spot_img
Homeຊີວິດແລະຄວາມຮັກພໍ່ກັບແມ່ເຂົ້າໃຈຜິດ!!!

ພໍ່ກັບແມ່ເຂົ້າໃຈຜິດ!!!

Published on

ພໍ່ແມ່ບອກໃຫ້ຕັ້ງໃຈຮຽນຈະໄດ້ຈົບມາເຮັດວຽກດີໆ ບອກໃຫ້ດຸໝັ່ນ ຂະຫຍັນພຽນ ເຮັດວຽກຫຼາຍໆ ຈະໄດ້ມີເງິນເດືອນສູງໆ

ໄປໂຮງຮຽນຄູກໍບອກເຮົາແບບດຽວກັບພໍ່ແມ່ເລີຍ!!
3 ປີຮຽນອະນຸບານ
5 ປີຮຽນປະຖົມ
6 ປີຮຽນມັດທະຍົມ
5 ປີຮຽນມະຫາວິທະຍາໄລ
19 ປີຮຽນມາເກືອບຕາຍ
ໝົດເງິນໄປບໍ່ຮູ້ເທົ່າໃດ ຈົບມາກະເປັນຂີ້ຂ້າຫ້ອງແອ ເງິນເດືອນບໍ່ພໍທໍ່ໃດກີບ
ເຈົ້ານາຍກໍ່ໜ້າເງິນ
ເພື່ອນຮ່ວມງານກໍ່ຂີ້ອິດສາ
ອັນອີ່ລູກຄ້າອີກກໍ່ຂີ້ສໍ້!!
ອົດໆໆໆ
ອົດໆມາ 3ປີ ກະຫາບ່ອນເຮັດວຽກໃໝ່
ພໍໄດ້ ອ້າວວວວ!!
ບ່ອນໃໝ່ ກໍ່ບໍ່ຕ່າງຈາກບ່ອນເກົ່າ
ເຮົາພຽງແຕ່ປ່ຽນບ່ອນທຸກ!!
ຕື່ນມາແທນທີ່ຈະໄດ້ກິນກາເຟ ອ່ານຫນັງສືທີ່ມັກອ່ານ ກົງກັນຂ້າມພັດຕ້ອງຮີບຮ້ອນແລ່ນໄປ ສະແກນລາຍນິ້ວມື ຜ່ານເສັ້ນທາງທີ່ລົດຕິດ ໄປຂັງໂຕເອງຢູ່ຫ້ອງສີ່ລ່ຽມແຕ່ເຊົ້າ
ສວາຍ ຢາກກິນເຂົ້າຮ້ານແມ່ປ້າຂາປະຈຳແຕ່ກໍ່ໄກ
ເຮັດໄດ້ພຽງກິນເຂົ້າໃກ້ກັບຫ້ອງການ ເພາະຢ້ານກັບເຂົ້າວຽກບໍ່ທັນເວລາ! ຕົກຄ່ຳຈຶ່ງໄດ້ອອກຈາກຫ້ອງການ ກັບຮອດເຮືອນກໍຄ່ຳມືດ
ຢາກອອກໄປນອກຈາກມື້ລະ 3ເທື່ອຫລັງອາຫານ ກໍເຮັດບໍ່ໄດ້ເພາະດາວລົດ ຄາຄ່າບັດເຄຼດິດອີກ 2-3ໃບ ລາອອກໄປມີຫວັງກັບໄປ ນັ່ງລົດເມຄືເກົ່າ!!
ຊີວິດຄ່ອຍໆຍ່າງຖອຍຫຼັງລົງເທື່ອລະກ້າວ
ຜ່ານໄປ 10 ປີ ມີລູກ ແຮ່ງຕ້ອງລະວັງ
ຕົກງານມາບໍ່ແມ່ນເຮົາຄົນດຽວທີ່ອົດຕາຍ ໄປເຮັດວຽກດ້ວຍຄວາມຈຳຍອມ
ເຈົ້ານາຍຈະໃຊ້ປານຂີ້ຂ້າກໍ່ຕ້ອງທົນ
ແຕ່ກໍແປກດີເນາະ….
ເຮົາພໍ້ແບບນີ້ມາ ເຮົາກໍ່ຍັງໄປສອນລູກເຮົາຕໍ່ອີກວ່າ “ຕັ້ງໃຈຮຽນເດີ ໃຫຍ່ຂຶ້ນຈະໄດ້ເຮັດວຽກດີໆ”
ສຸດທ້າຍພໍເຮົາຕາຍໄປ
ເຮົາບໍ່ໄດ້ຖິ້ມຫຍັງໃວ້ໃຫ້ລູກເລີຍ
ແຕ່ເຮົາຖິ້ມ ອາຊີບລູກຈ້າງໃວ້ໃຫ້ລູກເຮົາ
ເຮັດວຽກໃຫ້ບໍລິສັດຄົນອື່ນໃຫ້ຄົນອື່ນລວຍ
ນັ້ນຄື ລູກເຮົາ ນັ້ນເອງ!!
ຄິດງ່າຍໆເດີ
ເຖົ້າແກ່ ຮ້ານຂາຍເຂົ້າຈີ່ຕາຍໄປ ລາວກໍ່ຍັງຖິ້ມກິດຈະການ ຮ້ານຂາຍເຂົ້າຈີ່ໃວ້ໃຫ້ລູກ
ລູກລຸ້ນຕໍ່ໄປເປັນເຖົ້າແກ່…
ລຸງດຳ ທີ່ເຮັດວຽກໃຫ້ຮ້ານຂາຍເຂົ້າຈີ່ ລຸງດຳຕາຍໄປ ລຸງດຳຈະມີຫຍັງຖິ້ມໃວ້ໃຫ້ລູກ?
ຄົນຈະລວຍ ຄົນຈະຈົນ
ມັນບໍ່ໄດ້ຕ່າງກັນທີ່ຈຳນວນເງິນ
ມັນຕ່າງກັນທີ່ວິທີຄິດ!!
ເຈົ້າຢາກເຫັນຕົວເອງຕອນອາຍຸ 60ປີ ເປັນແບບໃດມັນຂຶ້ນຢູ່ກັບການຄິດການເຮັດໃນມື້ນີ້
ເລີກເຮັດໃຫ້ຄົນອື່ນລວຍ ມາເຮັດໃຫ້ຕົວເອງລວຍ ແລ້ວກໍຢ່າທຳທ່າໂງ່ດ້ວຍການບອກວ່າ ຄ້າຂາຍບໍ່ເປັນເຮັດທຸລະກິດບໍ່ເປັນ ຕອນອອກມາຈາກທ້ອງແມ່ ເຮັດກັນຍັງບໍ່ເປັນ ເປັນຫຍັງຕອນນີ້ຄືເຮັດໄດ້ທຸກທ່າ???
ຮຽນຮູ້ ສຶກສາເລີ່ມຈາກສິ່ງທີ່ຕົວເອງມັກຢາກເຮັດ ເຮັດແລ້ວມີຄວາມສຸກ ທຳອິດອາດຈະເຈ໊ງ
ເຈ໊ງກໍຊ່າງມັນ ຍິ່ງເຈ໊ງຍິ່ງເກັ່ງ ຄືກັບຮຽນຂີ່ລົດຖີບນັ້ນແຫລະ ຕ້ອງມີລົ້ມນຳ ເລືອກເອົາ
ຈະລົ້ມຕອນນີ້ ຕອນທີ່ຍັງມີແຮງລຸກໄດ້ໄວ ຫລືລົ້ມຕອນອາຍຸ 60 ລົ້ມມານີ້ຕາຍເລີຍບໍ່???

ຄັດມາຈາກ: https://www.facebook.com/photo.php?fbid=10205010753123009&set=a.1433312107292.2057948.1067601303&type=1

ແປໂດຍ: ນິວັດ ຂຸນພິທັກ 22 ເມສາ 2015

ແນວໃດກໍຕາມບົດຄວາມບໍ່ໄດ້ບອກວ່າ ການສຶກສາມັນເປັນເລື່ອງບໍ່ດີ ແຕ່ມັນຢູ່ທີ່ວ່າເຮົາຈະຮຽນຫຍັງ ຫຼືຮຽນເຮັດຫຍັງຫຼາຍກວ່າ ລູກເຈົ້າຂອງບໍລິສັດກໍຍ່ອມໄດ້ຮັບອິດທິພົນ ຈາກການຄ້າຂາຍແລະວິທີເຮັດທຸລະກິດ, ລູກຊາວກະສິກອນກໍຍ່ອມຮູ້ວິທີການ ປູກຝັງລ້ຽງສັດແລະທຳການຜະລິດ, ການຮຽນຍາມໃດກໍເປັນສິ່ງທີ່ປະເສີດ ແລະມັນຈະປະເສີດທີ່ສຸດຖ້າການຮຽນນັ້ນ ໄດ້ຖືກໃຊ້ໄປປະກອບອາຊີບ ຈົນປະສົບຜົນສຳເລັດໃນຊີວິດ. ແອັດມິນຊຽງ

ທ່ານປະທັບໃຈກັບບົດຄວາມນີ້ບໍ ການສົ່ງຕໍ່ຂອງທ່ານເປັນການໃຫ້ທຳມະທານ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...