Homeນານາສາລະສາກແບດເຕີລີໃນຫ້ອງນອນນ້ຳໜັກຂຶ້ນບໍ່ຮູ້ໂຕ

ສາກແບດເຕີລີໃນຫ້ອງນອນນ້ຳໜັກຂຶ້ນບໍ່ຮູ້ໂຕ

Published on

Close up of Asian woman connecting cell phone to battery

ສາກ​ແບດເຕີລີ​ມື​ຖື​ຫລື​ໂນດ​ບຸກ​ໃນ​ຫ້ອງ​ນອນ​ອາດ​ເຮັດໃຫ້​ຕຸ້ຍ​ໂດຍ​ບໍ່​ຮູ້​ໂຕຜູ້​ຊ່ຽວຊານ​ແນະ​ນຳ​ໃຫ້​ຫລີກລ້ຽງ​ພຶດຕິກຳ​ກະຕຸ້ນ​ຕ່ອມ​ຕຸ້ຍ​ໂດຍ​ດ່ວນ
ຫລິ້ນ​ມື​ຖື​ມາ​ໝົດມື້​​ຮອດແລງມາ​ແບດເຕີລີ​ກໍ​ໃກ້​ຈະ​ໝົດ​ພໍ​ດີກໍ່ຕ້ອງ​ສຽບ​ສາກ​ແບດ​ໃນ​ຂະນະ​ທີ່​ເຮົາ​ນອນ​ຫລັບຫລື​ບາງ​ຄົນ​​ສາກໄປນໍາ​​ຫລິ້ນ​ໄປນໍາ​ຈົນ​ໃນ​ທີ່ສຸດ​ກໍ​ຫລັບ​ຄາ​ໂທລະ​ສັບ​ທັງ​ທີ່​ກໍ​ສຽບ​ສາຍ​ສາກ​​ຢູ່ຊຶ່ງ​ພຶດຕິກຳ​ແບບ​ນີ້​ຕ້ອງ​ເຕືອນ​ເລີຍ​ວ່າ​ອາດ​ເຮັດໃຫ້​ນ້ຳ​ໜັກ​ຂຶ້ນ​ໄດ້​ຢ່າງ​ບໍ່​ຮູ້​ໂຕລວມ​ທັງ​ຄົົນທີ່​ມັກ​ສາກ​ໂນດ​ບຸກ​ໃນຫ້ອງ​ນອນ​ນໍາອີກ
ຫລາຍ​ຄົນ​ມີ​ຄຳ​ຖາມວ່າ​ພຽງແຕ່​ສາກ​ແບດ​ມື​ຖື​ຫລື​ໂນດ​ບຸ​ກ​ຈະ​ພາ​ໃຫ້​ນ້ຳ​ໜັກ​ຂຶ້ນ​ໄດ້​ຈັ່ງໃດ ຜົນ​ວິ​ໄຈ​ທີ່​ຖືກ​ຕີ​ພິມ​ໃນDaily Mailຊ່ວຍ​ຕອບ​ໄດ້​ວ່າແສງ​ໄຟ​ທີ່​ສ່ອງ​ສະຫວ່າງ​ຈາກ​ອຸປະກອນ​ໄອ​ທີ​ໃນ​ຂະນະ​ທີ່​ຖືກ​ສາກ​ໄຟສາມາດ​ລົບກວນ​ການ​ຜະລິດ​ຮໍ​ໂມນ​ເມ​ລາ​ໂທ​ນິນ ຊຶ່ງ​ເປັນ​ຮໍ​ໂມນ​ສຳຄັນ​ຂອງ​ການ​ນອນ​ຫລັບແລະ​ພໍ​ຮ່າງກາຍ​ພັກ​ຜ່ອນ​ບໍ່​ພຽງ​ພໍບາດ​ນີ້​ກໍ​ເຖິງ​ຄິວຮໍ​ໂມນ​ຄອລ​ຕິ​ຊອນໂຕການ​ທີ່​ເຮັດໃຫ້​ຮູ້ສຶກ​ຢາກເລື້ອຍໆ,ອອກ​ອາ​ລະ​ວາດບວກ​ກັບ​ການເຮັດວຽກງານ​ຂອງ​ລະບົບ​ເຜົາ​ຜານ​ກໍ​ຈະ​ອ່ອນ​ແລ້ວ​ແບບ​ນີ້​ຈະ​ບໍ່​ໃຫ້​ໂຕ​ຕຸ້ຍ​ອືດ​ແບບໃດ

ທັງ​ນີ້ດຣ ໄຊ​ມອນ ໄຄ ຜູ້​ຊ່ຽວຊານ​ດ້ານ​ສາດ​ການ​ນອນ​ຫລັບ​ຈາກ​ມະຫາ​ວິທະຍາ​ໄລ​ແມນ​ເຊດ​ເຕີ​ຍັງ​ໃຫ້​ຂໍ້​ມູນ​ເພີ່ມເຕີມ​ມາ​ວ່າແສງ​ສີ​ຟ້າ​ຈາກ​ອຸປະກອນ​ໄອ​ທີ​ກໍ່ຄືສະມາດ​ໂຟນ​ແລະ​ໂນດ​ບຸ​ກເປັນ​ແສງ​ໄຟ​ທີ່​ສາມາດ​ບັ່ນ​ທອນ​ການ​ນອນ​ຫລັບ​ແລະ​ຊະ​ລໍ​ລະບົບ​ເຜົາ​ຜານ​ຂອງ​ຮ່າງກາຍລວມ​ທັງ​ຍັງ​ກະຕຸ້ນ​ໃຫ້​ສະຫມອງ​ຕື່ນ​ໂຕ​ຂຶ້ນ​ໄດ້​ນໍາອີກ​
ນອກ​ຈາກ​ນີ້​ຜົນ​ການສຶກສາ​ຂອງ​ມະຫາ​ວິທະຍາ​ໄລ​ເກນາ​ດາປະເທດ​ແອັດສະປາຍທີ່​ທົດລອງ​ສີດ​ຮໍໂມນ​ເມ​ລາ​ໂທ​ນິນ​ໃຫ້​ໜູ​ກໍ​ພົບ​ວ່າເມື່ອ​ຮ່າງກາຍ​ມີ​ຮໍໂມນ​ເມ​ລາ​ໂທ​ນິນ​ເພີ່ມ​ຂຶ້ນ ອັດຕາ​ຄວາມ​ສ່ຽງ​ພະຍາດ​ຕຸ້ຍ​ແລະ​ເບົາ​ຫວານ​ຈະ​ຫລຸດລົງຊຶ່ງ​ສອດຄ້ອງ​ກັບ​ຜົນ​ການສຶກສາ​ຂອງ​ມະຫາ​ວິທະຍາ​ໄລ​ແມນ​ເຊດ​ເຕີ​ທີ່​ເປີດເຜີຍ​ວ່າການ​ນອນ​ຫລັບ​ຢ່າງ​ພຽງ​ພໍ​ຈະ​ຊ່ວຍ​ຕ້ານ​ຄວາມ​ສ່ຽງ​ພະຍາດ​ເບົາ​ຫວານ​ໄດ້ນໍາ​ອີກ​ທາງ​ໜຶ່ງ​
ເລື່ອງ​ຫຍັງ​ເຮົາ​ຈະ​ເພີ່ມ​ອັດຕາ​ຄວາມ​ຕຸ້ຍ​ໃຫ້​ຕົນ​ເອງ​ແບບ​ບໍ່​ຮູ້​​ໂຕກັນສະ​ນັ້ນດຣໄຊ​ມອນ ໄຄເລີຍ​ແນະ​ນຳ​ໃຫ້​ປິດ​ອຸປະກອນ​ໄອ​ທີ​ທຸກ​ຊະນິດ​ກ່ອນ​ເຂົ້າ​ນອນ​ເກືອບ2ຊົ່ວ​ໂມງ​ເປັນ​ຢ່າງ​ຕ່ຳ​ປ້ອງ​ກັນ​ຕົນ​ເອງ​ໄວ້​ກ່ອນ​ 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...