Homeຄວາມງາມຄັນເວລາມີປະຈຳເດືອນເລື່ອງພາຍໃນຂອງຜູ້ຍິງທີ່ບໍ່ຄວນເບິ່ງຂ້າມ

ຄັນເວລາມີປະຈຳເດືອນເລື່ອງພາຍໃນຂອງຜູ້ຍິງທີ່ບໍ່ຄວນເບິ່ງຂ້າມ

Published on

18306

ເມື່ອໃດ​ທີ່​ຜູ້ຍິງ​ເປັນ​ປະຈຳ​ເດືອນໄລຍະ​ນີ້​ມັກ​ຈະ​ເປັນໄລຍະ​ທີ່​ສາວໆຫລາຍ​ຄົນ​ເປັນ​ກັງ​ວົນ ເພາະ​ມັກ​ຈະ​ມີ​ຄວາມ​ປ່ຽນ​ແປງ​ໃນ​ຮ່າງກາຍ​ຫລາຍໆຢ່າງ​ຕາມ​ມາບໍ່​ວ່າ​ຈະ​ເປັນການ​ເຈັບທ້ອງ​ປະຈຳ​ເດືອນ,ເຈັບ​ຫົວ,ອາລົມ​ປັ່ນປ່ວນ​ງ່າຍແລະ​ຫລາຍໆຄົນ​ນອກ​ຈາກ​ຈະ​ມີ​ອາການ​ເຫລົ່າ​ນີ້​ແລ້ວ​ຍັງ​ຕ້ອງ​ເດືອດ​ຮ້ອນ​ທົນ​ກັບ​ອາການ​ອື່ນໆຕາມ​ມາ​ເຊັ່ນ:ອາການ​ທີ່​ພົບ​ໄດ້​ເລື້ອຍໆຢ່າງ​ອາການ​ຄັນ​ບໍລິ​ເວ​ນ​​ເພດ​ໃນ​ລະຫວ່າງ​ທີ່​ມີ​ປະຈຳ​ເດືອນແລະ​ບາງ​ຄົນ​ກໍ​ອາດຈະ​ມີ​ອາການ​ບວມ​ແດງແລະ​ແສບ​ຄັນ​ຮ່ວມ​ນໍາຊຶ່ງ​ເລື່ອງ​ນີ້​ເປັນ​ທີ່​ແນ່ນອນ​ເລີຍ​ວ່າ​ຕ້ອງ​ເປັນ​ເລື່ອງ​ທີ່​ທໍລະມານ​ສຸດໆສຳລັບ​​ສາວໆວ່າ​ແຕ່​ເປັນຫຍັງ​ບາງ​ຄົນ​ຈຶ່ງມີ​ອາການ​ແບບ​ນີ້ແລະ​ມີ​ສາ​ເຫດ​ມາ​ຈາກ​ຫຍັງມື້​ນີ້​​ມີ​ຂໍ້​ມູນ​ມາ​ໃຫ້​ສຶກ​ສາ​

ສາ​ເຫດ​ຂອງ​ອາການ​ຄັນ​ເວລາ​ມີ​ປະຈຳ​ເດືອນອາດ​ເກີດ​ຂຶ້ນ​ໄດ້​ຈາກ…
1.ໃນ​ໄລຍະ​ທີ່​ມີ​ປະຈຳ​ເດືອນ​ມາບໍລິເວນ​ອະໄວຍະວະ​ເພດ​ຈະ​ມີ​ຄວາມ​ຊຸ່ມ​ທັບຖົມ​ຈາກ​ເລືອດເຮັດໃຫ້​ເກີດ​ການ​ລະ​ຄາຍ​ເຄືອງຊຶ່ງ​ເປັນ​ສາ​ເຫດ​ຂອງ​ອາການ​ຄັນ​ໄດ້
2.ໃນ​ໄລຍະ​ທີ່​ມີ​ປະຈຳ​ເດືອນ​ອາດຈະ​ມີ​ຮໍ​ໂມນ​ບາງຢ່າງ​ປ່ຽນ​ແປງເຮັດໃຫ້​ເກີດ​ອາການ​ຄັນ​ຈາກ​ເຍື່ອ​ຫຸ້ມ​ມົດລູກ​ລອກ​ໂຕຊຶ່ງ​ອາດຈະ​ມີ​ອາການ​ເຈັບ​ທ້ອງ​ປະຈຳ​ເດືອນ​ຮ່ວມ​ນໍາ
3.ເຍື່ອ​​ໂຜ້ງ​ມົດລູກ​ອັກ​ເສບເນື່ອງ​ຈາກ​ເຊື້ອ​ໄວ​ຣັສ,ເຊື້ອ​ແບກ​ທີ​ເຣຍຫລື​ເຊື້ອ​ຣາແລະ​ນອກ​ຈາກ​ອາການ​ຄັນ​ແລ້ວອາດຈະ​ມີ​ກິ່ນ​ຜິດ​ປົກກະຕິແລະ​ເຈັບ​ແສບ​ໃນ​ຊ່ອງຄອດ​ຮ່ວມ​ນໍາ
4.ແພ້​ຜ້າ​ອະນາໄມເພາະ​ໃນ​ຜ້າ​ອະນາໄມ​ບາງ​ຍີ່​ຫໍ້​ຈະ​ມີ​ສານ​ຕ່າງໆລວມ​ໄປ​ເຖິງ​ນ້ຳ​ຫອມ ຊຶ່ງ​ອາດຈະ​ເປັນ​ສາ​ເຫດ​ໃຫ້​ຜິວ​ໜັງ​ບໍລິເວນ​ອະໄວຍະວະ​ເພດ​ເກີດ​ອາການ​ແພ້ແລະ​ມີ​ຜື່ນ​ຄັນ​ຂຶ້ນ​ມາ​ໄດ້ສຳລັບ​ໃນ​ກໍລະນີ​ນີ້ແນະ​ນຳ​ໃຫ້​ລອງ​ປ່ຽນ​ໄປ​ໃຊ້​ຜ້າ​ອະນາໄມ​ຍີ່​ຫໍ້​ອື່ນ​ແທນ ແຕ່​ຖ້າ​ປ່ຽນ​ແລ້ວ​ຍັງ​ບໍ່​ເຊົາ​ແນະ​ນຳ​ໃຫ້​ໄປ​ພົບ​ແພດ​ເພື່ອ​ກວດ​ສອບ​ຫາ​ສາ​ເຫດ​ອື່ນ​ຕໍ່ໄປ
ສຳລັບ​ອາການ​ຄັນ​ບໍລິເວນ​ອະໄວຍະວະ​ເພດ​ໃນ​ລະຫວ່າງ​ທີ່​ມີ​ປະຈຳ​ເດືອນ​ນັ້ນ​ເກີດ​ໄດ້​ຈາກ​ຫລາຍ​ສາ​ເຫດແລະ​ອາການ​ນີ້​ກໍ​ຖື​ເປັນ​ເລື່ອງ​ທີ່​ສາວໆບໍ່​ຄວນ​ເບິ່ງ​ຂ້າມຖ້າ​ຫາກ​ໃຜ​ທີ່​ມີ​ອາການ​ຄັນ​ແບບ​ນີ້​ຢູ່​ເລື້ອຍໆຢ່າ​ມົວ​ແຕ່​ທົນ​ຢູ່​ແນະ​ນຳ​ໃຫ້​ໄປ​ພົບ​ແພດ​ເພື່ອ​ມີການ​ກວດ​ແລະ​ຫາ​ແນວ​ທາງ​ປິ່ນປົວ​ຈະ​ດີ​ທີ່ສຸດເພື່ອ​ສຸຂະພາບ​ອະນາໄມ​ທີ່​ດີ​ຂອງ​ຕົນ​ເຮົາ​ເອງ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...