spot_img
Homeຂ່າວເຫດການເຊີນເຂົ້າຮ່ວມຍົກຍອດຊໍ່ຟ້າ ປະຕິສັງຂອນ ພິພິທະພັນຫໍພະແກ້ວ 2 ພຶດສະພາ 2015 ນີ້

ເຊີນເຂົ້າຮ່ວມຍົກຍອດຊໍ່ຟ້າ ປະຕິສັງຂອນ ພິພິທະພັນຫໍພະແກ້ວ 2 ພຶດສະພາ 2015 ນີ້

Published on

20150429143831

ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ທັງ​ເປັນ​ຜູ້​ຮັບຜິດຊອບ​ໂຄງການ​ປະຕິສັງຂອນ​ຫໍພະແກ້ວ ​ໄດ້ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ໃນ​ວັນທີ 29 ເມສາ 2015 ນີ້​ໄດ້​ກ່າວວ່າ: ພາຍຫຼັງ​ທີ່​ໄດ້​ຮັບ​ມະຕິ​ຕົກລົງຂອງ​ສູນ​ກາງ​ພັກ-ລັດຖະບານ ໄດ້ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ ໃນການ​ປະຕິສັງຂອນ​ພິ​ພິ​ທະ​ພັນ​ຫໍພະແກ້ວ ໂຄງການ​ປະຕິສັງຂອນຫໍພະແກ້ວ​ຄັ້ງ​ນີ້ ​ແມ່ນ​ເປັນ​ຄັ້ງ​ທີ III ເຊິ່ງ​ຄະນະ​ຮັບຜິດຊອບ​ໄດ້​ຖືກແຕ່ງຕັ້ງ ແລະ ໄດ້​ດຳເນີນ​ການປະຕິສັງຂອນ​ມາ​ຕັ້ງແຕ່​ວັນ​ທີ 5 ທັນວາ 2014 ຈົນ​ຮອດ​ປັດຈຸບັນ​ນີ້ ກໍ່​ຖື​ວ່າ​ຊ່ຽວຊານ​ວິຊາ​ການ ພະນັກ​ງານທຸກ​ພາກສ່ວນ ​ໄດ້​ສຸມ​ໃສ່ຕາມ​ແຜນ​ງານ​ໃນ​ການ​ສ້ອມແປງ ​ຄັ້ງ​ທີ I ແມ່ນ​ເວົ້າ​ເຖິງ​ໂຄງຫຼັງຄາ ນັບ​ແຕ່​ຍອດ​ຊໍ່​ຟ້າລົງ​ມາເປັນ​ເວລາ 2-3 ເດືອນ​ຜ່ານ​ນັ້ນ ເຫັນ​ວ່າ​ວິຊາ​ການ​ໄດ້​ສຸມ​ໃສ່​ໃນການ​ສ້ອມແປງ ມາ​ຮອດ​ປັດຈຸບັນ ເຫັນ​ວ່າ​ຍອດ​ຊໍ່ຟ້າ ແລະ ໂຄງເທິງ​ຂອງ​ຫຼັງຄາ​ນັ້ນ ​ກໍ່​ໄດ້​ສ້ອມແປງ​ສຳເລັດ​ແລ້ວ ເພາະສະນັ້ນ ມື້​ທີ່​ເປັນ​ສິລິ​ມຸງຄຸນ​ໃຫ້​ແກ່​ການຍົກ​ຍອດ​ຊໍ່ຟ້າ​ນີ້ ການ​ນຳ ແລະ ພາກສ່ວນ​ອາວຸໂສ​ໄດ້​ເຫັນ​ດີ​ຕົກລົງ​ເອົາ​ວັນເພັງ ເດືອນ 6 ກົງກັບ​ວັນ​ທີ 2 ພຶດສະພາ 2015 ນີ້ ເປັນ​ມື້​ຍົກ​ຍອດ​ຊໍ່ຟ້າ​ຂອງ​ຫໍ​ພະແກ້ວ ດ້ວຍ​ເຫດ​ນັ້ນ ຈຶ່ງ​ຂໍ​ແຈ້ງຂ່າວ​ບຸນ​ມາ​ເຖິງ​ພຸດ​ທະ​ສາ​ສະ​ນິກະ​ຊົນ ເຂົ້າ​ຮ່ວມ​ໃນ​ການ​ຍົກຍອດ​ຊໍ່ຟ້າ​ໃນ​ຄັ້ງ​ນີ້ ທີ່ຢູ່​ພາຍ​ໃນ ​ສປປ ລາວ ກໍ່​ຄື​ທົ່ວ​ນະຄອນຫຼວງວຽງ​ຈັນ ເຊິ່ງ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 2 ພຶດສະພາ ເລີ່ມ​ແຕ່​ເວລາ 7:00 ໂມງເປັນຕົ້ນ​ໄປ ຈະໄດ້​ມີ​ການ​ເຕົ້າໂຮມ​ບັນດາ​ແຂກຖືກ​ເຊີນ ພໍ່​ແມ່​ປະຊາຊົນ ຮອດ​ເວລາ 8:00 ໂມງ ກໍ່​ຈະ​ໄດ້​ເຮັດ​ພິທີທາງ​ການ ຍົກ​ຍອດ​ຊໍ່ຟ້າ​ຂຶ້ນ ຈົນຮອດ​ເວລາ 9:00 ໂມງ ແມ່ນເປັນ​ສິລິ​ມຸງຄຸນ​ອັນ​ຍິ່ງ​ໃຫຍ່ ຍອດຊໍ່ຟ້າ​ຈະ​ໄດ້​ສະຖິດ​ຢູ່​ເທິງ​ຍອດ​ສູງສຸດ​ຂອງ​ຫໍພະແກ້ວ ມາ​ຮອດ​ປັດຈຸ​ບັນ ​ສາມາດ​ລະດົມ​ທຶນ​ໄດ້​ທັງໝົດ 1 ຕື້​ກວ່າ​ກີບ ເງິນ​ໂດ​ລາ 15 ພັນ​ກວ່າ​ໂດ​ລາ​ສະຫະລັດ ແລະ ເງິນ​ບາດ​ໄທ 2 ແສນ​ກວ່າ​ບາດ ພ້ອມ​ດ້ວຍ​ຄຳ 3 ກິ​ໂລ ທີ່​ນຳໄປເຮັດ​ເປັນ​ສ່ວນ​ປະກອບ​ຂອງ​ຍອດຊໍ່ຟ້າ ມາ​ຮອດ​ປັດຈຸບັນ​ແມ່ນ​ສຳເລັດ​ແລ້ວ 100% ພ້ອມ​ນັ້ນ​ຍັງ​ມີວັດຖຸ​ອີກ​ຈຳນວນ​ໜຶ່ງ ພິທີ​ຍົກຍອດ​ຊໍ່ຟ້າ ໂຄງການ​ປະຕິ​ສັງຂອນ​ຫໍພະແກ້ວ​ຄັ້ງ​ນີ້ ຈະ​ມີ​ການຖ່າຍ​ທອດ​ສົດ​ທາງ​ໂທລະພາບ ແລະ ຍັງ​ເປີດ​ໂອກາດ​ໃຫ້​ພຸດ​ທະສາ​ສະ​ນິ​ກະ​ຊົນ ທັງ​ພາຍ​ໃນ ແລະ ຕ່າງປະເທດ ເຊີນ​ເຂົ້າ​ຮ່ວມ​ໂມ​ທະນາ​ທານ​ທຳບຸນ​ໃນ​ງານ​ດັ່ງກ່າວນຳ​ອີກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...