spot_img
Homeຂ່າວການສຶກສາໂຮງຮຽນນານາຊາດປັນຍາທິບ ໄດ້ຮັບລາງວັນອັນດີເດັ່ນ

ໂຮງຮຽນນານາຊາດປັນຍາທິບ ໄດ້ຮັບລາງວັນອັນດີເດັ່ນ

Published on

20150420162113

ໂຮງຮຽນ​ນານາ​ຊາດ​ປັນຍາ​ທິບ ໄດ້​ຖືກ​ເຊື້ອ​ເຊີນ​ເຂົ້າ​ຮ່ວມງານ​ທາງ​ດ້ານ​ການ​ສຶກ​ສາ ​ທີ່​ເປັນຊັ້ນ​ນຳ​ໃນ​ພາກ​ພື້ນ​ອາຊີ ຢູ່​ຮົງ​ກົງ (The Asia Partnership Leadership Summit in Hong Kong) ວັນ​ທີ 18-20 ມີນາ 2015 ໂດຍ​ມີ​ທ່ານ Eddie Ng Hak-kim ເລຂາທິການ​ດ້ານ​ການ​ສຶກ​ສາ​ຮົງ​ກົງ ທ່ານ ​ສຈ.​ດຣ. ກອງ​ສີ ແສງ​ມະນີ ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ສຶກ​ສາ​ທິການ ແລະ ກີລາ ທ່ານນາງ ປາດ​ຖະ​ໜາ ປັນຍາ​ທິບ ຜູ້​ອຳນວຍ​ການ​ໂຮງຮຽນ​ນານາ​ຊາດປັນຍາ​ທິບ ພ້ອມ​ດ້ວຍ​ຄະນະ​ບໍລິ​ຫານ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ​ສຈ.​ດຣ. ກອງ​ສີ ແສງ​ມະນີ ໄດ້​ຖືກ​ເຊີນ​ເປັນ​ວິ​ທະຍາ​ກອນ ​ເຊິ່ງ​ໄດ້​ກ່າວ​ກ່ຽວ​ກັບການ​ເຝິກອົບຮົມ​ວິຊາ​ຊີບ​ທັງ​ດ້ານສ່ວນ​ບຸກຄົນ ແລະ ສ່ວນ​ລວມ ພ້ອມ​ນີ້ ທ່ານ John Gwyn Jones ຮອງ​ຜູ້ອຳນວຍການ​ໂຮງຮຽນ​ນານາ​ຊາດ​ປັນຍາ​ທິບ ກໍ່​ໄດ້ກ່າວ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂ້າມຊາຍ​ແດນ ແລະ ການ​ຮ່ວມ​ມື​ລະຫວ່າງ​ໂຮງຮຽນ​ຈາກ​ຫຼາຍໆ​ປະເທດ​ທີ່​ແຕກ​ຕ່າງ​ກັນ ເຊິ່ງ​ທ່ານ​ໄດ້ໃຫ້ການ​ສະໜັບສະໜູນ​ໂຮງຮຽນ ວິທະຍາໄລ ແລະ ຂະແໜງການສຶກ​ສາ​ຕ່າງໆ​ຂອງ​ລັດຖະບານ ເພື່ອ​ພັດທະນາ​ຄວາມ​ສຳພັນ​ກັບໂຮງຮຽນ​ຕ່າງໆ​ໃນ​ປະເທດ​ລາວ ໃຫ້​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ພ້ອມ​ນີ້ ທ່ານ​ຍັງ​ເວົ້າ​ເຖິງ​ການ​ພັດທະນາຄວາມ​ສຳພັນ​ຂອງ​ໂຮງຮຽນ​ນານາ​ຊາດ​ປັນຍາ​ທິບ ຕໍ່​ໂຮງຮຽນນານາ​ຊາດ​ແຫ່ງ​ອື່ນໆ​ໃນ​ພາກພື້ນ​ອາຊີ ແລະ ແບ່ງປັນ​ປະສົບການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ມໍ່ໆ​ນີ້ນັ້ນ ກໍ່​ແມ່ນ​ນັກຮຽນ 4 ຄົນຂອງ​ໂຮງຮຽນ​ນານາ​ຊາດ​ປັນຍາ​ທິບ​ໄດ້​ໄປແລກປ່ຽນ​ຄວາມ​ຮູ້ ແລະ ປະສົບການ​ຢູ່​ໂຮງຮຽນ Prince of Wales Island International School ປະເທດ​ມາ​ເລ​ເຊຍ 3 ອາທິດ ແລະ ໃນ​ປີ​ນີ້​ໂຮງຮຽນດັ່ງກ່າວ​ ກໍ່​ຈະ​ມີ​ການ​ສົ່ງ​ນັກຮຽນຈຳນວນ​ໜຶ່ງ​ມາ​ປະເທດ​ລາວ ເພື່ອ​ດຳເນີນ​ການ​ດ້ານ​ການ​ບໍ​ລິການ​ຊຸມ​ຊົນ ​ກັບ​ໂຮງຮຽນ​ທີ່ຢູ່​ໃນເຂດ​ຫ່າງ​ໄກ​ສອກຫຼີກ.

ການ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້ ​ໂຮງຮຽນ​ນານາ​ຊາດ​ປັນຍາ​ທິບ ຍັງໄດ້​ຮັບ​ລາງວັນ Leadership Partnership Award ເຊິ່ງເປັນ​ລາງວັນ​ອັນ​ຊົງ​ກຽດ ມອບໂດຍ​ທ່ານ ນາງ Julia Gillard ນາຍົກລັດຖະມົນຕີ​ຍິງ​ຄົນ​ທຳ​ອິດ ຂອງ​ປະເທດ​ອົດ​ສະ​ຕຣາ​ລີ ແລະ ຮັບ​ໂດຍ​ທ່ານ John Gwyn Jones.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...