Homeນານາສາລະເຕົ້າຮູ້ອາຫານສຸດປະຢັດກັບຄຸນສົມບັດທາງສານອາຫານຊັ້ນດີ

ເຕົ້າຮູ້ອາຫານສຸດປະຢັດກັບຄຸນສົມບັດທາງສານອາຫານຊັ້ນດີ

Published on

SAMSUNG

ປະໂຫຍດ​ຈາກ​ເຕົ້າ​ຮູ້ທີ່​​ອາດ​ຄິດບໍ່​ຮອດ

ເຕົ້າຮູ້ເປັນ​ຜະລິດຕະພັນ​ຈາກ​ຖົ່ວ​ເຫລືອງ​ທີ່​ຫາ​ກິນ​ໄດ້​ງ່າຍລາ​ຄາ​ບໍ່​ແພງແລະ​ມີ​ປະໂຫຍດ​ຕໍ່​ສຸຂະພາບເພາະ​ເປັນ​ອາຫານ​ທີ່​ມີ​ຄຸນຄ່າ​ທາງ​ໂພສະ​ນາ​ການ​ສູງແລະ​ເປັນ​ແຫລ່ງ​ຂອງ​ໂປ​ຕີນ​ຄຸນນະພາບເນື່ອງ​ຈາກ​ໃນ​ປະລິມານ​ທີ່​ເທົ່າ​ກັນເຕົ້າ​ຮູ້​ຈະ​ມີ​ໂປ​ຕີນ​ຫລາຍກວ່າ​ຊີ້ນ​ສັດ​ບາງ​ຊະນິດ​ເຖິງ2ເທົ່າແຕ່​ມີ​ໄຂ​ມັນ​ໜ້ອຍ​ກວ່າ4ເທົ່າແລະ​ມີ​ໄຂ​ມັນ​ຊະນິດ​ບໍ່ດີ​ໜ້ອຍ​ກວ່າ​ເຖ7ເທົ່າ

ນອກ​ຈາກ​ນີ້ໂປ​ຕີນ​ໃນ​ເຕົ້າ​ຮູ້ຍັງ​ປະກອບ​ໄປ​ດ້ວຍ​ກົດ​ອະ​ມິ​ໂນ​ຈຳ​ເປັນ​ທັງ8ຊະນິດ​ທີ່​ຮ່າງ​ກາຍ​ບໍ່​ສາມາດ​ສັງ​ເຄາະ​ຂຶ້ນ​ເອງ​ໄດ້ທັງ​ຍັງ​ອຸດົມ​ໄປ​ດ້ວຍ​ສານ​ເລ​ຊິ​ຕິນທີ່​ມີ​ປະໂຫຍດ​ໃນ​ການ​ຊ່ວຍ​ສົ່ງ​ເສີມ​ການເຮັດວຽກງານ​ຂອງ​ລະບົບ​ປະສາດ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຊົງ​ຈຳ ຊ່ວຍ​ຄວບ​ຄຸມ​ກະ​ບວນ​ການ​ຕ່າງໆພາຍ​ໃນ​ຈຸລັງໃຫ້​ດຳ​ເນີນ​ໄປ​ຢ່າງ​ມີ​ປະ​ສິດ​ທິ​ພາບແລະ​ຊ່ວຍ​ປ້ອງ​ກັນ​ການ​ແຂງ​ຕົວ​ຂອງ​ເກັດ​ເລືອດ​ໄດ້​ໃນ​ຖົ່ວ​ເຫລືອງ​ຍັງມີ​ໄຟ​ໂຕ​ເອດ​ໂຊ​ເຈນ​ຊຶ່ງ​ມີ​ລິດ​ເປັນ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ໃນ​ກຸ່ມ​ໂພ​ລີ​ຟີ​ນອນຈຶ່ງ​ດີ​ສຳ​ຫລັບ​ຜູ້​ຍິງໃນ​ໄວ​ທອງເພາະ​ຊ່ວຍ​ບັນ​ເທົາ​ອາການ​ຊຶ່ງ​ເປັນ​ຜົນ​ຂ້າງ​ຄຽງ​ຈາກ​ພາ​ວະ​ໝົດ​ປະຈຳ​ເດືອນລວມ​ທັງ​ຊ່ວຍຫ​ລຸດ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ພະຍາດ​ມະ​ເຮັງ​ເຕົ້າ​ນົມແລະ​ມະ​ເຮັງ​ໃນ​ມົດລູກ​ໄດ້​ນໍາອີກ​

ຊື້​ເຕົ້າ​ຮູ້​ແບບໃດ​ໃຫ້​ໄດ້​ຄຸນນະພາບ?

ດ້ວຍ​ຄວາມ​ເປັນ​ເມ​ນູ​ປະ​ຫຍັດ​ແຕ່​ຄຸນ​ປະໂຫຍດ​ເປັນ​ເລີດ​ດັ່ງ​ກ່າວເຮັດໃຫ້​ເຊື່ອ​ໄດ້​ວ່າ​ໃຜ​ຫລາຍ​ຄົນ​ອາດ​ເກີດ​ແນວ​ຄິດ​ທີ່​ຈະ​ຫາ​ຊື້​ເຕົ້າ​ຮູ້ມາ​ເຮັດ​ເປັນ​ອາຫານ​ຊຶ່ງ​ກໍ​ຄວນ​ໄດ້​ຮຽນ​ຮູ້​ກ່ຽວກັບ​ການ​ເລືອກ​ຊື້​ທີ່​ຖືກ​ວິທີ​ເພາະ​ຈະ​ເຮັດໃຫ້​ໄດ້​ສິນ​ຄ້າ​ທີ່​ມີ​ຄຸນນະພາບເນື່ອງ​ຈາກ​ເຕົ້າ​ຮູ້ທີ່​ວາງ​ຂາຍ​ຕາມ​ຕະຫ​ລາດ​ນັ້ນ​ຈະ​ມີ​ຢູ່​ນຳກັນ​ຫລາຍ​ປະ​ເພດທັງ​ເຕົ້າ​ຮູ້ອ່ອນ,ເຕົ້າ​ຮູ້​ແຂງ ແລະ​ເຕົ້າ​ຮູ້​ເຫລືອງບາງ​ຊະນິດ​ເປັນ​ແຜ່ນ​ທີ່​ຫໍ່​ດ້ວຍ​ໃບ​ຕອງແລະ​ບາງ​ຊະນິດ​ກໍ​ບັນ​ຈຸ​ຢູ່ໃນ​ພາ​ຊະນະ​ຢ່າງດີ

ການ​ເລືອກ​ຊື້​ຈຶ່ງ​ຕ້ອງ​ຄຳ​ນຶງເຖິງ​ຄວາມ​ສົດ,ໃໝ່,ມີ​ສີ​ຂາວ​ນວນ,ມີ​ກິ່ນ​ຫອມ,ບໍ່​ມີ​ເມືອກຫລື​ມີ​ກິ່ນ​ເໝັນ​ສົ້ມແລະ​ບັນ​ຈຸ​ຢູ່ໃນ​ພາ​ຊະນະ​ທີ່​ສະ​ອາດສຳຫລັບ​ເຕົ້າ​ຮູ້​ແບບ​ບັນ​ຈຸ​ພາ​ຊະນະ​ທີ່​ມີ​ຂາຍ​ຢູ່ໃນ​ຊຸບ​ເປີ​ມາ​ເກັດວິທີ​ການ​ເລືອກ​ຊື້​ໃຫ້​ເບິ່ງ​ທີ່​ມື້​ຜະລິດ,ມື້​ໝົດ​ອາ​ຍຸລັກສະນະ​ຂອງ​ບັນ​ຈຸ​ລວມ​ທັງ​ຮູບ​ຮ່າງ​ແລະ​ສີ​ສັນ​ວ່າ​ຍັງ​ເປັນ​ປົກກະຕິ​ຢູ່​ຫລື​ບໍ່

ເພາະ​ໂດຍ​ທົ່ວ​ໄປ​ແລ້ວເຕົ້າ​ຮູ້ເປັນ​ຜະລິດຕະພັນ​ແປ​ຮູບ​ຈາກ​ຖົ່ວ​ເຫລືອງ​ທີ່​ບູດ​ເສຍ​ງ່າຍ ດັ່ງ​ນັ້ນຈຶ່ງ​ມີ​ເຄັດ​ລັບ​ການ​ເກັບ​ເຕົ້າ​ຮູ້​ໃຫ້​ຢູ່​ໄດ້​ດົນ​ໆມາ​ຝາກຄື​ໃຫ້​ນຳ​ມາ​ແຊ່​ໄວ້​ໃນ​ນ້ຳ​ຕົ້ມ​ສຸກ​ທີ່​ເຢັນ​ແລ້ວ​ຈົນ​ຖ້ວມຈາກ​ນັ້ນ​ໃຫ້​ນຳ​ເຂົ້າ​ຕູ້​ເຢັນຊຶ່ງ​ຈະ​ຍືດ​ອາ​ຍຸ​ການ​ເກັບ​ໄດ້​ດົນ​ຂຶ້ນ​ປະ​ມານ 7-15ມື້ແຕ່​ຈະໃຫ້​ດີ​ທີ່ສຸດ​ກໍ​ຄືຫາ​ຊື້​ມາ​ກິນ​ໃນ​ປະລິມານ​ທີ່​ພຽງ​ພໍ​ສຳລັບ​ການເຮັດ​ອາຫານ​ແຕ່​ລະ​ມື້​ກໍ​ພໍ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...