Homeນານາສາລະສັບພະຄຸນຫວ້ານຫາງແຂ້ 7 ປະການບຳບັດອາການປ່ວຍໄດ້

ສັບພະຄຸນຫວ້ານຫາງແຂ້ 7 ປະການບຳບັດອາການປ່ວຍໄດ້

Published on

Aloe-Vera

ຫວ້ານ​ຫາ​ງ​​ແຂ້ພືດ​ສະ​ໝຸນ​ໄພ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງກາຍ​ຫລາຍ​ຢ່າງເບິ່ງແຍງ​ທັງ​ຜິວ​ໜັງ​ແລະ​ດີ​ຕໍ່​ຄວາມ​ງາມສຳລັບ​ໃຜ​ທີ່​ຍັງ​ບໍ່​ຮູ້​ວ່າ​ຫວ້ານ​ຫາ​ງ​​ແຂ້​ມີ​ສັບ​ພະຄຸນ​ແບບໃດ​ນຳມື້​ນີ້​ເຮົາ​ຈະ​ມາ​ແນະ​ນຳ​ໃຫ້​ຮູ້​ດັ່ງ​ນີ້​

1.ລຸດ​ຮອຍ​ໄໝ້​ຈາກ​ການ​ສາຍ​ລັງສີ
ຜູ້​ປ່ວຍ​ທີ່​ຕ້ອງ​ຮັບ​ການ​ສາຍ​ລັງສີ​ຍ່ອມ​ມີ​ຮອຍ​ໄໝ້​ເກີດ​ຂຶ້ນ​ທີ່​ຜິວ​ແນ່ນອນແຕ່​ສາມາດ​ນຳ​ຫວ້າ​ນ​ຫາ​ງ​ແຂ້​ມາ​ປະ​ຄົບ​ຜິວ​ທີ່​ເກີດ​ຮອຍ​ໄໝ້​ຫລັງ​ເຮັດ​ຄີ​ໂມ​ໄດ້ແຖມ​ຍັງ​ຊ່ວຍ​ບັນ​ເທົາ​ອາການ​ປວດ​ແສບ​ປວດ​ຮ້ອນ​ໄດ້​ດີ​ແລະ​ຊ່ວຍ​ໃຫ້​ຜູ້​ປ່ວຍ​ຟື້ນ​ໂຕ​ວ່ອງໄວ​ຂຶ້ນ​

2.ປິ່ນປົວ​ບາດແຜ​ທີ່​ເກີດ​ຈາກ​ຂອງ​ມີຄົມ
ຖ້າ​ມີ​ບາດແຜ​ທີ່​ເກີດ​ຈາກ​ຂອງ​ມີ​ຄົມ​ບາດ​ຫລື​ແມ່ນແຕ່​ບາດແຜ​ເຖີກ​ສາມາດ​ນຳ​ຫວ້ານ​ຫາ​ງ​ແຂ້​ທີ່​ມີ​ເມືອກ​ຢູ່​ມາ​ແປະ​ລົງ​ໄປ​ເທິງ​ແຜ​ໄດ້​ເພາະ​ລິດ​ຈາກ​ເມືອ​ກຫວ້ານ​ຫາ​ງແຂ້​ຈະ​ຊ່ວຍ​ເລັ່ງ​ໃຫ້ບາດ​ແຜ​ເກີດ​ກາ​ນຈອດກັນໄດ້​ໄວ​ຍິ່ງ​ຂຶ້ນ

 

3.ບັນ​ເທົາ​ອາການ​ເຈັບຫົວ
ໃຫ້​ຕັດ​ເອົາ​ໃບ​ສົດ​ຈາກ​ຕົ້ນ​ມາ​ຈາກ​ນັ້ນ​ທາ​ດ້ວຍ​ປູນ​ແດງ​ບໍລິເວນ​ຫາງແຂ້ເພື່ອ​ປະ​ຄົບ​ບໍລິ​ ເວ​ນກ້າມຄໍລວມ​ເຖິງ​ຈຸດ​ທີ່​ເກີດ​ອາການ​ປວດ​ກໍ​ຈະ​ຊ່ວຍ​ໃຫ້​ອາການ​ເຈັບຫົວບັນເທົາລົງ

4.ຟື້ນ​ບຳ​ລຸງ​ຜິວ​ຫລັງ​ອອກ​ແດດ
ນຳ​ຫວ້ານ​ຫາ​ງ​ແຂ້​ມາ​ລ້າງ​ໃຫ້​ສະ​ອາດ​ຈາກ​ນັ້ນ​ທາ​ຜິວ​ທີ່​ເກີດ​ບັນຫາ​ໄໝ້​ແສບ​ຮ້ອນ​ຈາກ​ແດດສຳລັບ​ໃຜ​ທີ່​ມີ​ຜິວ​ແຫ້ງ​ຫລາຍ​ໆອາດ​ປະສົມ​ກັບ​ນ້ຳ​ມັນ​ມະ​ພ້າວ​ເພື່ອ​ຊ່ວຍ​ເພີ່ມ​ຄວາມ​ອ່ອນໂຍນ​ໃຫ້​ຜິວເຮັດໃຫ້​ຜິວ​ນຸ່ມ​ຊຸ່ມ​ຊື່ນ​ຫລາຍ​ຂຶ້ນ​ໄດ້​

5.ປິ່ນປົວ​ຝີ​ແລະ​ລິດ​ສີ​ດວງ​ທະວານ
ໃຫ້​ເຮັດ​ຄວາມ​ສະ​ອາດ​ຜິວ​ໃນ​ສ່ວນ​ທີ່​ເກີດ​ພະຍາດ​ຈົນ​ແຫ້ງ​ຈາກ​ນັ້ນ​ໃຊ້​ວຸ້​ນຫວ້ານ​ຫາ​ງແຂ້​ແປະ​ລົງ​ເທິງ​ບາດແຜຖ້າ​ເປັນ​ທະວານ​ໜັກ​ກໍ​ໃຫ້​ປອກ​ເປືອກ​ວຸ້ນ​ຈົນ​ກາຍ​ເປັນ​ທ່ອນລ້າງ​ນ້ຳ​ໃຫ້​ສະ​ອາດ​ແລ້ວ​ນຳ​ໄປ​ແຊ່​ຕູ້​ເຢັນ​ຈົນ​ແຂງຈາກ​ນັ້ນ​ນຳ​ມາ​ໃຊ້​ສອດ​​ເຂົ້າໄປ​ຍັງ​ຊ່ອງ​ທະວານ​ໜັກເຮັດ​ມື້​ລະ1-2 ເທື່ອ​ຈະ​ຊ່ວຍ​ບັນ​ເທົາ​ອາການ​ຂອງ​ພະຍາດ​ລິດ​ສີ​ດວງ​ທະວານ​ໃຫ້​ດີ​ຂຶ້ນ​ໄດ້

6.ຊ່ວຍ​ປິ່ນປົວ​ບາດແຜ​ໄຟ​ໄໝ້​ແລະ​ແຜ​ນ້ຳ​ຮ້ອນ​ລ​ວກ
ນຳ​ວຸ້​ນຫວ້ານ​ຫາ​ງແຂ້​ສົດ​ທີ່​ລ້າງ​ຢາງ​ອອກ​ແລ້ວ​ມາ​ປະ​ຄົບ​ຜິວ​ບໍລິເວນ​ທີ່​ເກີດ​ບັນຫາກໍ​ຈະ​ຊ່ວຍ​ລຸດ​ອາການ​ແສບ​ຮ້ອນຊ່ວຍ​​ໃຫ້ແຜ​ຈອດກັນແລະ​ເຮັດໃຫ້​ບໍ່​ເກີດ​ຮອຍ​ແຜ​ເປັນ​ນໍາ

7.ຊ່ວຍ​ບັນ​ເທົາ​ອາການ​ເຈັບແຂ້ວ
ໃຫ້​ຕັດ​ເອົາ​ຊີ້ນຫ​ວ້ານ​ຫາ​ງ​ແຂ້​ອອກ​ມາ​ເປັນ​ທ່ອນ​ນ້ອຍ​ໆຍາວ​ປະ​ມານ2-3ຊັງ​ຕີ​ແມັດ​ແລ້ວ​ນຳ​ໄປ​ແຍ່​ຕາມ​ຊອກ​ແຂ້ວ​ບໍລິເວນ​ທີ່​ເກີດ​ອາການ​ເຈັບ​ຫລື​ອາດຈະ​ປະ​ຄົບ​ຖິ້ມ​ໄວ້​ກໍ​ໄດ້​ ໂດຍ​ຈະ​ໃຊ້​ເວລາ​ປະ​ມານ30ນາ​ທີອາການ​ເຈັບ​ກໍ​ຈະ​ຄ່ອຍ​ໆຫລຸດລົງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...