spot_img
Homeຂ່າວເຫດການສ​ປ​ປ ລາວ ສະຫລອງວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 60 ປີ!

ສ​ປ​ປ ລາວ ສະຫລອງວັນສ້າງຕັ້ງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 60 ປີ!

Published on

sao noum

ພິທີໂຮມຊຸມນຸມ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 60 ປີ( 14 ເມສາ 1955-14 ເມສາ 2015), ໄດ້ມີຂຶ້ນໃນວັນທີ 28 ເມສານີ້, ຢູ່ຫໍວັດທະນາທຳແຫ່ງຊາດ, ນະຄອນ ຫລວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະ ທານປະເທດ, ມີບັນດາການນຳ ຂັ້ນສູງພັກ-ລັດ ແລະ ສະມາຊິກຊາວໜຸ່ມ- ເຍົາວະຊົນເຂົ້າຮ່ວມເປັນຈຳນວນຫລາຍ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ດຣ ວິໄລວົງ ບຸດດາຄຳ ໄດ້ກ່າວວ່າ: ຕະຫລອດໄລຍະ 60 ປີຜ່ານມາພາຍໃຕ້ຮົ່ມທຸງຂອງພັກ, ບໍ່ວ່າເວລາໃດຊາວໜຸ່ມ-ເຍົາວະຊົນ ກໍໄດ້ຮັບ ການທະນຸທະໜອມ ແລະ ເອົາໃຈໃສ່ຊີ້ນຳ-ນຳພາຈາກສູນກາງພັກ, ຄະນະພັກແຕ່ລະຂັ້ນ, ຊາວໜຸ່ມພວກເຮົາເວລາໃດ ກໍຮັກ ສາໄດ້ມູນເຊື້ອອັນດີງາມຂອງຕົນ ແລະ ສາມາດເສີມຂະຫຍາຍບົດບາດປະຈັນບານໃນທຸກຂົງເຂດວຽກງານທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໃນພາລະກິດປະຕິວັດຂອງພັກ, ສະມາຊິກຊາວໜຸ່ມຫລາຍສະຫາຍໄດ້ເສຍສະຫລະເພື່ອຊາດອັນແສນຮັກ ແລະ

ຫວງແຫນຂອງພວກເຮົາ, ມີຫລາຍສະຫາຍໄດ້ເປັນວິລະຊົນ, ນັກຮົບແຂ່ງຂັນ ແລະ ການນຳຂັ້ນສູງຂອງພັກ ແລະ ລັດແຕ່ ອະດິດຈົນເຖິງປັດຈຸບັນ ແລະ ນັບແຕ່ໄລຍະໜຶ່ງທົດສະວັດຜ່ານມາ, ຄະນະບໍລິຫານງານສູນກາງຊາວໜຸ່ມ ໄດ້ເອົາໃຈໃສ່ສຶກ ສາອົບຮົມທາງດ້ານການເມືອງແນວຄິດ, ປູກຈິດສຳນຶກນ້ຳໃຈຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ ແລະ ບັນດາທ່ານ ຜູ້ນຳຕ່າງໆ, ເອົາໃຈໃສ່ປັບປຸງຄະນະຊາວໜຸ່ມ-ເຍົາວະຊົນ-ອານຸຊົນທັນວາແຕ່ລະຂັ້ນໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນະພາບ, ທັງເປັນເຈົ້າການເຂົ້າຮ່ວມໃນພາລະກິດການພັດທະນາລວມຂອງຊາດ, ຂອງພັກ ແລະ ລັດ, ໂດຍຖືເອົາການຍູ້ແຮງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ມະຕິ 3 ສ້າງຂອງພັກ ແລະ ອື່ນໆ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...