້ມ​ລຳ​ໄສ້​ລະ​ຄາຍ​ເຄືອງຈຸລັງ​ເຍື່ອ​ຫຸ້ມ​ເກີດ​ອາການ​ບວມ​ນ້ຳ​ຈົນ​ຕ້ອງ​ປ່ອຍ​ສານ​ຄັດ​ຫລັ່ງ​ອອກ​ມາແລະ​ຮ່າງກາຍ​ກໍ​ກຳຈັດ​ດ້ວຍ​ການ​ຂັບ​ຖ່າຍ​ເປັນ​ນ້ຳ​ແຫຼວໆອອກ​ໄປແຕ່​ຖ້າ​ກິນ​ໂຢເກີດ​ຕະຫລອດລະບົບ​ພູ​ມ​ຕ້ານ​ທານ​ຈະ​ປວນ​ແປຈາກ​ພຽງແຄຕ່​ແພ້​ນ້ອຍໆກໍ​ຈະ​ຄ່ອຍ​ໆແພ້​ໜັກ​ຂຶ້ນແລະ​ພັດທະນາ​ເປັນ​ລົມ​ພິດ,ຜື່ນ​ຄັນ,ຫອບ​ຫືດແລະ​ໜັກ​ທີ່ສຸດ​ກໍ​ຄື​ກາຍ​ເປັນ​ພະຍາດ​ລຳ​ໄສ້​ຊຳເຮື້ອ​ນໍາອີກ

2.ກິນໂຍ​ເ​ກີດເທົ່າ​ກັບ​ກິນ​ແປ້ງ

ໃຜ​ທີ່​ມັກ​ກິນ​ໂຢ​ເ​ກີດເຄີຍ​ສັງເກດ​ກັນ​ຫລື​ບໍ່​ວ່າເປັນຫຍັງ​ກິນ​ໂຢເກີດ​ແລ້ວ​ມີ​ແຕ່​ຕຸ້ຍ​ຂຶ້ນ! ສ່ວນຫນຶ່ງ​ກໍ​ເພາະບາງ​ຍີ່​ຫໍ້​ນັ້ນຕື່ມ​ແປ້ງ​ລົງ​ໄປ​ເພື່ອ​ໃຫ້​ໄດ້​ປະລິມານ​ແລະ​ຄວາມ​ຂຸ້ນອີກ​ຢ່າງ​ຫມາກໄມ້​ທີ່​ຢູ່ໃນ​ໂຢເ​ກີດ​ນັ້ນ​ໃຫ້​ວິ​ຕາ​ມິນ​ຊີ​ແລະ​ເກືອ​ແຮ່ທີ່​ເຈືອ​ຈາງ​ຫລາຍ​ເພາະ​ວິທີ​ການ​ຜະລິດ​ມີ​ຫລາຍ​ຂັ້ນ​ຕອນດັ່ງ​ນັ້ນ​ສິ່ງ​ທີ່​ຜູ້​ບໍລິ​ໂພກ​ຈະ​ໄດ້​ຈາກ​ໂຢເ​ກີດ​ຄື​ແປ້ງ​ແຕ່ງ​ກິ່ນ​ນົມ​ສົ້ມ,ຕື່ມ​ສີ​ແລະ​ລົດ​ສັງ​ເຄາະ​ນີ້​ກໍ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້ໂຢເ​ກີດມີລາ​ຄາ​ຖືກ​ນໍາອີກ​

ຖ້າ​ສາວໆຢາກກິນໂຢ​ເ​ກີດໃຫ້​ໄດ້ຮັບ​ຈຸລິນຊີ​ທີ່​ມີ​ປະໂຫຍດ​ຈາກ​ນົມຈຶ່ງ​ຄວນ​ເລືອກ​ແບບ​ທີ່ ມີ​ລົດ​ແລະ​ກິ່ນ​ຕາມ​ທຳມະຊາດກໍ​ຄື​ລົດ​ທຳມະຊາດ​ນັ້ນ​ເອງແຕ່​ສຳລັບ​ທີ່​ຢາກ​ຫລີກລ້ຽງ​ການ​ກິນ​ໂຢເ​ກີດ​ຫລື​ນົມ​ສົ້ມກໍ​ສາມາດ​ເລືອກເຄື່ອງ​ດື່ມ​ນ້ຳ​ຫມາກໄມ້​ທີ່​ມີ​ສ່ວນ​ປະສົມ​ຂອງ​ຈຸລິນຊີ​ໂພ​ໄບ​ໂອ​ຕິກຊຶ່ງ​ສາມາດ​ຊ່ວຍ​ໃນ​ເລື່ອງ​ລະບົບ​ຂັບ​ຖ່າຍແລະ​ບໍ່​ມີ​ອັນຕະລາຍ​ນໍາອີກ​ຕອນ​ນີ້​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...