Homeຄວາມງາມຜູ້ຍິງເຮົາກິນສີສົບທີ່ມີສານຊືນສະເລ່ຍ2.7ກິໂລຕະຫລອດຊີວິດຂອງການທາປາກ

ຜູ້ຍິງເຮົາກິນສີສົບທີ່ມີສານຊືນສະເລ່ຍ2.7ກິໂລຕະຫລອດຊີວິດຂອງການທາປາກ

Published on

108_20131106174611. Lip4

ເຄີຍ​ມີ​ການສຶກສາ​ທີ່​ໜ້າ​ສົນ​ໃຈຈາກແຄມ​ເປນUS consumer groupທີ່​ບອກ​ວ່າໄດ້​ມີ​ການ​ນຳສີສົບໃນ​ຕະຫລາດມາ​ທົດສອບ​ຫາ​ປະລິມານ​ສານ​ຊືນກວ່າ​ຮ້ອຍ​ລະ60ພົບ​ວ່າ​ມີ​ສານ​ຊືນ​ປະ​ປົນ​ຢູ່ໂດຍ​ສະເພາະ​ຢ່າງ​ຍິ່ງສີສົບ​ສີ​ແດງທີ່​ພົບ​ເລື້ອຍ​ທີ່​ສຸດແລະ​ທີ່​ເປັນຕາຢ້ານ​ກວ່າ​ນັ້ນກໍ​ຄືສານ​ຊືນ​ເຫລົ່າ​ນັ້ນສາມາດ​ເຂົ້າ​ສູ່​ຮ່າງກາຍຜ່ານ​ທາງຮີມສົບ​ຂອງ​ເຮົາບໍ່​ວ່າ​ຈະ​ເປັນ​ການ​ກິນ(ໂດຍ​ບໍ່​ຮູ້​ຕົວ)ຫລື​ຊຶມ​ຜ່ານ​ຮີມ​ສົບ​ບາງໆ​ຂອງ​ເຮົາໂດຍ​ສະເລ່ຍ2.7ກິ​ໂລ​ກຣາມຫລື​ປະມານ3kgໃນ​ຕະຫລອດ​ຊີວິດ​ຂອງ​ການ​ທາ​ສີສົບ​ຂອງ​ຜູ້ຍິງ​ເຮົາ​ນັ້ນ​

ທີ່​ສຳຄັນ​ເຄີຍ​ມີ​ຂ່າວ​ທີ່​ສ້າງ​ຄວາມ​ຕົກໃຈ​ໃຫ້​ສາວໆ​ແບບ​ເຮົາ​ມາ​ແລ້ວເພາະຂະໜາດ​ສີສົບ​ຈາກ​ແບ​ລນ​ໃຫຍ່​ໆເມື່ອ​​ນຳ​ມາ​ກວດ​ສອບກໍ​ພົບ​ວ່າ​ມີ​ສານ​ຊືນ​ປົນ​ເປື້ອນ​ເຊັ່ນ​ກັນໂດຍ​ທີ່ ທາງ​ແບ​ລນ​ເຫລົ່າ​ນັ້ນ​ກໍ​ໄດ້​ຢືນຢັນ​ແລ້ວວ່າ​ບໍ່​ມີ​ການ​ປະສົມ​ສານ​ຊືນ​ລົງ​ໃນ​ສີສົບ​ແນ່ນອນ ແຕ່​ອາດ​ເກີດ​ຈາກ​ການ​ແປ​ສະພາບເມື່ອ​ສິ່ງ​ແວດ​ລ້ອມ​ຂອງ​ສ່ວນ​ປະສົມ​ທັງ​ຫລາຍ​ມາ​ເຈີ​ກັນ​ໃນ​ຂັ້ນ​ຕອນ​ການ​ຜະລິດຊຶ່ງ​ເກີດ​ຂຶ້ນ​ຢ່າງຫລີກ​ລ້ຽງ​ບໍ່​ໄດ້ເຖິງແມ່ນ​ຈະ​ມີ​ໃນ​ປະລິມານ​ທີ່​ໜ້ອຍ​ຫລາຍ​ໆ(ແຕ່​ກໍ​ຄື​ມີ​ຢູ່​ດີ)

​ກ່າວເຖິງ​ອັນຕະລາຍ​ຂອງ​ສານ​ຊືນເມື່ອ​ເຂົ້າ​ສູ່​ຮ່າງກາຍ​ທັງ​ລະບົບ​ທາງເດີນ​ຫາຍ​ໃຈແລະ​ລະບົບ​ທາງເດີນ​ອາຫານຖ້າ​ໄດ້ຮັບ​ໃນ​ປະລິມານ​ຫລາຍ​ໃນ​ລະ​ດັບ​ຄວາມ​ເຂັ້ມ​ຂຸ້ນ​ສູງຈະ​ມີ​ອາການເຈັບ​ທ້ອງ,ຮາກ,ເຈັບ​ຫົວນອກ​ຈາກ​ນີ້​ຍັງມີ​ຜົນ​ຕໍ່​ລະບົບ​ປະສາດເຊັ່ນເກີດ​ພາ​ວະ​ຊຶມ ສັບ​ສົນ,ເກືອບແລະໝົດ​ສະຕິບາງ​ຄົນ​ອາດ​ສົ່ງ​ຜົນ​ຕໍ່​ເລື່ອງ​ການ​ຂາ​ດສະ​ມາ​ທິຄວາມ​ຈື່ຈໍາ​ເສື່ອມໃນ​ໄລ​ຍະ​ຍາວ​ຜູ້​ປ່ວຍ​ອາດ​ມີ​ພາ​ວະ​ເສັ້ນ​ປະສາດ​ສ່ວນ​ປາຍ​ເສື່ອມ​ເຮັດໃຫ້​ເກີດ​ອາການ​ອ່ອນ​ແຮງ​ທາງ​ແຂນ​ແລະ​ຂາ​ໄດ້

ສາວໆທີ່​ຫລົງ​ໃຫລ​ປາກ​ແດງ​ສົ້ມ​ກໍ່​ຕ້ອງ​ພັກ​ປາກ​ນຳ​ຢ່າ​ທາ​ສີ​ແດງ​ຫລາຍເກີນ​ໄປເພາະ​ເຮົາ​ກໍ​ບໍ່​ແນ່​ໃຈ​ວ່າສີສົບ​ສີ​ງາມຈາກ​ແບ​ລນ​ດັງ​ໆກໍ​ອາດ​ມີ​ສານ​ຊືນ​ເຈືອ​ປົນ​ໂດຍ​ທີ່​ເຮົາ​ບໍ່​ຮູ້​ໂຕ​ໄດ້ ເຊັ່ນ​ກັນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...