spot_img
Homeຂ່າວເຫດການສົກປີຜ່ານມາ ທົ່ວປະເທດມີຄະດີຫຼຸດລົງຫຼາຍກວ່າ 700 ເລື່ອງ

ສົກປີຜ່ານມາ ທົ່ວປະເທດມີຄະດີຫຼຸດລົງຫຼາຍກວ່າ 700 ເລື່ອງ

Published on

20150423153734

ໃນ​ໂອກາດ​ທີ່​ທ່ານ ຄຳ​ພັນ ສິດທິ​ດຳ​ພາ ປະທານ​ສານ​ປະຊາຊົນ​ສູງ​ສຸດ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ​ກາງ ສົກ​ປີ 2014-2015 ທີ່​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 22-24 ເມສາ 2015 ທີ່​ຫ້ອງ​ວ່າການ​ລັດ​ຖະບານ ໄດ້​ໃຫ້​ສຳພາດ​ວ່າ: ກ່ຽວກັບ​ການຈັດຕັ້ງ​ປະຕິບັດ ​ເນື້ອ​ໃນຈິດໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ 9 ຂອງ​ພັກ​ປະຊາຊົນ​ປະຕິວັດລາວ ໂດຍ​ສະເພາະ 4 ບຸກ​ທະລຸ ທີ່​ພັກ​ໄດ້​ວາງ​ອອກ ແມ່ນ​ຍາດ​ໄດ້ຜົນສຳເລັດ​ຫຼາຍ​ດ້ານ ຕໍ່​ກັບ​ວຽກງານ​ການ​ແກ້​ໄຂ​ຄະດີ​ຕ່າງໆ​ທີ່ເກີດ​ຂຶ້ນ​ໃນ​ໄລຍະ​ຜ່ານ​ມາ.

ພາຍຫຼັງ​ສຳເລັດ​ກອງ​ປະຊຸມໃຫຍ່ ​ຄັ້ງ​ທີ 9 ຂອງ​ຄະນະ​ພັກ ຄະນະ​ນຳ​ຂອງ​ສານ​ປະຊາຊົນ​ສູງສຸດ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ເຜີຍແຜ່ເຊື່ອມ​ຊຶມ​ຢ່າງ​ເລິກເຊິ່ງ ຫັນ​ເປັນເນື້ອ​ໃນ​ບົດ​ລາຍ​ງານ​ການເມືອງ ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 2 ຂອງອົງຄະ​ນະ​ພັກ ຈາກ​ນັ້ນ ພວກ​ເຮົາໄດ້​ຫັນ​ອອກ​ມາ​ເປັນ 6 ແຜນ​ງານ ແລະ 18 ໂຄງການ​ໃນ​ການ​ຈັດຕັ້ງ​ປະຕິບັດ ໃນ​ນັ້ນ ໄດ້​ມີ​ແຜນງານບຸກ​ທະລຸທາງ​ດ້ານ​ກົນ​ໄກ ລະບຽບ​ການ​ຂອງ​ສານ ໂດຍ​ສະເພາະ​ການ​ບໍລິຫານ​ຄະດີ ພ້ອມນັ້ນ ກໍ່​ຍັງ​ໄດ້​ມີ​ການ​ປັບປຸງ​ກ່ຽວກັບ​ພາລະ​ບົດບາດ ສິດ-ໜ້າທີ່ການ​ແບ່ງ​ງານ ແລະ ການ​ສັບຊ້ອນ​ຕ່າງໆ ມາ​ຮອດ​ປັດຈຸບັນ ທົ່ວ​ປະເທດ​ມີ​ຄະດີ​ທັງ​ໝົດ 8.712 ເລື່ອງ ໃນ​ຈຳນວນ​ຄະດີ​ທັງ​ໝົດໄດ້​ແກ້​ໄຂ​ແລ້ວ 7.106 ເລື່ອງ ເທົ່າ​ກັບ 81,56% ທຽບໃສ່​ປີ 2013 ເຫັນ​ວ່າ​ຫຼຸດ​ລົງ 738 ເລື່ອງ ການ​ພິຈາລະນາ​ແກ້​ໄຂຄະດີ​ສານ​ເຂດ ທັງ 40 ເຂດ​ໃນທົ່ວ​ປະເທດ ເຊິ່ງ​ລວມ​ມີ​ຄະດີທັງ​ໝົດ 3.439 ເລື່ອງ ໃນ​ນັ້ນ ແກ້​ໄຂ​ແລ້ວ 2.715 ເລື່ອງ ເທົ່າກັບ 78,94% ຍັງ​ຄ້າງ 724 ເລື່ອງ ເທົ່າ​ກັບ 21,05% ຜ່ານການ​ຕັດສິນ​ແລ້ວ 2.715 ເລື່ອງ ສະແດງ​ໃຫ້​ເຫັນ​ວ່າການ​ເກັບກຳ​ຂໍ້​ມູນ​ຫຼັກ​ຖານ ການ​ຄົ້ນຄວ້າຕັດສິນ ແລະ ພິພາກສາ​ຄະດີຂອງ​ແຕ່​ລະ​ຂັ້ນ ໂດຍ​ສະເພາະຂັ້ນ​ຕົ້ນແມ່ນ​ມີ​ຄວາມ​ຄົບ​ຖ້ວນ ຮອບດ້ານ ຈຶ່ງ​ເຮັດ​ໃຫ້ການ​ພິ​ຈາລະ​ນາ​ຕັດສິນ ແລະ ພິພາກສາຄະດີ ມີ​ຄວາມ​ຖືກຕ້ອງ​ເປັນ​ທຳ ແລະ ມີ​ຄວາມ​ປອດ​ໃສ ຖືກ​ກັບກົດໝາຍ ແລະ ຄວາມ​ເປັນ​ຈິງ ນອກ​ນີ້​ກ່ຽວ​ກັບ​ການ​ປັບປຸງ​ການຈັດ​ຕັ້ງ​ບຸກ​ຄະລາ​ກອນ ແລະ ການ​ກໍ່ສ້າງ​ພະນັກງານ​ສານ​ປະຊາ​ຊົນ ຍັງ​ໄດ້​ເອົາໃຈໃສ່​ປັບປຸງບູລະນະ ​ກົງຈັກ​ການຈັດຕັ້ງ​ສານ ຂັ້ນ​ຕ່າງໆ​ໃນ​ທົ່ວ​ປະເທດ ໂດຍການ​ກຳນົດ​ພາລະ​ບົດບາດ ສິດໜ້າທີ່ ແລະ ແບບແຜນ​ວິທີ​ການເຮັດ​ວຽກ​ຂອງ​ສານ​ປະຊາຊົນ​ແຕ່ລະ​ຂັ້ນ ​ໃຫ້​ສອດຄ່ອງ​ກັບ​ກົດໝາຍວ່າ​ດ້ວຍ​ປະຊາຊົນ ໂດຍ​ໄດ້​ມີການ​ສ້າງຕັ້ງ​ຄະນະ​ສານ​ແຮງງານ ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນການ​ສ້າງຕັ້ງ​ສານ​ປົກຄອງ​ຕ່າງໆຂຶ້ນ​ຕື່ມ​ອີກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...