spot_img
Homeຂ່າວເຫດການມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ

Published on

20150412092416

ພິທີ​ມອບ-ຮັບ​ໜ້າທີ່​ລະຫວ່າງຜູ້​ຮັກສາ​ການ​ຫົວໜ້າ​ຫ້ອງ​ວ່າການ​ ປົກຄອງ​ນະຄອນຫຼວງ​ວຽງຈັນ ແລະ ຫົວໜ້າ​ຫ້ອງ​ວ່າການປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຢູ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ ແລະ ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຮອງ​ເຈົ້າຄອງ​ນະຄອນຫຼວງ ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ພະແນກການ​ອ້ອມຂ້າງ​ນະຄອນຫຼວງ.

ສຳລັບການ​ມອບ-ຮັບ​ໜ້າທີ່ໃໝ່​ຄັ້ງ​ນີ້ ແມ່ນ​ເພື່ອ​ປະຕິບັດ​ຕາມຄຳ​ສັ່ງ​ວ່າ​ດ້ວຍ​ການ​ໂຍກ​ຍ້າຍ ພະນັກງານ​ຮັບ​ໜ້າທີ່​ໃໝ່​ຂອງນາຍົກລັດຖະມົນຕີ ຂໍ້​ຕົກລົງ​ວ່າດ້ວຍ​ການ​ໂຍກ​ຍ້າຍ​ພະນັກງານ-ລັດຖະກອນ ໄປ​ປະກອບສ່ວນ​ວຽກ​ງານ​ໃໝ່​ຢູ່​ຫ້ອງ​ວ່າການ​ປົກຄອງ ນະຄອນຫຼວງ​ວຽງຈັນຂອງ​ລັດຖະມົນຕີ ຫົວໜ້າຫ້ອງ​ວ່າການ​ລັດຖະບານ ແລະ ຂໍ້​ຕົກລົງ​ຂອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ຮັບເອົາ ແລະ ແຕ່ງຕັ້ງ​ພະນັກງານ ໂດຍ​ເຫັນ​ດີ​ຕົກລົງ​ຍົກຍ້າຍ​ທ່ານ ພູ​ວົງ ວົງ​ຄຳ​ຊາວ ຫົວໜ້າ​ກົມ​ເລຂາ​ຫ້ອງ​ວ່າການ​ລັດຖະບານ ມາປະກອບສ່ວນ​ວຽກ​ງານ​ໃໝ່ ​ຢູ່ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ສ່ວນ​ທ່ານ ທອງທິບ ສີ​ວິ​ໄຊ ຮັກສາ​ການ​ຫົວໜ້າຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໄປ​ເປັນ​ຮອງ​ຫົວໜ້າ​ດ່ານ​ສາກົນ​ຂົວ​ມິດຕະພາບ ລາວ-ໄທ 1 ການ​ຍົກຍ້າຍ​ໜ້າທີ່​ຄັ້ງ​ນີ້ ເພື່ອ​ປະຕິບັດ​ຕາມ​ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ວຽກງານ​ໃນ​ປັດຈຸບັນ ​ໃຫ້​ມີ​ຄວາມ​ໜັກແໜ້ນ ແລະ ຄົບ​ຊຸດ​ກວ່າ​ເກົ່າ.

 

ແຫລ່ງ​ຂ່າວ: ວຽ​ງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...