spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄອນ​ແທກ​ເລນສ໌ ບິກ​ອາຍ ງາມ​ສ່ຽງ​ໄພ

ຄອນ​ແທກ​ເລນສ໌ ບິກ​ອາຍ ງາມ​ສ່ຽງ​ໄພ

Published on

download

ຂາຍ​​ເກື່ອນບ້ານເກື່ອນເມືອງ ໃສ່​ກັນເກືອບທຸກຄົນ ສຳລັບ​ຄອນ​ແທກ​ເລນສ໌​ບິກອາຍ ໄອ​ເທັມ​ອັນ ນ້ອຍໆ ​ທີ່​ຊ່ວຍ​ປ່ຽນ​ສາວ​ໜ້າ​ລາວໆ ໃຫ້​ຫວານ​​ໄດ້​ໃຈ ​ແບບ​ເກົາ​ຫລີ ແນ່ນອນ​ວ່າ​​ຈະ​ອອກ​ມາ​ເຕືອນ​ໃຫ້​ລະ​ແວດ​ລະ​ວັງ​ໄພ​ກ່ຽວກັບ​ເຄື່ອງໃຊ້​ປະ​ເພດ​ນີ້ ທັງ​ຍັງມີ​ຫລາຍ​ຕໍ່​ຫລາຍ​ເຄດ​ເປັນ​ບົດ​ຮຽນ​ໃຫ້​ເຫັນ​ແລ້ວ​ວ່າ ຄອນ​ແທກ​ເລນສ໌​ບິກອາຍ​ນັ້ນ​ອັນຕະລາຍ​ກວ່າ​ທີ່​ຄິດ ແຕ່​ສິນ​ຄ້າ​ປະ​ເພດ​ນີ້​ກໍ​ຍັງ​​ຂາຍ​ດີ ມີ​ຕັ້ງ​ແຕ່​ຕະ​ຫລາດ​ນັດ​ໄປ​ຈົນ​ເຖິງ​ຫ້າງ​ສັບ​ພະສິນ​ຄ້າ ຍິ່ງ​ໃນ​ໂລກ​ອອນ​ໄລນ໌​ຍິ່ງ​ຊື້​ຂາຍ​ກັນ​ເມົາ​ມັນ ມັນ​ບໍ່​ຜິດ​ດອກ ຖ້າ​ເຈົ້າ​ຢາກ​ຈະ​ງາມ​ດ້ວຍ​ບິກ​ອາຍ ແຕ່​ເຈົ້າ​ຄວນ​ຮູ້​ເທົ່າ​ທັນ​ມັນ​ນຳ ລວມ​ໄປ​ເຖິງ​ໃຊ້​ຜະລິດຕະພັນ​ເຫລົ່າ​ນີ້​ຢ່າງ​ລະ​ວັງ ກ່ອນ​ທີ່​ດວງ​ຕາ​ຄູ່​ງາມໆ​ຂອງ​ເຈົ້າ​ຈະ​ບອດ​ໄປ​ເສຍ​ກ່ອນ

ກ່ອນ​ອື່ນ​ເຈົ້າ​ຕ້ອງ​ຮູ້​ກ່ອນ​ວ່າ ຄອນ​ແທກ​ເລນສ໌​ບິກອາຍ​ນັ້ນ ຖື​ເປັນ​ພະລິດຕະ​ພັນ​ບໍ່ແມ່ນ​ເຄື່ອງ​ສຳ​ອາງ​ຫລື​ເຄື່ອງ​ປະ​ດັບ ດັ່ງ​ນັ້ນ ຈຶ່ງ​ນັບ​ວ່າ​ເປັນ​ເຄື່ອງ​ມື​ແພດ​ຢ່າງ​ໜຶ່ງ ຊຶ່ງ​ຕ້ອງ​ໄດ້ຮັບ​ອະນຸຍາດ​ຈາກ​ສຳ​ນັກ​ງານ​ຄະນະ​ກຳມະການ​ອາຫານ​ແລະ​ຢາ (ອຍ) ກ່ອນ​ເຖິງ​ຈະ​ນຳ​ເຂົ້າ​ຫລື​ຈຳ​ໜ່າຍ​ໄດ້ ເຊັ່ນ​ນັ້ນ​ແລ້ວ​ກ່ອນ​ທີ່​ເຈົ້າ​ຈະ​ຕັດ​ສິນ​ໃຈ​ຊື້​ບິກ​ອາຍ​ມາ​ໃສ່ ຕ້ອງ​ກວດ​ສອບ​ໃຫ້​ຖີ່​ຖ້ວນ​ກ່ອນ​ວ່າ ບິກ​ອາຍ​ແບ​ລນນັ້ນໆ ໄດ້ຮັບ​ການ​ຮັບຮອງ​ຢ່າງ​ຖືກ​ຕ້ອງ​ຫລື​ບໍ່ ຖ້າ​ບໍ່​ແນ່ໃຈຢ່າ​​ຊື້​ຢ່າງ​ເດັດ​ຂາດ

ການ​ໃສ່​ບິກ​ອາຍ​ໃຫ້​ປອດ​ໄພ​ນັ້ນ ເຈົ້າ​ຈະ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ປິ່ນປົວ​ຄວາມ​ສະ​ອາດ​ຫລາຍ​ໆ ເພາະ​ຢ່າ​ລືມ​ວ່າ​ຄອນ​ແທກ​ເລນສ໌​ຕ້ອງ​ສຳ​ຜັດ​ກັບ​ຕາ​ດຳ​ເຮົາ​ຕະຫລອດ​ເວລາ ຫາກ​ເບິ່ງແຍງ​ແບບ​ບໍ່ດີ​ອາດ​ນຳ​ໄປ​ສູ່​ການ​ຕິດ​ເຊື້ອ​ຂອງ​ຕາ​ດຳ ຫາກ​ເປັນ​​ນ້ອຍໆ ອາດຈະ​ມີ​ອາການ​ພຽງ​ຕາ​ແຫ້ງ ຕາ​ອັກ​ເສບ ຫລື​ເກີດ​ຕຸ່ມ​ທີ່​ເປືອກ​ຕາ ຊຶ່ງ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປິ່ນປົວ ແລະ​ຖ້າ​ໂຊກ​ຮ້າຍ​ເຖິງ​ຂັ້ນ​ເກີດ​ພາ​ວະ​ຕິດ​ເຊື້ອ​ທີ່​ແກ້ວຕາ ກໍ​ນັບ​ເປັນ​ອັນຕະລາຍ​ທີ່​ເຮັດໃຫ້​ເກີດ​ການ​ສູນ​ເສຍ​ດວງ​ຕາ​ໄດ້ ຈຶ່ງ​ຢາກ​ເຕືອນ​ກັນ​ອີກ​ເທື່ອ​ວ່າ ຖ້າ​ຢາກ​ງາມ​ແບບ​ຂາດ​ການ​ສ່ຽງ​ໄພ ສາວົກ​ບິກອາຍ​ກໍ​ຄວນ​ປະຕິບັດ​ຕົວ​ດັ່ງ​ນີ້​

1 ຄວນ​ລ້າງ​ມື​ໃຫ້​ສະ​ອາດ​ດ້ວຍ​​ສະ​ບູກ່ອນ​ສຳ​ຜັດ​ຄອນ​ແທກ​ເລນສ໌

2  ໝັ່ນ​ເບິ່ງ​ເຄັດ​ລັບ​ໃສ່​ບິກ​ອາຍ​ຢ່າ​ງສະໝ່ຳ​ສະເໝີ ແລະ​ ຄວນ​ປ່ຽນ​ກັບ​ໃສ່​ບິກ​ອາຍ​ທຸກ 1-3 ເດືອນ

3  ແຊ່​ບິ໊​ກະ​ອາຍ​ໃນ​ນ້ຳ​ຢາ​ຖິ້ມ​ໄວ້ 1 ຄືນ ກ່ອນ​ໃສ່ ເພື່ອ​ລ້າງ​ສານ​ກັນ​ບູດ​ອອກ​ໄປ

4  ໃຊ້​ນ້ຳ​ລ້າງ​ຄອນ​ແທກ​ເລນສ໌​ຂັດ​ຖູ​ເລນສ໌​ທັງ 2 ດ້ານ ໃຫ້​ສະ​ອາດ​ເປັນ​ເວລາ​ພໍ​ສົມຄວນ ໂດຍ​ໃຊ້​ນິ້ວ​ຖູ​ຄ່ອຍ ໆ ເພື່ອ​ລ້າງ​ຄາບ​ໂປ​ຕີນ ແລະ ​ລະ​ວັງ​ບໍ່​ໃຫ້​ເກີດ​ຮອຍ​ຂູດຈາກ​ເລັບ

5  ຫ້າມ​ໃຊ້​ນ້ຳ​ປະ​ປາ​ຫລື​ນ້ຳ​ເກືອ​ລ້າງ​ບິກ​ອາຍ ເພາະ​ຄໍ​ລີນ​ໃນ​ນ້ຳ​ປະ​ປາ​ອາດຈະ​ເຮັດໃຫ້​ ​ຄອນ​ແທກ​ເລນສ໌​ເສື່ອມ​ສະພາບ ຈີກ​ຂາດ​ງ່າຍ​ສົ່ງ​ຜົນ​ຮ້າຍ​ຕໍ່​ແກ້ວຕາ​ຢ່າງ​ຮຸນແຮງ

6  ຫ້າມ​ໃສ່​ບິກອາຍ​ເກີນ​ມື້​ລະ 8 ຊົ່ວ​ໂມງ ເພາະ​ການ​ໃສ່​ບິ​ກອາຍ​ຈະ​ເຮັດໃຫ້​ດວງ​ຕາ​ຂາດ​ອອກ​ຊິ​ເຈນ ດັ່ງ​ນັ້ນ ຖ້າ​ໃສ່​ຕິດ​ຕໍ່​ກັນ​ຍາວ​ເກີນ​ມື້​ລະ 8 ຊົ່ວ​ໂມງ ກໍ​ຈະ​ເຮັດໃຫ້​ດວງ​ຕາ​ຂາດ​ອອກ​ຊິ​ເຈນ​ໜັກ​ເຂົ້າໄປ​ອີກ

7  ຄົົນທີ່​ເປັນ​ພະຍາດ​ພູ​ມແພ້​ບໍ່​ຄວນ​ໃຊ້​ບິກ​ອາຍ ຫລື​ ໃນ​ບາງກໍລະນີ​ກໍ​ຄວນ​ຫລີກ​ລ້ຽງ ເຊັ່ນ ບຸກ​ຄົນ​ທີ່​ພະຍາດ​ເປືອກ​ຕາ​ຫລື​ເຍື່ອ​ຕາ​ອັກ​ເສບ​ຊຳເຮື້ອ ຄົົນທີ່​ຕາ​ແຫ້ງ​ຫລາຍ ແກ້ວຕາ​ສູງໂນນ ຄົົນທີ່​ຕາ​ໂປ​ຫລາຍ ຫລື ​ຄົົນທີ່​ແກ້ວຕາ​ໂຄ້ງ​ຫລາຍ​ເກີນ​ໄປ​ຈົນ​ຄອນ​ແທກ​ເລນສ໌​ບໍ່​ຕິດ​ຕາ ເປັນ​ຕົ້ນ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...