spot_img
Homeຂ່າວທ້ອງຖິ່ນປາກງື່ມ ເລັ່ງແກ້ໄຂລະບົບຈັກສູບນ້ຳ ເພື່ອຕອບສະໜອງການຜະລິດຂອງປະຊາຊົນ

ປາກງື່ມ ເລັ່ງແກ້ໄຂລະບົບຈັກສູບນ້ຳ ເພື່ອຕອບສະໜອງການຜະລິດຂອງປະຊາຊົນ

Published on

20150424082557

ນ້ຳ​ຖື​ເປັນ​ປັດ​ໄຈ​ສຳຄັນ ​ໃນການ​ຊຸກຍູ້-ສົ່ງເສີມ​ການ​ຜະລິດກະສິກຳ​ຂອງ​ພໍ່​ແມ່​ປະຊາຊົນ ​ໃຫ້ໄດ້​ຮັບ​ຜົນ​ຜະລິດ​ທີ່​ມີ​ຄຸນະພາບ ແລະ ປະລິມານ​ທີ່​ສົມບູນ​ຂອງ​ຜະລິດ​ກະສິກຳ ກໍ່​ໄດ້​ຈາກ​ການ​ສະໜອງ​ນ້ຳ​ທີ່​ເໝາະ​ສົມ ເຊິ່ງ​ໃນ​ສົກປີ 2014-2015 ອຳນາດ​ການ​ປົກຄອງ​ເມືອງ​ປາກ​ງື່ມ ນະຄອນຫຼວງວຽງ​ຈັນ (ນວ) ໄດ້​ເອົາໃຈໃສ່ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ສະໜອງນ້ຳ​ເຂົ້າ​ໃນ​ການ​ຜະລິດ​ຂອງ​ປະຊາຊົນ ຄຽງ​ຄູ່​ກັບ​ການ​ປັບປຸງ ແລະ ສ້ອມແປງ​ຈັກສູບນ້ຳປະຕູ​ນ້ຳ ໃຫ້​ມີ​ຄວາມ​ພ້ອມ​ນຳ​ໃຊ້​ຕະຫຼອດເວລາ ເຊິ່ງ​ໄດ້​ສ້ອມແປງ 6 ສະຖາ​ນີ​ສູບ​ນ້ຳ ມູນ​ຄ່າ​ຫຼາຍ​ກວ່າ 450 ລ້ານ​ກີບ.

ເພື່ອ​ແນໃສ່​ຊຸກຍູ້​ການ​ຜະລິດກະສິກຳ​ຂອງ​ປະຊາຊົນ ​ໃຫ້​ຕອບສະໜອງ​ໄດ້​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ສັງຄົມ ກໍ່​ຄື​ສົ່ງເສີມ​ການ​ຜະລິດ​ກະສິກຳ​ໃຫ້ກາຍເປັນ​ສິນຄ້າ​ຫຼາຍ​ຂຶ້ນ ວັນ​ທີ 23 ເມສາ 2015 ຜ່ານ​ມາ​ນີ້ ​ທ່ານ ​ຮສ.​ດຣ. ລິນ​ຄຳ ດວງ​ສະຫວັນ ຫົວໜ້າ​ພະ​ແນກ​ກະສິກຳ ແລະ ປ່າໄມ້ ນະຄອນຫຼວງ​ວຽງ​ຈັນ ພ້ອມ​ຄະນະ ໄດ້​ລົງ​ເຄື່ອນ​ໄຫວຊຸກຍູ້ ແລະ ຕິດຕາມ​ການ​ສະໜອງ​ນ້ຳ ​ແກ່​ການ​ຜະລິດ​ກະສິກຳຂອງ​ປະຊາຊົນ​ເມືອງ​ປາກ​ງື່ມ ເຊິ່ງ​ການເຄື່ອນໄຫວ​ຄັ້ງ​ນີ້ ຫົວໜ້າ​ພະ​ແນກ​ກະສິກຳ ແລະ ປ່າໄມ້ ນວ ພ້ອມ​ຄະນະ ໄດ້​ຮ່ວມ​ພົບປະ​ກັບ​ທ່ານ ວົງ​ເດືອນ ບຸນ​ຍະແສງ ເຈົ້າເມືອງ​ປາກ​ງື່ມ ແລະ ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື ກ່ຽວ​ກັບ​ວຽກ​ງານ​ສົ່ງເສີມ​ການຜະລິດ​ກະສິກຳ​ກັບ​ຫົວໜ້າ ແລະ ພະນັກງານ-ວິຊາ​ການ​ຫ້ອງການກະສິກຳ ແລະ ປ່າໄມ້​ເມືອງ​ດັ່ງກ່າວ.

ໂອກາດ​ດັ່ງກ່າວ​ທ່ານ ທົດ​ສະກັນ ໄກສອນ​ເພັດ ຫົວໜ້າ​ຫ້ອງການ​ກະສິກຳ ແລະ ປ່າໄມ້​ເມືອງ​ປາກ​ງື່ມ ໄດ້​ລາຍ​ງານຫຍໍ້​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ ວຽກ​ງານ​ສົ່ງເສີມ​ການ​ຜະລິດ​ກະສິ​ກຳ​ທົ່ວ​ເມືອງ ໃນ​ປີ 2014 ເຊິ່ງເຫັນ​ໄດ້​ວ່າ: ເມືອງ​ປາກ​ງື່ມ​ມີເນື້ອທີ່​ການ​ຜະລິດ​ເຂົ້ານາ​ປີ 12.660 ເຮັກຕາ ສະມັດ​ທະ​ພາບ 4,3 ໂຕນ​ຕໍ່​ເຮັກຕາ ຜົນ​ຜະລິດ​ໄດ້ 54.438 ໂຕນ ນາແຊງ 4.100 ເຮັກຕາ ສະມັດ​ທະ​ພາບ 4,5 ໂຕນ​ຕໍ່​ເຮັກຕາ ຜົນ​ຜະລິດ​ໄດ້ 22.714 ໂຕນ ລວມ​ຜົນ​ຜະລິດທັງ​ສອງ​ລະດູ​ໄດ້ 73.279 ໂຕນ ການ​ຜະລິດ​ພືດ​ຜັກ​ລະດູແລ້ງ​ເນື້ອທີ່ 400 ເຮັກຕາ ປະຕິບັດ​ໄດ້ 402 ເຮັກຕາ ລື່ນ​ແຜນ 2 ເຮັກຕາ ພືດ​ອຸດສາຫະກຳ 2.650 ເຮັກຕາ ປະຕິບັດ​ໄດ້ 690 ເຮັກຕາ ວຽກ​ງານ​ລ້ຽງສັດ​ທົ່ວ​ເມືອງ ມີ​ຟາມ​ໝູ 19 ແຫ່ງ ມີ​ໝູ 18.600 ໂຕ ຟາມ​ໄກ່ 10 ແຫ່ງ ແລະ ຟາມເປັດ 10 ແຫ່ງ ວຽກ​ງານ​ການ​ປະມົງ ໄດ້​ລົງ​ຕິດຕາມ​ກວດກາ​ການລ້ຽງ​ປາ​ໃສ່​ກະຊັງ​ຂອງ​ນັກ​ລົງທຶນຈີນ ຈຳນວນ 33 ກະຊັງ ມີ​ປາ 7.500 ໂຕ ສະຫຼຸບ​ແລ້ວ 1 ປີ​ຜ່ານມາ ເມືອງ​ປາກ​ງື່ມ​ສາມາດ​ສະໜອງ​ທາດ​ຊີ້ນໄດ້​ທັງ​ໝົດ 5.075,54 ໂຕນ ບໍລິໂພກ​ພາຍໃນ 2.105 ໂຕນ ແລະ ເປັນ​ສິນຄ້າ​ສົ່ງ​ອອກ 2.970,54 ໂຕນ.

ທ່ານ ​ຮສ.​ດຣ. ລິນ​ຄຳ ດວງ​ສະຫວັນ ໄດ້​ສະແດງ​ຄວາມຍ້ອງຍໍ-ຊົມເຊີຍ ຕໍ່​ອຳນາດ​ການປົກຄອງ​ກໍ່​ຄື​ຫ້ອງການ​ກະສິກຳ ແລະ ປ່າໄມ້​ເມືອງ ທີ່​ໄດ້​ເອົາໃຈໃສ່​ຢ່າງ​ຫ້າວຫັນ​ ເຂົ້າ​ໃນ​ວຽກງານ​ຕິດຕາມ​ການ​ຜະລິດ​ກະສິກຳຂອງ​ປະຊາຊົນ ອັນ​ໄດ້​ເຮັດ​ໃຫ້​ພືດຜັກ​ທາງ​ດ້ານ​ກະສິກຳ ແລະ ການສະໜອງ​ທາດ​ຊິ້ນ​ຂອງ​ເມືອງ​ປາກງື່ມ ພຽງພໍ​ກັບ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ພາຍ​ໃນ​ເມືອງ ແລະ ເຫຼືອ​ຂາຍ​ເປັນ​ສິນຄ້າ​ແກ່ຜູ້​ບໍລິໂພກ​ຊາວ ນວ ແຕ່​ເຖິງ​ຢ່າງໃດ​ກໍ່​ຕາມ ຄຽງ​ຄູ່​ກັບ​ຈຸດ​ດີ​ດັ່ງກ່າວ ເພື່ອ​ຮັບປະກັນ​ໄດ້​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ວຽກງານ​ ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ໄລຍະ​ໃໝ່ ອຳນາດ​ການປົກຄອງ ແລະ ປະຊາຊົນ​ເມືອງປາກ​ງື່ມ ຕ້ອງ​ເອົາໃຈໃສ່​ຕື່ມ​ເຂົ້າໃນ​ການ​ຍູ້​ແຮງ​ການ​ຜະລິດ​ເປັນສິນຄ້າ ເປັນຕົ້ນ​ແມ່ນ​ການ​ຫັນເອົາ​ເຕັກນິກ​ວິຊາ​ການ​ທັນ​ສະໄໝ ເຂົ້າ​ໃນ​ການ​ຍົກ​ສູງ​ຄຸ​ນະພາບ ແລະ ປະລິມານ​ຂອງ​ຜົນຜະລິດ​ໃຫ້​ສູງ​ຂຶ້ນ ຫັນ​ການ​ຜະລິດແບບ​ຄອບຄົວ​ໃຫ້​ເປັນ​ການ​ຜະລິດເປັນ​ກຸ່ມ ເພື່ອ​ສ້າງ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ການ​ຕະຫຼາດ ເຊິ່ງໃນຕໍ່ໜ້າ​ຕ້ອງ​ເພີ່ມ​ທະວີ ​ເຂົ້າ​ໃນການ​ປູກ​ພືດ​ຜັກ​ອຸດສາຫະກຳ​ໃຫ້ຂະຫຍາຍຕົວ​ຍິ່ງ​ຂຶ້ນ ຄຽງ​ຄູ່​ກັນນັ້ນ​ ພາກສ່ວນ​ກ່ຽວຂ້ອງ​ຕ້ອງ​ເປັນເຈົ້າ​ການ​ຄຸ້ມ​ຄອງ ແລະ ສະໜອງ​ນ້ຳ​ເຂົ້າ​ໃນ​ການ​ຜະລິດ​ ໃຫ້ພຽງພໍ​ຕາມ​ຄວາມ​ຕ້ອງການ​ຂອງປະຊາຊົນ​ຍິ່ງ​ຂຶ້ນ​ຕື່ມ​ອີກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...