Homeນານາສາລະ7ອາຫານຕ້ອງຫລີກລ້ຽງຖ້າບໍ່ຢາກເຈັບປວດຕອນເປັນປະຈຳເດືອນ

7ອາຫານຕ້ອງຫລີກລ້ຽງຖ້າບໍ່ຢາກເຈັບປວດຕອນເປັນປະຈຳເດືອນ

Published on

Untitled-1

ປະຈຳ​ເດືອນເປັນ​ໄລຍະ​ເວລາ​ສຸດ​ຍາກ​ລຳ​ບາກ​ຂອງ​ສາວໆເພາະ​ຕ້ອງ​ປະເຊີນ​ກັບ​ອາການ​ກ່ອນ​ມີ​ປະຈຳ​ເດືອນ​ຫລືPMSທີ່​ສົ່ງ​ຜົນ​ກະທົບ​ທັງ​ຮ່າງກາຍເຮັດໃຫ້​ເຈັບ​ທ້ອງ​ຈົນ​ເກືອບລຸກ​ບໍ່​ໄຫວຫລື​ຈະ​ອາການ​ທາງ​ອາລົມ​ທີ່​ເອີ້ນວ່າ​ເກືອບ​ຈະ​ປັ່ນປ່ວນ​ໄດ້​ທຸກ​ນາ​ທີຂໍ​ບອກ​ເລີຍ​​ວ່າ​ອາການ​ເຫລົ່າ​ນີ້​ກໍ​ສາມາດ​ເກີດ​ຂຶ້ນ​ໄດ້​ຈາກ​ການ​ກິນ​ອາຫານ​ບາງ​ຊະນິດ​ເຂົ້າໄປແຕ່​ວ່າ​ຈະ​ເປັນ​ອາຫານ​ຊະນິດ​ໃດ​ນັ້ນ​ເຮົາ​ລອງ​ໄປ​ເບິ່ງ​ອາຫານ​ທັງ7ຊະນິດ​ທີ່​ບອກວ່າ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ໃນ​ໄລຍະ​ມີ​ປະຈຳ​ເດືອນແລະ​ຄວນ​ຫລີກ​ລ້ຽງ​ເປັນ​ຢ່າງ​ຍິ່ງ​ກັນ​ດີກວ່າສາວໆຄົນ​ໃດ​ບໍ່​ຢາກ​ໃຫ້​ໄລຍະ​ມີ​ປະຈຳ​ເດືອນ​ກາຍ​ເປັນ​ໄລຍະ​ເວລາ​ສຸດ​ຮ້າຍແຮງ​ຂອງ​ເດືອນຮີບ​ອ່ານ​ດ່ວນ​ເລີຍ

1

ຊີ້ນສັດຕິດມັນ
ສາວໆຄົນ​ໃດ​ທີ່​ມັກ​ຮັບກິນຊີ້ນ​​ສັດ​ຕິດ​ມັນໃນ​ໄລຍະ​ເປັນ​ປະຈຳ​ເດືອນຢູ່​ຫ່າງໆຈາກ​ຂອງ​ພວກ​ນີ້​ຈະ​ດີກວ່າ​ເພາະ​ໄຂ​ມັນ​ຈາກ​ສັດ​ສ່ວນ​ໃຫຍ່​ແລ້ວ​ເປັນ​ໄຂ​ມັນ​ອີ່ມ​ໂຕ​ເກືອບ​ທັງ​ໝົດ ຊຶ່ງ​​ໄຂ​ມັນ​ອີ່ມ​ໂຕ​ນີ້​​ເປັນ​ສາ​ເຫດ​ຂອງ​ອາການ​ປວດ​ແລະ​ການ​ອັກ​ເສບ​ຕ່າງໆ
ໂດຍ​ສະເພາະ​ຖ້າ​​ສາວໆຄົນ​ໃດ​ທີ່​ມີ​ອາການ​ປວດ​ປະຈຳ​ເດືອນ​ຢູ່​ແລ້ວແລະ​ຍິ່ງ​ກິນ​ຊີ້ນ​ສັດ​ຕິດ​ມັນ​ເຂົ້າໄປ​ນໍາໄຂ​ມັນອີ່ມ​ໂຕ​ໃນ​ຊີ້ນ​ສັດ​ຈະ​ຍິ່ງ​ເຮັດໃຫ້​ອາການ​ຍິ່ງ​ຮ້າຍກວ່າເກົ່າສະ​ນັ້ນ​ບໍ່​ຢາກ​ຈະເຈັບ​ທ້ອງ​ປະຈຳ​ເດືອນ​ຈົນ​ທົນ​ບໍ່​ໄດ້ຫລີກລ້ຽງ​ຊີ້ນ​ສັດ​ຕິດ​ມັນ​ແລ້ວ​ກິນ​ຊີ້ນ​ສັດ​ໄຂ​ມັນ​ໜ້ອຍ​ໄປ​ກ່ອນ​ດີກວ່າຕົວຢ່າງເຊັ່ນ ​ປາແລະ​ຊີ້ນເ​ອິກ​ໄກ່

2

ກະແລ້ມ
ເຮົາ​ອາດຈະ​ເຄີຍ​ໄດ້ຍິນ​ວ່າ​ເວລາ​ເປັນ​ປະຈຳ​ເດືອນ​ຫ້າມ​ກິນ​ກະແລ້ມແຕ່​ກໍ​ສົງ​ໄສ​ວ່າ​ເປັນ​ເພາະ​ຫຍັງ​ເຮົາ​ມາ​ເບິ່ງ​ເຫດຜົນ​ກັນດີກ່ວາ
ສາ​ເຫດ​ທີ່​ຄວນ​ຫລີກ​ລ້ຽງ​ການ​ກິນ​ກະແລ້ມ​ໃນໄລຍະ​ມີ​ປະຈຳ​ເດືອນ​ກໍ​ເພາະ​ວ່າກະແລ້ມ​ເຮັດ​ມາ​ຈາກ​ນົມແລະ​ໃນ​ນົມ​ກໍ​ມີ​ໄຂ​ມັນ​ຢູ່​ສູງຊຶ່ງ​ຈະໃຫ້​ຜົນ​ເຊັ່ນ​ດຽວ​ກັບ​ການ​ກິນຊີ້ນ​ຕິດ​ມັນ​ຖ້າກິນໃນ​ໄລຍະ​ມີ​ປະຈຳ​ເດືອນນອກ​ຈາກ​ນີ້ບໍ່​ວ່າ​ຈະ​ເນີຍ,ຄີມ,ຊີດຫລື​ອາຫານ​ທີ່​ມີ​ສ່ວນ​ປະກອບ​ຂອງ​ຄີມ​ແລະ​ຊີດກໍ​ສາມາດ​ສົ່ງ​ຜົນ​ໃຫ້​ອາການ​ປວດ​ປະຈຳ​ເດືອນ​ຮ້າຍແຮງ​ລົງ​ໄດ້ ສະ​ນັ້ນ​ຄວນ​ຫລີກ​ລ້ຽງ​ທີ່​ມີ​ສ່ວນ​ປະກອບ​ຈາກ​ນົມ​ຈະ​ດີ​ທີ່ສຸດ​

3

ອາຫານ​ແປ​ຮູບ
ອາຫານ​ທີ່​ຜ່ານ​ການ​ແປ​ຮູບ​ແລ້ວ​ແມ່ນ​ຈະ​ສະ​ດວກ​ຕໍ່​ການ​ກິນແຕ່​ສຳລັບ​ສາວໆທີ່​ກຳ​ລັງ​ຢູ່ໃນ​ໄລຍະ​ມີ​ປະຈຳ​ເດືອນເບິ່ງ​ຄື​ຈະ​ເປັນ​ສິ່ງ​ທີ່​ຄວນ​ຫລີກລ້ຽງ​ໃຫ້​ໄກ​ໂດຍ​ສະເພາະ​ອາຫານ​ທີ່​ມີ​ໂຊ​ດຽມ​ສູງ​ເພາະ​ຈະ​ເຮັດໃຫ້​ທ້ອງ​ອືດ​ແລະ​ຮູ້ສຶກ​ບໍ່​ສະບາຍ​​ໂຕສະ​ນັ້ນ​ຄວນ​ຫລີກ​ລ້ຽງ​ອາຫານ​ແປ​ຮູບ​ແລ້ວ​ກິດ​ອາຫານ​ທີ່​ສົດ​ໃໝ່ໂຊ​ດຽມ​ຕ່ຳກັນ​ດີກວ່າ​

4

ຄາ​ເຟ​ອີນ
ສຳລັບ​ຄົົນທີ່​ຕິດ​ກາ​ເຟການ​ຫລີີກລ້ຽງ​ການ​ດື່ມ​ກາ​ເຟ​ຫລື​ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ​ນີ້​​ເປັນ​ສິ່ງ​ທີ່​ຍາກ​ທີ່ສຸດ​ເລີຍແຕ່​ກໍ​ຕ້ອງ​ເຮັດ​ເພາະ​ການ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ​ໃນ​ໄລຍະ​ມີ​ປະຈຳ​ເດືອນ​ຈະ​ເຮັດໃຫ້​ປວດ​ປະຈຳ​ເດືອນ​ຫລາຍ​ຂຶ້ນແຖມ​ຍັງ​ສົ່ງ​ຜົນ​ໃຫ້​ນອນ​ຫລັບ​ຍາກແລະ​ເກີດ​ອາລົມ​ຊຶມ​ເສົ້າ​ໄດ້​ຫລາຍ​ຂຶ້ນ​ນໍາອີກ​ແຕ່​ຖ້າ​ຢາກ​ດື່ມ​ແທ້ໆກໍ​ຄວນ​ປ່ຽນ​ມາ​ດື່ມ​ຊາ​ຈະ​ດີ ກວ່າເພາະ​ຊາ​ບາງ​ຊະນິດ​ກໍ​ບໍ່​ມີ​ຄາ​ເຟ​ອີນຫລື​ຖ້າ​ມີ​ກໍ​ມີ​ໃນ​ປະລິມານ​ໜ້ອຍກວ່າ

5

ຂອງ​ຫວານໆ
ຫລາຍ​ຄົນ​ເວລາ​ທີ່​ເປັນ​ປະຈຳ​ເດືອນ​ກໍ​ມັກ​ຈະ​ຮູ້ສຶກ​ຢາກ​ກິນຂອງ​ຫວານ​ມາ​ເປັນ​ພິເສດແຕ່​ການ​ກິນ​ຂອງ​ຫວານ​ໃນ​ໄລຍະ​ມີ​ປະຈຳ​ເດືອນ​ນີ້​ຈະ​ຍິ່ງ​ເຮັດໃຫ້​ອາການ​ໄລຍະມີ​ປະຈຳ​ເດືອນ​ຂອງ​ເຈົ້າ​ບໍ່ດີກວ່າເກົ່າເຖິງແມ່ນວ່າ​ຂອງ​ຫວານ​ທີ່​ມີ​ນ້ຳ​ຕານ​ສູງ​ຈະ​ຊ່ວຍ​ໃຫ້​ເຈົ້າ​ອາລົມ​ດີແຕ່​ກໍ​ເປັນພຽງ​ໄລຍະ​ເວລາ​ສັ້ນໆເພາະ​ຫລັງ​ຈາກ​ນັ້ນ​ຂອງ​ຫວານ​ເຫລົ່າ​ນີ້​ຈະ​ເຮັດໃຫ້​​ເຈັບ​ທ້ອງ​ປະຈຳ​ເດືອນ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກຫລີກລ້ຽງ​ຂອງ​ຫວານ​ກັນ​ດີກວ່າ​ຖ້າ​ຢາກ​ຈະ​ກິນ​ຂອງ​ຫວານ​ແທ້ໆແນະ​ນຳ​ໃຫ້​ຮັບກິນ​ຫມາກໄມ້​ດີກວ່າ

6

ເຄື່ອງ​ດື່ມ​ແອວກໍ​ຮໍ
ສິ່ງນີ້​ຄື​ສັດຕູ​ຕົວ​ແທ້​ຂອງ​ສາວໆໃນ​ໄລຍະ​ມີ​ປະຈຳ​ເດືອນການ​ດື່ມ​ເຄື່ອງ​ດື່ມ​ແອວ​ກໍ​ຮໍ​ໃນ​ໄລຍະມີ​ປະຈຳ​ເດືອນ​ຈະ​ສົ່ງ​ຜົນ​ໃຫ້​ອາການ​ໄລຍະມີ​ປະຈຳ​ເດືອນ​ໜັກ​ຂຶ້ນແຖມ​ຍັງ​ສົ່ງ​ຜົນ​ໃຫ້​ເຈັບທ້ອງ​ປະຈຳ​ເດືອນ​ແບບ​ສຸດໆເລີຍເພາະ​ແອວ​ກໍ​ຮໍ​ມີ​ລິດ​ເຊັ່ນ​ດຽວ​ກັບ​ຢາລົດ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ເລືອດແລະ​ເຮັດໃຫ້​ລະບົບ​ໄຫລ​ວຽນ​ເລືອດ​ເພີ່ມ​ຂຶ້ນອັນ​ເປັນ​ສາ​ເຫດ​ຂອງ​ຄວາມ​ຮູ້ສຶກ​ອັດ​ອັດ​ບໍ່​ສະບາຍ​ໂຕໂດຍ​ອາການ​ເຫລົ່າ​ນີ້​ຈະ​ເລີ່ມ​ເກີດ​ຂຶ້ນ​ຫລັງ​ພຽງແຕ່​ດື່ມ​ເຂົ້າໄປຖ້າ​ບໍ່​ຢາກ​ໃຫ້​ໄລຍະ​ມີ​ປະຈຳ​ເດືອນ​ຈະ​ຮ້າຍແຮງ​ຈົນ​ເຮັດຫຍັງ​ບໍ່​ໄດ້ຫລີກລ້ຽງ​ແລ້ວ​ຫັນ​ມາ​ດື່ມ​ຊາ​ຮ້ອນ​ໆດີກວ່າ​

สูตรเบเกอรี่_นิวยอร์คชีสเค้ก_อร่อยเหาะ

ເບ​ເກີລີ
ອາຫານ​ຊະນິດ​ສຸດ​ທ້າຍ​ທີ່​ຄວນ​ຫລີກ​ລ້ຽງ​ໃນ​ໄລຍະ​ມີ​ປະຈຳ​ເດືອນ​ກໍ​ຄື​ບັນດາ​ເຂົ້າໜົມກອບ​ຕ່າງໆທີ່​ຂາຍ​ກັນ​ຢູ່​ຕາມ​ທ້ອງຕະຫ​ລາດ​ເພາະ​ອາຫານ​ເຫລົ່າ​ນີ້​ນອກ​ຈາກ​ຈະ​ມີ​ນ້ຳ​ຕານ​ແລ້ວ​ກໍ​ຍັງ​ເປັນ​ອາຫານ​ທີ່​ມີ​ໄຂ​ມັນ​ຊານ​ຊຶ່ງ​ເປັນ​ອັນຕະລາຍ​ຢູ່ໃນ​ປະລິມານ​ຫລາຍ​ນໍາອີກ​ແລະ​ໄຂ​ມັນ​ຊານນີ້​ທີ່​ເປັນ​ໂຕທີ່​ເຮັດໃຫ້​ລະ​ດັບ​ຮໍໂມນ​ເອດ​ໂຕ​ເຈນ​ເພີ່ມ​ສູງ​ຂຶ້ນສົ່ງ​ຜົນ​ໃຫ້​ເກີດ​ອາການ​ປວດ​ຢ່າງ​ກະ​ທັນ​ຫັນ​ໃນ​ມົດລູກດັ່ງ​ນັ້ນ​ໃນ​ໄລຍະ​ມີ​ປະຈຳ​ເດືອນ​ນີ້​ຫັນ​ມາ​ກິນ​ເຂົ້າໜົມ​ປັງ​ທີ່​ມີ​ໄຟ​ເບີ​ສູງ​ກ່ອນ​ຈະ​ດີກວ່າເພື່ອ​ທີ່​ຈະ​ໄດ້​ບໍ່​ຕ້ອງ​ມາ​ເຈັບທ້ອງ​ພາຍຫລັງ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...