spot_img
Homeຂ່າວການສຶກສາມີນັກຮຽນຫຼາຍກວ່າ 200 ຄົນ ເຂົ້າຮ່ວມການສອບເສັງນັກຮຽນເກັ່ງ ລະດັບຊາດ!

ມີນັກຮຽນຫຼາຍກວ່າ 200 ຄົນ ເຂົ້າຮ່ວມການສອບເສັງນັກຮຽນເກັ່ງ ລະດັບຊາດ!

Published on

20150421124137

ເພື່ອ​ເປັນ​ການ​ສ້າງ​ໂອກາດໃຫ້​ກັບ​ນັກຮຽນ ໄດ້​ສະແດງ​ອອກທາງ​ດ້ານ​ພອນ​ສະຫວັນ ດ້ານຄວາມ​ຮູ້ ຄວາມ​ສາມາດ ຫົວຄິດປະດິດ​ສ້າງ​ຂອງ​ຕົນ​ເອງ ສົ່ງເສີມການ​ຮຽນ-ການ​ສອນ ໃນ​ໂຮງຮຽນ​ໃຫ້​ມີ​ບັນຍາກາດ ​ສ້າງ​ໂອກາດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ແລະ ມີ​ມາດຕະຖານ​ຄວາມ​ຮູ້ໃຫ້​ຫຍັບ​ເຂົ້າ​ໃກ້​ໃນ​ລະດັບ​ພາກພື້ນ ແລະ ສາກົນ ເປັນ​ການ​ທົບທວນ​ກວດ​ສອບ​ການ​ສິດສອນ​ຮ່ຳຮຽນ​ຂອງ​ນັກຮຽນ ແລະ ຄູ-ອາຈານ ອີກ​ທັງ​ເປັນ​ການ​ເປີດ​ໂອກາດ​ໃຫ້​ນັກຮຽນ​ທີ່​ແຂ່ງຂັນ​ໄດ້​ອັນ​ດັບ​ທີ 1 ທີ 2 ແລະ 3 ໄດ້​ຮັບ​ການສະໜັບສະໜູນໃນ​ລະດັບ​ສູງ​ຕໍ່ໄປ.

ການ​ສອບເສັງ​ແຂ່ງຂັນ​ນັກຮຽນ​ເກັ່ງ​ລະດັບ​ຊາດ ໄດ້​ຈັດ​ຂຶ້ນໃນ​ລະຫວ່າງ​ວັນ​ທີ 21-24 ເມສາ 2015 ໂດຍການ​ເປັນ​ປະທານຂອງ​ທ່ານ ລີ​ຕູ້ ບົວ​ປາວ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິ​ການ ແລະ ກີລາ ທ່ານ​ຫົວໜ້າ​ກົມ ຫົວໜ້າ​ຫ້ອງການ ພະແນກ​ການ ພະນັກງານ​ຄູ-ອາຈານ ພໍ່​ແມ່ຜູ້​ປົກຄອງ​ຂອງ​ນັກຮຽນ​ເຂົ້າ​ຮ່ວມ​ເປັນກຳລັງ​ໃຈ ​ສູນສອບເສັງ​ແຂ່ງຂັນ​ນັກຮຽນ​ຂັ້ນ ປ5 ແມ່ນ​ຈັດ​ຢູ່​ສະຖານ​ບັນ​ຄົ້ນຄວ້າ​ວິທະຍາສາດ​ການ​ສຶກ​ສາ ສ່ວນ​ຂັ້ນ ມ4 ແລະ ມ7 ຈັດ​ຢູ່​ສະໂມ​ສອນ ມະຫາວິທະຍາໄລ​ແຫ່ງຊາດ.

ສະເພາະ​ຂັ້ນ ປ5 ສອບເສັງ 3 ວິຊາຄື: ວິ​ສາ​ພາສາ​ລາວ ຄະນິດ​ສາດ ແລະ ວິຊາ​ໂລກ​ອ້ອມຕົວ ສະເພາະ​ໃນ​ສົກຮຽນ 2014-2015 ແມ່ນ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 6 ມີ​ຕົວ​ແທນ​ນັກຮຽນ​ເກັ່ງ​ຂອງ 17 ແຂວງ 1 ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ​ການ​ສອບເສັງ​ວິຊາ​ລະ 1 ຄົນ ມີ​ຜູ້​ເຂົ້າ​ຮ່ວມ​ການ​ສອບເສັງ​ທັງ​ໝົດ 54 ຄົນ ຍິງ 37 ຄົນ ສ່ວນ ມ4 ແລະ ມ7 ສອບເສັງ 4 ວິຊາຄື: ວິຊາ​ພາສາ​ລາວ-ວັນນະ​ຄະດີ ຄະນິດສາດ ຟີ​ຊິກ​ສາດ ແລະ ວິຊາ​ເຄ​ມີ​ສາດ ລວມ​ຜູ້​ເຂົ້າສອບເສັງ ມ4 ແລະ ມ7 ມີ​ທັງໝົດ 156 ຄົນ ຍິງ 52 ຄົນ ໃນນັ້ນ ຂັ້ນ ມ4 ມີ 72 ຄົນ 29 ຄົນ ຂັ້ນ ມ7 ມີ​ທັງ​ໝົດ 84 ຄົນ ຍິງ 24 ຄົນ.

ມາ​ພ້ອມ​ກັນ​ຮ່ວມ​ເປັນ​ກຳລັງໃຈ​ໃຫ້​ກັບ​ບັນດາ​ຕົວ​ແທນ​ນັກຮຽນ​ເກັ່ງ ທີ່​ເຂົ້າ​ຮ່ວມ​ສອບເສັງແຂ່ງຂັນ​ນັກຮຽນ​ເກັ່ງ​ລະດັບ​ຊາດ ປະຈຳ​ສົກຮຽນ 2014-2015 ວ່ານັກຮຽນ​ໂຮງຮຽນ​ໃດ ແລະ ແຂວງ​ໃດ ຈະ​ສາມາດ​ຮັກສາ​ມູນເຊື້ອ ແລະ ສ້າງ​ສະຖິຕິ​ໃໝ່​ໃຫ້​ກັບແຂວງ​ຂອງ​ຕົນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...