Homeສຸຂະພາບ ແລະ ສີ່ງແວດລ້ອມແຊ່ນ້ຳຮ້ອນຜິດວິທີຮ່າງກາຍປັບບໍ່ທັນເລືອດສຸກອັນຕະລາຍເຖິງຕາຍ

ແຊ່ນ້ຳຮ້ອນຜິດວິທີຮ່າງກາຍປັບບໍ່ທັນເລືອດສຸກອັນຕະລາຍເຖິງຕາຍ

Published on

27_201111281000472.

3ກຸ່ມ​ທີ່​ບໍ່​ຄວນ​ລົງ​ແຊ່​ນ້ຳ​ຮ້ອນຄື​ຜູ້​ປ່ວຍ​ພະຍາດ​ຊຳເຮື້ອເຊັ່ນພະຍາດ​ຄວາມ​ດັນ​ເລືອດ​ສູງ ພະຍາດ​ຫົວ​ໃຈ,ພະຍາດ​ເບົາ​ຫວານ,ກຸ່ມ​ຍິງ​ຖືພາແລະ​ຜູ້​ເປັນ​ພະຍາດ​ຜິວ​ໜັງ
ຈາກ​ກໍລະນີ​ທີ່​ມີຂ່າວ​ນັກ​ທ່ອງ​ທ່ຽວ​ຄົນ​ໜຶ່ງເກີດ​ບັນຫາຮີ​ທົດ​ໂຕກຊັອກ​ໝົດ​ສະຕິຫລັງ​ລົງ​ໄປແຊ່​ນ້ຳ​ຮ້ອນທີ່​ແຂວງ​ກະ​ບີ່ປະເທດໄທຂະນະ​ນີ້​ປິ່ນປົວ​ທີ່​ຫ້ອງ​ໄອ​ຊີ​ຢູ

ກໍລະນີ​ທີ່​ເກີດ​ຂຶ້ນເຖິງວ່າ​ຈະ​ບໍ່​ໄດ້​ເກີດ​ເລື້ອຍ​ໆກໍ​ຕາມແຕ່​ເມື່ອ​ເປັນ​ແລ້ວມີ​ອັນຕະລາຍ​ເຖິງ​ຊີວິດເນື່ອງ​ຈາກ​ການ​ລົງ​ໄປ​ແຊ່​ນ້ຳ​ຮ້ອນທີ່​ມີ​ອຸນຫະພູມ​ສູງ​ກວ່າ​ຮ່າງກາຍຄື​ສູງ​ກວ່າ37ອົງ​ສາ​ຖ້າ​ຮ່າງກາຍ​ບໍ່​ສາມາດ​ປັບ​ໂຕ​ໄດ້​ທັນຈະ​ກະທົບ​ຕໍ່​ການເຮັດວຽກງານ​ຂອງ​ອະໄວຍະວະ​ພາຍ​ໃນ​ໄດ້​

ການ​ແຊ່​ນ້ຳ​ອຸ່ນ,ນ້ຳ​ພຸ​ຮ້ອນ,ນ້ຳ​ແຮ່ມີ​ປະໂຫຍດ​ຊ່ວຍ​ກະຕຸ້ນ​ການ​ໄຫລ​ວຽນ​ເລືອດ​ໃນ​ຮ່າງກາຍຜ່ອນ​ຄາຍ​ຄວາມ​ເຄັ່ງຄຽດ​ຂອງ​ກ້າມ​ຊີ້ນແລະຫ​ລຸດ​ຄວາມ​ຄຽດ​ໄດ້ແຕ່​ຂັ້ນ​ຕອນ​ການ​ລົງ​ແຊ່​ຕ້ອງ​ຄ່ອຍ​ເປັນ​ຄ່ອຍ​ໄປເພື່ອ​ໃຫ້​ຮ່າງກາຍ​ປັບ​ໂຕ

ບຸກ​ຄົນ​ທີ່​ບໍ່​ຄວນ​ລົງ​ແຊ່​ໃນ​ນ້ຳ​ປະ​ເພດ​ນີ້ມີ3ກຸ່ມ​ໃຫຍ່ຄື

1.ຜູ້​ທີ່​ມີ​ພະຍາດ​ປະຈຳ​ຕົວເຊັ່ນ:ພະຍາດ​ຄວາມ​ດັນ​ເລືອດ​ສູງ,ພະຍາດ​ຫົວ​ໃຈ,ເບົາ​ຫວານ ຊຶ່ງ​ເປັນ​ພະຍາດ​ທີ່​ມີ​ຜົນ​ຕໍ່​ຫລອດ​ເລືອດ​ແລະ​ຫົວ​ໃຈ​ຢູ່​ແລ້ວໂດຍ​ສະເພາະ​ຜູ້​ປ່ວຍ​ພະຍາດ​ເບົາ​ຫວານຈະ​ມີ​ຄວາມ​ສ່ຽງ​ເກີດ​ບາດແຜ​ພອງ​ທີ່​ຜິວ​ໜັງ​ທີ່​ຕີນ​ອາດ​ພົບ​ການ​ຕິດ​ເຊື້ອ​ນໍາມາໄດ້

2.ຍິງ​ຖືພາເນື່ອງ​ຈາກ​ອຸນຫະພູມ​ຂອງ​ນ້ຳ​ຈະ​ເຮັດໃຫ້​ເສັ້ນ​ເລືອດ​ທີ່​ໄປ​ລ້ຽງ​ອະໄວຍະວະ​ຕ່າງໆໃນ​ຮ່າງກາຍລວມ​ທັງ​ມົດລູກ​ຈະ​ຂະຫຍາຍ​ໂຕອາດ​ເປັນ​ອັນຕະລາຍ​ແກ່​ເດັກນ້ອຍ​ໃນ​ມົດລູກ​ແລະ​ຕົນເອງ​ໄດ້

3.ຜູ້​ທີ່​ເປັນ​ພະຍາດ​ຜິວ​ໜັງ​ອັກ​ເສບ​ຕິດ​ເຊື້ອ​ຫລື​ມີ​ບາດແຜອາດ​ເຮັດໃຫ້​ເກີດ​ການ​ອັກ​ເສບ​ຫລາຍ​ຂຶ້ນ
ໃນ​ກໍລະນີ​ຂອງ​ການແຊ່​ນ້ຳ​ຄວນ​ອ່ານ​​ຄຳ​ແນະ​ນຳ​ແລະ​ປະຕິບັດ​ຕາມ​ຢ່າງ​ຖືກ​ຕ້ອງ ສັງເກດ​ອຸນຫະພູມ​ຂອງ​ນ້ຳ​ທີ່​ລະ​ບຸ​ໄວ້ຊຶ່ງ​ອຸນຫະພູມ​ທີ່​ເໝາະ​ສົມ​ຈະ​ຢູ່​ທີ່​ປະ​ມານ40ອົງ​ສາ​ແລະ​ບໍ່​ຄວນ​ແຊ່​ຢູ່ໃນ​ນ້ຳ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນວິທີ​ທີ່​ຖືກ​ຕ້ອງ​ຄື​ກ່ອນ​ລົງ​ແຊ່​ນ້ຳ​ໃຫ້​ອາບ​ນ້ຳ​ເຮັດ​ຄວາມ​ສະ​ອາດ​ຮ່າງກາຍ20ນາ​ທີແລະ​ຈຸ່ມ​ມື​ທົດສອບ​ຄວາມ​ຮ້ອນ​ຂອງ​ນ້ຳຈາກ​ນັ້ນ​ຄ່ອຍ​ໆຢ່ອນ​ໂຕ​ລົງ​ແຊ່​ໃນ​ນ້ຳ​ຮ້ອນ​ຢ່າງ​ຊ້າ​ໆເພື່ອ​ໃຫ້​ຮ່າງກາຍ​ປັບ​ສະພາບ​ເຂົ້າ​ກັບ​ນ້ຳ​ຮ້ອນແລະ​ແຊ່​ປະ​ມານ10ນາທີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...