Homeນານາສາລະເຈາະເລືອດກວດສຸຂະພາບບໍ່ຈຳເປັນຕ້ອງອົດນ້ຳ

ເຈາະເລືອດກວດສຸຂະພາບບໍ່ຈຳເປັນຕ້ອງອົດນ້ຳ

Published on

mt001

ການ​ກວດ​ສຸຂະພາບ​ປະຈຳ​ປີເປັນ​ເລື່ອງ​ດີທີ່​ແນະ​ນຳ​ໃຫ້​ເຮັດ​ກັນ​ໂດຍ​ສະເລ່ຍຢ່າງ​ນ້ອຍປີ​ລະ1ເທື່ອເພື່ອ​ຫລຸດ​ບັນຫາ​ສຸຂະພາບ​ໃນ​ອະນາຄົດໂດຍ​ທີ່​ເຮົາ​ບໍ່​ໄດ້​ປ້ອງ​ກັນ​ຕົນເອງ ເພາະ​ເມື່ອ​ເຮົາ​ຮູ້​ແຕ່​ດົນໆເຖິງ​ບັນຫາ​ຂອງ​ສຸຂະພາບ​ແລ້ວກໍ​ຈະ​ສາມາດ​ປັບ​ວິ​ຖີ​ຊີວິດຫລື​ຫາ​ວິທີ​ປິ່ນປົວ​ໄດ້​ທັນ​ກ່ອນ​ຈະ​ລຸ​ກາມ​ເກີນ​ໄປ

ທັງ​ນີ້ຫລາຍ​ຄົນຄຸ້ນ​ເຄີຍ​ກັບ​ຄຳ​ແນະ​ນຳ​ທີ່​ບອກວ່າຖ້າ​ຈະເຈາະ​ເລືອດກວດ​ສຸຂະພາບໃຫ້​ໄດ້​ຜົນ​ຢ່າງ​ກົງ​ໄປ​ກົງ​ມາຄວນ​ງົດ​ນ້ຳ​ແລະ​ອາຫານ​ຫລັງ​ທ່ຽງ​ຄືນການ​ເຈາະ​ເລືອດບໍ່​ຈຳ​ເປັນ​ຕ້ອງ​ອົດ​ນ້ຳ,ນ້ຳ​ໃນ​ບ່ອນ​ນີ້ຄືນ້ຳ​ລ້າບໍ່​ນັບ​ຈຳ​ພວກ​ນ້ຳ​ຫວານ​ເຖິງແມ່ນວ່າ​ຕ້ອງເຈາະ​ເລືອດ ກໍ​ສາມາດ​ດື່ມ​ນ້ຳ​ໄດ້​ຕາມ​ປົກກະຕິບໍ່​ຈຳ​ເປັນ​ຕ້ອງ​ອົດເພາະ​ເມື່ອ​ເຮົາ​ອົດ​ນ້ຳຕັ້ງ​ແຕ່​ທ່ຽງ​ຄືນ ຂ້າມ​ມາຈົນ​ຮຸ່ງເຊົ້າກວ່າ​ຈະ​ໄດ້​ເຈາະ​ເລືອດ​ເວລາ​ຂ້າມ​ຜ່ານຫລາຍວ່າ8ຊົ່ວ​ໂມງອາດ​ເຮັດໃຫ້​ເລືອດ​ມີ​ຄ່າ​ຄວາມ​ເຂັ້ມ​ຂຸ້ນ​ສູງຈົນ​ອາດ​ເຮັດໃຫ້​ຜົນ​ກວດ​ເລືອດ​ຄາດ​ເຄື່ອນ​ໄດ້​ອີກ​ທີ່​ຊັດເຈນຄືຜົນ​ຫມາກໄຂ່ຫລັງ​ແຮ່​ລີ​ເຊີ​ໄລບໍ່​ກົງສຳລັບ​ໃນ​ສ່ວນ​ຂອງ​ການ​ງົດ​ອາຫານ​ນັ້ນຍັງ​ບໍ່​ຊັດເຈນຂຶ້ນ​ຢູ່​ກັບ​ວ່າ​ກວດ​ຫາ​ຫຍັງ

ສຳລັບ​ການ​ຜ່າ​ຕັດຈຳ​ເປັນ​ຕ້ອງ​ງົດ​ນ້ຳ​ແລະ​ອາຫານເພາະ​ນັ້ນ​ກະທົບ​ຕໍ່​ການ​ປິ່ນປົວເພາະ​ບໍ່​ຕ້ອງ​ການ​ໃຫ້​ມີ​ອາຫານ​ຫລົງ​ເຫລືອ​ຢູ່ໃນ​ກະ​ເພາະ​ເຊັ່ນ:ປ້ອງ​ການ​ການ​ອາ​ຈຽນ​ທີ່​ເປັນ​ຜົນ​ຈາກ​ການ​ດົມ​ຢາ​ສະຫລົບເປັນ​ຕົ້ນ

ນອກ​ຈາກ​ນີ້ຍັງ​ແນະ​ນຳ​ເພີ່ມເຕີມນໍາ​ອີກ​ວ່າການ​ກວດ​ສຸຂະພາບ​ປະຈຳ​ປີ​ນັ້ນຄວນ​ເຮັດ​ຢ່າງ​ນ້ອຍ​ປີ​ລະ1ເທື່ອແລະ​ເລືອກ​ໂປ​ແກມ​ການ​ກວດ​ບໍ່​ຈຳ​ເປັນ​ຕ້ອງ​ຄືກັນ​ທຸກປີຫລືການ​ກວດ​ສະເພາະ​ຢ່າງ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ກວດ​ຊ້ຳ​ໆ​ກັນ​ທຸກ​ປີ​​ຄືຈະ​ໄດ້​ບໍ່​ສິ້ນ​ເປືອງ​ເກີນ​ໄປເຊັ່ນ:​ປີ​ນີ້ ເພີ່ມ​ການ​ກວດ​ເຊັກ​ເລື່ອງ​ຫົວ​ໃຈ​ວ່າ​ປົກກະຕິ​ດີໃນ​ປີ​ໜ້າ​ກໍ​ປ່ຽນ​ໄປ​ກວດ​ໃນ​ດ້ານ​ອື່ນ​ໃຫ້​ລະອຽດ​ເພີ່ມເຕີມເພື່ອ​ເປັນ​ການ​ຫລຸດ​ຄ່າ​ໃຊ້​ຈ່າຍແລະ​ຍັງ​ເປັນ​ການ​ກວດ​ສຸຂະພາບ​ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...