Homeຂ່າວການສຶກສາບ້ານໜອງບຶກ ໄດ້ຮັບອາຄານຮຽນຫຼັງໃໝ່

ບ້ານໜອງບຶກ ໄດ້ຮັບອາຄານຮຽນຫຼັງໃໝ່

Published on

 

ພິທີມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນໜອງບຶກ ຈັດຂຶ້ນວັນທີ 22 ກຸມພາ 2013 ທີ່ບ້ານໜອງບຶກ ເມືອງສີໂຄດຕະບອງ
ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນນຳ ພັນສີທຸມ ຮອງເຈົ້າເມືອງສີໂຄດຕະບອງ ທ່ານ ສຸດທະນີ ໄຊຍະ
ສານ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ມີຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ
ຫົວໜ້າ ປກສ ກຸ່ມໜອງບຶກ ອຳນາດການປົກຄອງບ້ານ ຄູ-ອາຈານ ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນ 6 ໝູ່ບ້ານ ເຂົ້າຮ່ວມ.
ທ່ານ ສົມພັນ ຈຸນລະພານິດ ຫົວໜ້າບໍລິສັດ ເອັສພີລາວ ຈຳກັດ ກ່າວວ່າ: ໂຄງການກໍ່ສ້າງອາຄານຮຽນດັ່ງກ່າວ ປະກອບມີ 5
ຫ້ອງຮຽນ 1 ຫ້ອງການ ແລະ 4 ຫ້ອງນ້ຳ ມີໂຄງສ້າງເບຕົງເສີມເຫຼັກ ພຶ້ນອາຄານເທດ້ວຍເບຕົງເສີມເຫຼັກ ຫຼັງຄາເປັນໂຄງເຫຼັກ
ມຸງດ້ວຍແຜ່ນ VXP ເພດານຮອບໃນເປັນແຜ່ນຢິບຊ້ຳ ຮອບນອກໃສ່ກະເບື້ອງແຜ່ນລຽບພ້ອມໂຄງໄມ້ ນອກຈາກນັ້ນຍັງປະກອບມີ
ເຟີນີເຈີ້ຄົບຊຸດ ສຳລັບໂຄງການດັ່ງກ່າວ ເລີ່ມກໍ່ສ້າງມາຕັ້ງແຕ່ກາງເດືອນພຶດສະພາ 2012 ແລະ ສຳເລັດສົມບູນໃນວັນທີ 15 ທັນ
ວາ 2012 ໃນມູນຄ່າການກໍ່ສ້າງທັງໝົດ 1.2 ຕື້ກ່ວາກີບ ໂດຍບໍລິສັດລົງທຶນທັງໝົດ ແລະ ມອບໂຄງການດັ່ງກ່າວນີ້ ໃຫ້ແກ່ພະ
ແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນນຳໃຊ້ ແລະ ຄຸ້ມຄອງຕໍ່ໄປ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...