spot_img
Homeຂ່າວການສຶກສາຜົນ​ການ​ສອບ​ເສັງ​ນັກ​ຮຽນ​ເກັ່ງ​ ຊັ້ນ​ມັດ​ທະ​ຍົມ ທົ່ວ​ປະ​ເທດ ສົກ 2014-2015

ຜົນ​ການ​ສອບ​ເສັງ​ນັກ​ຮຽນ​ເກັ່ງ​ ຊັ້ນ​ມັດ​ທະ​ຍົມ ທົ່ວ​ປະ​ເທດ ສົກ 2014-2015

Published on

20150424170247

ການ​ສອບເສັງ​ແຂ່ງຂັນ​ນັກຮຽນ​ເກັ່ງ​ລະດັບ​ຊາດ ຊັ້ນ​ມັດ​ທະຍົມ​ຕົ້ນ ແລະ ຊັ້ນ​ມັດທະຍົມ​ປາຍທົ່ວ​ປະເທດ ປະຈຳ​ສົກຮຽນ 2014-2015 ໄດ້​ດຳເນີນ​ໃນ​ລະຫວ່າງວັນ​ທີ 21-24 ເມສາ 2015 ເຊິ່ງຈັດ​ຂຶ້ນ​ທີ່​ມະຫາວິທະຍາໄລ​ແຫ່ງຊາດ ມາ​ເຖິງ​ວັນ​ທີ 24 ເມສາ 2015 ໄດ້​ປິດ​ລົງ​ດ້ວຍ​ຜົນສຳເລັດອັນ​ຈົບງາມ ເຊິ່ງ​ມີ​ນັກ​ສອບເສັງເຂົ້າ​ຮ່ວມ​ທັງ​ໝົດ 156 ຄົນ ຍິງ 52 ຄົນ ໃນ​ນັ້ນ ຂັ້ນ​​ ມ4 ມີ 72 ຄົນ ຍິງ 29 ຄົນ ຂັ້ນ​​ ມ7 ມີ 84 ຄົນ ຍິງ 24 ຄົນ.

ຜົນ​ການ​ສອບເສັງຂັ້ນ​​ ມ4 ໄດ້​ອັນ​ດັບ​ທີ 1 ວິຊາ​ຄະນິດສາດ ທ້າວ ປະ​ກາຍສິດ ລາດ​ຊະ​ວົງ ຈາກ​ໂຮງຮຽນ ​ມສ ວຽງ​ສະຫວັນ ນະຄອນຫຼວງ​ວຽງ​ຈັນ ພາສາລາວ-ວັນນະຄະດີ ນາງ ເພັງ​ນະພາ ລະຖະ​ຈັກ ໂຮງຮຽນ ​ມ​ ຕົ້ນ ນາ​ໂບ ແຂວງ​ຄຳ​ມ່ວນ ຟີ​ຊິກສາດ ນາງ ທິບ​ພາ​ພອນ ອຸດົມ​ວິໄລ ໂຮງຮຽນ ​ມສ ວຽງ​ຈັນ ນະຄອນ​ຫຼວງ​ວຽງ​ຈັນ ແລະ ວິຊາ​ເຄມີ​ສາດ ທ້າວ ວັນນະ​ສິດ ລັດ​ຕະນະ​ຄົມ ໂຮງຮຽນ ​ມສ ປ່ອງ​ຄຳ ແຂວງ​ຫຼວງ​ພະ​ບາງ.

ອັນ​ດັບ​ທີ 2 ວິຊາ​ຄະນິດສາດ ທ້າວ ເປີ​ວ່າງ ຈາກ​ໂຮງຮຽນ ​ມສ ໂພນ​ສະອາດ ແຂວງ​ໄຊ​ສົມບູນ ພາສາ​ລາວ-ວັນນະຄະດີ ນາງ ຂັນ​ທະ​ລີ ເດດ​ວົງ​ພັນ ໂຮງຮຽນ ​ມສ ໂພນ​ໝີ ແຂວງ​ວຽງ​ຈັນ ຟີ​ຊິກ​ສາດ ທ້າວ ຮື​ຊົງ ໂຮງຮຽນ ​ມສ ເມືອງ​ຮຸນ ແຂວງ​ອຸດົມ​ໄຊ ແລະ ວິຊາ​ເຄ​ມີ​ສາດ ທ້າວ ຄິງ ເລືອງ​ວິຫານ ໂຮງຮຽນ ​ມ ​ຕົ້ນ ປາດ​ຖະ​ໜາ ນະຄອນຫຼວງ​ວຽງຈັນ.

ອັນ​ດັບ​ທີ 3 ວິຊາ​ພາສາ​ລາວ-ວັນນະຄະດີ ນາງ ມີນາ ລັດ​ຕະນະ ໂຮງຮຽນ ​ມສ ປ່ອງ​ຄຳ ແຂວງ​ຫຼວງ​ພະ​ບາງ ຟີ​ຊິກ​ສາດ ນາງ ອາ​ເດືອນ ເຮີ ໂຮງຮຽນ ​ມສ ກິ່ວ​ກະ​ຈຳ ແຂວງ​ຫຼວງ​ພະ​ບາງ ແລະ ທ້າວ ເຢັ້ງ​ຢ່າງ ໄຟ​ເນັ່ງ ໂຮງຮຽນ ​ມສ ໄຊ​ສົມບູນ ແຂວງໄຊ​ສົມບູນ.

ສຳລັບ​ຜົນ​ການ​ສອບເສັງ​ຂັ້ນ ມ7 ໄດ້​ອັນ​ດັບ​ທີ 1 ວິຊາ​ຄະນິດສາດ ທ້າວ ສົມບັດ ວິຊາ​ພາສາລາວ-ວັນນະຄະດີ ນາງ ນ້ຳເຜີ້ງ ຈັນ​ທຸມ​ມີ ວິຊາ​ຟີ​ຊິກ​ສາດ ທ້າວ ມົວ​ທໍ່ ດ່າ​ເຊັ່ງ ແລະ ວິຊາ​ເຄ​ມີສາດ ທ້າວ ດົວ ຢ່າງ ທັງ 4 ຄົນ ແມ່ນ​ນັກຮຽນ​ຈາກ​ໂຮງຮຽນ ​ມສ ພອນ​ສະຫວັນ​ຊົນເຜົ່າ ນະຄອນຫຼວງ​ວຽງ​ຈັນ.

ອັນ​ດັບ​ທີ 2 ວິຊາ​ຄະນິດສາດ ທ້າວ ອຸດົມ​ພອນ ເນັ່ງ​ຈື່ ຈາກໂຮງຮຽນ ​ມສ ສັນຕິພາບ ແຂວງຫຼວງ​ພະ​ບາງ ພາສາ​ລາວ-ວັນນະ​ຄະດີ ທ້າວ ຄຳ​ປະສົງ ໂຮງຮຽນ ​ມສ ສັນຕິພາບ ຫຼວງ​ພະບາງ ຟີ​ຊິກ​ສາດ ທ້າວ ໂມງ​ເຮີ ຈື​ລໍ່ ໂຮງຮຽນ ​ມສ ວຽງ​ຈັນ ນະຄອນ​ຫຼວງ​ວຽງ​ຈັນ ແລະ ວິຊາ​ເຄມີ​ສາດ ທ້າວ ສົມ​ປະ​ນິກ ຈະເລີນຜົນ ໂຮງຮຽນ ​ມສ ວຽງ​ຈັນ ນະຄອນ​ຫຼວງ​ວຽງ​ຈັນ.

ອັນ​ດັບ​ທີ 3 ວິຊາ​ຄະນິດສາດ ທ້າວ ມົ່ງ ທໍ່ ຈາກ​ໂຮງຮຽນ ​ມສ ສັນຕິພາບ ແຂວງ​ຫຼວງ​ພະ​ບາງ ພາສາ​ລາວ-ວັນນະຄະດີ ທ້າວ ອ່ອນ​ຕາ ຄືນ​ສະໝອນ ໂຮງຮຽນ ​ມ​ ປາຍ ທ່າ​ແຂກ ແຂວງ​ຄຳ​ມ່ວນ ແລະ ວິຊາ​ເຄ​ມີ​ສາດ ທ້າວ ວິຈິດ ໄຊ​ຕູ້​ເພ ໂຮງຮຽນ ​ມສ ເມືອງ​ຮຸນ ແຂວງ​ອຸດົມ​ໄຊ.

ສ່ວນ​ການ​ແຂ່ງຂັນ​ຖາມ-ຕອບ​ວິທະຍາສາດ ອັນ​ດັບ​ທີ 1 ແມ່ນ​ຈາກ​ແຂວງ​ໄຊ​ຍະ​ບູ​ລີ ອັນດັບ​ທີ 2 ຈາກ​ແຂວງຈຳປາ​ສັກ ອັນ​ດັບ​ທີ 3 ມີ 2 ແຂວງຄື: ແຂວງ​ຫຼວງ​ພະ​ບາງ ແລະ ແຂວງບໍ​ລິ​ຄຳ​ໄຊ ແລະ ໄດ້​ຮັບ​ລາງວັນຊົມເຊີຍ​ແມ່ນ​ແຂວງ​ສະຫວັນ​ນະເຂດ.

ພິທີ​ມອບ​ໃບ​ຍ້ອງຍໍ ແລະ ຂອງຂວັນ​ລາງວັນ ໃຫ້​ແກ່​ນັກສອບເສັງ​ໃນ​ຄັ້ງ​ນີ້ ໄດ້​ຈັດ​ຂຶ້ນ​ທີ່ຫ້ອງ​ປະຊຸມ​ໃຫຍ່​ມະຫາ​ວິທະຍາໄລ​ແຫ່ງ​ຊາດ ໂດຍ​ມີ​ທ່ານ ລີ​ຕູ້ ບົວ​ປາວ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ບັນດາ​ທ່ານ​ຄະນະບໍດີ ຫົວໜ້າ​ກົມ ບັນດາ​ທ່ານ​ຈາກຫ້າງ​ຮ້ານ​ບໍລິສັດ ທັງ​ພາກ​ລັດ-ເອກະ​ຊົນ ທີ່​ໃຫ້ການ​ສະໜັບ​ສະໜູນ ພະນັກງານ​ຄູ-ອາຈານ ພໍ່ແມ່​ຜູ້​ປົກຄອງ​ຍາດ​ມິດ​ເຂົ້າ​ຮ່ວມສະແດງ​ຄວາມ​ຍິນ​ດີ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...